ຊາຍຊາວຈີນສ້າງແບັດສຳຮອງຂະໜາດບັນຈຸ 27 ລ້ານ mAh ໃຫຍ່ຈົນສາມາດຕໍ່ກັບໂທລະພາບໄດ້!


ໃນຍຸກສະໄໝນີ້ເຊື່ອວ່າເວລາທີ່ເຮົາຈະອອກໄປນອກ ຢ່າງໜ້ອຍເຮົາກໍຕ້ອງໄດ້ຖືແບັດສຳຮອງຫຼື POWER BANK ໄປນໍາຢ່າງແນ່ນອນ ເພາະດ້ວຍກິດຈະກໍາຕ່າງໆ ທີ່ຄົນສ່ວນຫຼາຍມັກຈະໃຊ້ໂທລະສັບໃນການຕິດຕໍ່ວຽກງານ ຫຼື ໃຊ້ຫຼິ້ນເພື່ອຄວາມບັນເທິງ. ໂດຍປົກກະຕິແລ້ວແບັດສຳຮອງທີ່ຫຼາຍຄົນມີແມ່ນຈະມີຂະໜາດບັນຈຸຢູ່ທີ່ 5,000mAh, 10,000mAh, ຫຼື 20,000mAh ແຕກຕ່າງກັນໄປ, ແຕ່ເທົ່ານີ້ມັນບໍ່ຍັງພຽງພໍສຳລັບໜຸ່ມຈີນຄົນນີ້ ລາວຈຶ່ງມີໄອເດຍສ້າງແບັດສຳຮອງຂະໜາດໃຫຍ່ ທີ່ມີຂະໜາດບັນຈຸສູງເຖິງ 27 ລ້ານ mAh ທີ່ສາມາດສາກໄດ້ຫຼາຍໆອຸປະກອນພ້ອມໆກັນ ລວມໄປຮອດການເຊື່ອມຕໍ່ກັບໂທລະພາບ.

Handy Geng ຊາຍຊາວຈີນຜູ້ທີ່ເປັນ influencer ທາງດ້ານອີເລັກໂທນິກໄດ້ເຜີຍແຜ່ວິດີໂອເທິງ Weibo ແລະ YouTube ຂອງລາວທີ່ມີຊື່ວ່າ “I Made a 27,000,000 mAh Portable Power Bank” ເຊິ່ງມີຄວາມໝາຍວ່າ “ຂ້ອຍໄດ້ສ້າງແບັດເຕີຣີ່ສຳຮອງແບບພົກພາທີ່ມີຂະໜາດ 27,000,000 mAh”.

ແບັດສຳຮອງຂະໜາດໃຫຍ່ນີ້ແມ່ນຖືກສ້າງຈາກແບັດເຕີຣີ່ກ້ອນໃຫຍ່ທີ່ຄ້າຍກັບ ແບັດເຕີຣີ່ທີ່ຢູ່ໃນລົດ EV ຈາກນັ້ນກໍຄຸມດ້ວຍແຜ່ນໂລຫະສີເທົາ ເຮັດໃຫ້ມີຮູບຮ່າງທີ່ເບິ່ງຄືແບັດສຳຮອງທຳມະດາຫຼາຍຍິ່ງຂຶ້ນ ເຊິ່ງມາພ້ອມກັບຮູສຽບໄຟຟ້າ 1 ຮູ ແລະຮູສຽບສຳລັບການສາກອຸປະກອນໄຟຟ້າຕ່າງໆ ເຖິງ 60 ຮູ ໂດຍໃຫ້ກຳລັງໄຟໄດ້ເຖິງ 220 V.

ໃນວິດີໂອ Handy ຍັງມີການທົດສອບແບັດເຕີຣີ່ສໍາຮອງຂະໜາດໃຫຍ່ຂອງລາວ ເຊິ່ງພົບວ່າສາມາດສາກອຸປະກອນໄດ້ພ້ອມກັນເຖິງ 20 ໜ່ວຍ ບໍ່ວ່າຈະເປັນ ໂທລະສັບ, ແທັບເລັດ ແລະ ແລັບທັອບ ໃນເວລາດຽວກັນ ອີກທັງຍັງສາມາດໃຫ້ໄຟຟ້າກັບໂທລະທັດ, ເຄື່ອງຊັກຜ້າ ແລະ ໝໍ້ຕົ້ມໄຟຟ້າໄດ້ໃນເວລາດຽວກັນ ໂດຍບໍ່ມີບັນຫາອີກພ້ອມ.

ຢ່າງໃດກໍຕາມຂະໜາດຂອງແບັດສຳຮອງຂະໜາດໃຫຍ່ນີ້ ແມ່ນໃຫຍ່ເກີນໄປສຳລັບການພົກພາໄປໃສມາໃສ ແຕ່ວ່າຖ້າໃຜຢາກຖືອອກໄປນອກກໍບໍ່ມີບັນຫາແຕ່ຕ້ອງໃຊ້ລໍ້ແກ່ຄືກັນກັບທີ່ Handy ກຳລັງເຮັດຢູ່ນີ້ເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/