Greenwood ຖືກຕຳຫຼວດຈັບໄປສອບສວນ ຂໍ້ຫາທຳຮ້າຍຮ່າງກາຍແຟນ ຖ້າຜິດແທ້ອາດໝົດອະນາຄົດ


Mason Greenwood ກອງໜ້າ Manchester United ກ່ອນໜ້ານີ້ມີແຟນຂອງຕົນທີ່ກຳລັງຄົບຫາກັນຢູ່ ແຕ່ແຟນສາວໄດ້ມີການອັບ IG Story ເປັນຮູບພາບທີ່ຖືກທຳຮ້າຍຮ່າງກາຍ, ຕົນຕົວມີຮອຍຊ້ຳຂຽວ, ມີເລືອດໄຫຼອອກມາຈາກປາກ ແລະ ຂຽນແຄັບຊັ່ນໃນຮູບວ່າ “Green Wood ເປັນຄົນທຳຮ້າຍຮ່າງກາຍ”. ຫຼັງຈາກນັ້ນ ກໍໄດ້ມີການເຜີຍແຜ່ອອກສູ່ສັງຄົມຢ່າງໄວວາ ເປັນຂ່າວດັງເລີຍກໍວ່າໄດ້.

ພໍທາງສະໂມສອນຮັບຮູ້ ກໍໄດ້ມີການລະບຸວ່າ: ຖ້າຫາກນັກເຕະເຮັດຜິດແທ້ ຈະຕ້ອງໄດ້ເປັນໄປຕາມກົດລະບຽບຂອງສະໂມສອນ ແລະ ຕາມກົດໝາຍ ບໍ່ຂໍອອກຄວາມຄິດເຫັນເພີ່ມຕື່ມ ຈົນກວ່າຈະມີຂໍ້ມູນແທ້ຈິງ, Manchester United ບໍ່ສະໜັບສະໜູນຄວາມຮຸນແຮງທຸກຮູບແບບ.

ປັດຈຸບັນນີ້ ກຳລັງຢູ່ໃນຂັ້ນຕອນສືບສວນ, ຖ້າ ກຣີນວູດ ຜິດແທ້ ທາງສະໂມສອນຈະບໍ່ໃຫ້ Greenwood ລົງສະໜາມ ຫຼື ຝຶກຊ້ອມເດັດຂາດ ແລະ ອາດຈະຖືກຕັດອອກຈາກທີມກໍເປັນໄດ້ ຈົນກວ່າທຸກຢ່າງຈະດີຂຶ້ນ ແລະ ສາມາດປັບພຶດຕິກຳຕົນໃຫ້ດີກວ່ານີ້.

ໃນຂະນະນີ້ BBC ກໍໄດ້ອອກຂ່າວພາດຫົວຂໍ້ວ່າ ກຣີດວູດ ຖືກເຈົ້າໜ້າທີ່ຕຳຫຼວດຄວບຄຸມຕົວ, ສະນັ້ນ ຈຶ່ງສາມາດຄອນເຟີມໄດ້ວ່າ ກຣີນວູດ ກຳລັງຢູ່ໃນການສືບສວນ.

ບົດສະຫຼຸບຂອງຄະດີມີຢູ່ປະມານ 3 ຮູບແບບ:

ແບບທີ 1: ຫຼັກຖານປາກົດຢ່າງຊັດເຈນ ຕໍ່ໃຫ້ອະທິບາຍແນວໃດກໍຍາກ ເພາະຈາກຫຼັກຖານ ກຣີນວູດ ເປັນຄົນຜິດແທ້ ແລະ ກໍຕ້ອງຖືກລົງໂທດຕາມກົດໝາຍ.

ແບບທີ 2: ເມສັນ ກຣີນວູດ ອາດຖືກໃສ່ຮ້າຍປ້າຍສີ ຫຼື ອາດຈະພົ້ນຜິດ ກາຍເປັນຜູ້ບໍລິສຸດເລີຍ.

ແບບທີ 3: ອາດຈະກາຍເປັນວ່າ ຫຼັກຖານທີ່ ແຟນສາວ ມີນັ້ນອາດບໍພຽງພໍທີ່ຈະຟ້ອງໄດ້.

ມີໝູ່ຂອງ ເມສັນ ກຣີນວູດ ອອກມາເວົ້າວ່າ ແຟນສາວ ສ້າງເລື່ອງນີ້ຂຶ້ນມາເອງ ໂດຍບໍ່ແມ່ນເລື່ອງຈິງແຕ່ຢ່າງໃດ ເພື່ອຮຽກຮ້ອງຄວາມສົນໃຈ.

ໃນຂະນະນີ້: ຮຸ່ນອ້າຍໃນທີມຢຸດຕິດຕາມໄອຈີ, ສະປອນເຊີ ຍົກເລີກສັນຍາທັນທີ, ຖືກຕຳຫຼວດຈັບກຸມ ຄວບຄຸມໄປສອບສວນ, ຖືກຕຳໜິວ່າຮ້າຍຢ່າງໜັກ ແລະ ຕ້ອງການໃຫ້ສະໂມສອນຍົກເລີກສັນຍາ, ຫາກຜິດແທ້ ສຸ່ມສ່ຽງໝົດອະນາຄົດກັບທີມ ແລະ ອາດລວມເຖິງວົງການເຕະບານ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/