ເຫັນກັນແລ້ວບໍ່! ຮູບປັ້ນ ຂອງ Mikey ຈາກເລື່ອງ Tokyo Revengers ທີ່ໄດ້ຮັບແຮງບັນດານໃຈມາຈາກປາງພຣະນອນ


ນິທັດສະການ Tokyo Revengers ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 29 ມັງກອນເຖິງ 14 ກຸມພານີ້ ທີ່ World Import Mart Building Exhibition Hall A ໃນເມືອງ Ikebukuro Sunshine City ປະເທດຍີ່ປຸ່ນ ເຜີຍໃຫ້ເຫັນຮູບປັ້ນສີຄຳຂະໜາດໃຫຍ່ຂອງ Sano Manjiro ຫຼືຫຼາຍຄົນຮູ້ຈັກໃນຊື່ ‘Mikey’ ເຊິ່ງຮູບປັ້ນນີ້ໄດ້ຮັບແຮງບັນດານໃຈຈາກພຣະນອນທີ່ມີຊື່ສຽງໂດ່ງດັງໃນກຸງເທບມະຫານະຄອນ ຂອງ ປະເທດໄທ.

ນອກນີ້ຍັງມີພິທີສູດມົນ ທີ່ໃຫ້ແຟນໆ ໄດ້ສູດມົນຕໍ່ໜ້າຮູບປັ້ນຂອງ Mikey ເພື່ອຄວາມປອດໄພຂອງນິທັດສະການ Tokyo Revengers ອີກດ້ວຍ.

ໃນສ່ວນນິທັດສະການກາຕູນເລື່ອງນີ້ ມີຈຸດຖ່າຍຮູບທີ່ເຈົ້າສາມາດຂີ່ລົດຖີບຄຽງຂ້າງຮູບປັ້ນຂອງ Mikey ໄດ້ ແລະ ຍັງສາມາດເບິ່ງນິທັດສະການແບບສາມມິຕິ ເຄື່ອງແຕ່ງຕົວ ແລະ ລົດຈັກທີ່ນັກສະແດງໄດ້ໃຊ້ໃນການສະແດງຮູບເງົາສະບັບຄົນສະແດງ ເຊິ່ງໃນຕອນທ້າຍຂອງນິທັດສະການນີ້ ມີຮູບປັ້ນຂອງ Mikey ສະແດງຮ້ອຍຍິ້ມເທິງໃບໜ້າອີກນຳ ເອີ້ນໄດ້ວ່າໃຜທີ່ເປັນແຟນໆ ຂອງອະນິເມະເລື່ອງນີ້ ຕ້ອງບໍ່ພາດໂອກາດດີໆ ແບບນີ້ຢ່າງແນ່ນອນ.

ຊີຣີ່ອະນິເມະ ເລື່ອງ Tokyo Revengers ແມ່ນຂຽນແລະແຕ້ມໂດຍ Ken Wakui ຜູ້ທີ່ເລີ່ມຂຽນອະນິເມະເລື່ອງນີ້ ໃນເດືອນມີນາ ປີ 2017 ໃນວາລະສານ Weekly Shonen ຂອງ Kodansha ສະຕູດິໂອ Liden Films ຜະລິດຊີຣີ້ ອະນິເມະ ແລະ ຊີຊັ່ນທຳອິດແມ່ນອອກອາກາດໃນເດືອນ ເມສາ ປີ 2021 ເຊິ່ງຫຼັງຈາກນັ້ນກໍໄດ້ມີປະກາດເຮັດຊີຊັ່ນທີ 2 ຂອງ Tokyo Revengers. ນອກຈາກນີ້ ອະນິເມະເລື່ອງນີ້ຍັງໄດ້ນຳໄປເຮັດເປັນສະບັບຮູບເງົາຄົນສະແດງ ແລະ ເຂົ້າສາຍໃນຍີ່ປຸ່ນໃນເດືອນກໍລະກົດປີ 2021.

ທີ່ມາ: https://cutt.ly/iOhDxu9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/