ເປັນຫຍັງມະເຮັງຈຶ່ງຍາກທີ່ຈະປິ່ນປົວ?


ມະເຮັງ ຫຼື ກ້ອນເນື້ອງອກແມ່ນກຸ່ມກ້ອນໃນຮ່າງກາຍທີ່ນູນ ຫຼື ບວມຂຶ້ນມາແບບຜິດປົກກະຕິ ເຊິ່ງມັນເກີດຈາກການເຕີບໃຫຍ່ຂອງເຊວໃນພາກສ່ວນນັ້ນໆຂອງຮ່າງກາຍທີ່ມີຫຼາຍເກີນໄປ. ມະເຮັງຈະຖືກເອີ້ນເປັນ 2 ຮູບແບບຄື: Tumor ແລະ Neoplasm. ທັງສອງຄຳນີ້ຕ່າງກໍໝາຍຄວາມວ່າເນື້ອງອກໝົດ ແຕ່ຄວາມແຕກຕ່າງແມ່ນ Tumor ຈະໝາຍເຖິງເນື້ອງອກທີ່ເປື່ອຍ ຫຼື ເປັນກ້ອນຄືອາການອັກເສບ, ສ່ວນ Neoplasm ຈະແມ່ນບາດແຜເປື່ອຍ ຫຼື ການປົ່ງຂຶ້ນມາໃໝ່ຂອງເນື້ອງອກຫຼາຍກວ່າ. ປັດໄຈສ່ວນໃຫຍ່ ຈະເປັນການໄດ້ຮັບແສງ UV, ກຳມັນຕະຣັງສີ, ສານເຄມີ, ຢາສູບ, ໂທບັກໂກ ແລະ ເຊື້ອພະຍາດ ທີ່ສາມາດກະຕຸ້ນໃຫ້ເຊື້ອມະເຮັງໄດ້ມີການເຕີບໃຫຍ່ໃນຮ່າງກາຍ. ເຖິງຢ່າງໃດກໍຕາມ, ການບວມນັ້ນກໍສາມາດເປັນເນື້ອງອກທີ່ບໍ່ມີອັນຕະລາຍ ຫຼື ກໍຄືບໍ່ແມ່ນມະເຮັງກໍເປັນໄດ້.

ຄວາມສາມາດຂອງເຊື້ອມະເຮັງທີ່ເຮັດໃຫ້ມັນຫຍຸ້ງຍາກໃນການກຳຈັດນັ້ນ ອາດຈະແມ່ນຍ້ອນວ່າການສ້າງເຊວຂຶ້ນມາໃໝ່ໄດ້ຢ່າງວ່ອງໄວແລະຖີ່ຫຼາຍ ເຊິ່ງເຊວຕ່າງໆນີ້ກໍຈະກະຈາຍເຂົ້າໄປຮຸກຮານໃນພາກສ່ວນທີ່ເຊື່ອມຕໍ່ກັນໄດ້ໃນຮ່າງກາຍ ຈົນລາມໄປຮອດບັນດາອະໄວຍະວະຂອງເຮົາ. ການວິໄຈຫຼ້າສຸດໄດ້ພົບວ່າ ການກຳຈັດມະເຮັງນັ້ນບໍ່ສາມາດນຳໃຊ້ວິທີແບບດຽວກັນໄດ້ ເຊັ່ນ ຜູ້ປ່ວຍທີ່ເປັນມະເຮັງແລ້ວໄດ້ຮັບການປິ່ນປົວດີຮຽບຮ້ອຍ ແຕ່ຜູ້ປ່ວຍອີກຄົນກັບບໍ່ສາມາດຮັບການປິ່ນປົວແບບດຽວກັນໄດ້ ຍ້ອນວ່າເຊື້ອມະເຮັງທີ່ກາຍພັນໄດ້ຢ່າງໄວວາຫຼາຍ ກໍຍິ່ງກະຈາຍໃຫ້ຖີ່ຂຶ້ນ ເຊິ່ງແປວ່າເຊື້ອມະເຮັງທີ່ເຮົາພົບທຸກມື້ນີ້ ອາດຈະບໍ່ແມ່ນເຊື້ອມະເຮັງດຽວກັນກັບທີ່ພົບເມື່ອອາທິດທີ່ຜ່ານມາແລ້ວພະຍາຍາມປິ່ນປົວຢູ່.

ເນື່ອງຈາກວ່າເຊວຂອງມະເຮັງ ທີ່ຂະໜາດວ່າຢູ່ພາຍໃນເນື້ອງອກສ່ວນດຽວກັນກໍຍັງແຕກຕ່າງກັນ ເອີ້ນວ່າ heterogeneous ແລະ ບັນດາແພດໝໍຫາກໍມາໃຫ້ຄວາມສົນໃຈກັບມັນພຽງບໍ່ດົນມານີ້ເທົ່ານັ້ນ. ເມື່ອກ່ອນ ພວກເຂົາພຽງຕັດຊີ້ນສ່ວນໃດໜຶ່ງເພື່ອໄປກວດສອບຫາແຕ່ເຊື້ອດຽວ ແຕ່ພາຍຫຼັງກໍໄດ້ມີນັກວິໄຈສະແດງເຊວໝາກໄຂ່ຫຼັງຂອງຜູ້ປ່ວຍທີ່ເປັນມະເຮັງອອກມາທັງ 4 ພາກສ່ວນ ແລະ ມັນກໍພິສູດໃຫ້ເຫັນວ່າເຊື້ອມະເຮັງທັງ 4 ທີ່ຢູ່ໃນໝາກໄຂ່ຫຼັງດຽວກັນນັ້ນແຕກຕ່າງກັນ. ປັດຈຸບັນ ການກວດຫາເຊື້ອໃຫ້ກວ້າງຂຶ້ນ ເຊັ່ນ ການຫາ heterogeneous ຈຶ່ງຫຼາຍຂຶ້ນ ແລະ ມັນໄດ້ຊ່ວຍພັດທະນາການຊອກຫາເນື້ອງອກ ພ້ອມທັງຍັງເປັນຫຼັກຖານຢືນຢັນວ່າການກຳຈັດເນື້ອງອກດ້ວຍການຫາພຽງເປົ້າໝາຍດຽວ ແມ່ນມີຄວາມເປັນໄປໄດ້ສູງທີ່ຈະບໍ່ສາມາດກຳຈັດເຊື້ອມະເຮັງໄດ້ທັງໝົດ.

ດ້ວຍເທັກໂນໂລຢີໃນປັດຈຸບັນທີ່ສາມາດຕິດຕາມເຊວມະເຮັງໄປຈົນຮອດການຄາດເດົາການວິວັດທະນາການຂອງມັນ ເພື່ອປ້ອງກັນກ່ອນທີ່ຕົວເຊື້ອເອງນັ້ນຈະໄດ້ກາຍພັນ. ເຖິງຢ່າງນັ້ນ ຖ້າການປິ່ນປົວໄລຍະເລີ່ມຕົ້ນບໍ່ສຳເລັດ ຫຼື ປ່ອຍໃຫ້ເຊວມະເຮັງລອດອອກມາໄດ້ພຽງພໍຫຼັງການປິ່ນປົວ, ມັນກໍຈະຍິ່ງກາຍພັນໄປໄກຂຶ້ນອີກ ແລະ ສ້າງຄວາມຫຍຸ້ງຍາກເພີ່ມຂຶ້ນໄປອີກ.

ການຫຼີກເວັ້ນມະເຮັງແມ່ນສາມາດເລີ່ມຕັ້ງແຕ່ການປ້ອງກັນປັດໄຈສ່ຽງຕ່າງໆ ແລະ ເມື່ອກວດພົບຕັ້ງແຕ່ໄລຍະເລີ່ມຕົ້ນກໍຈະມີໂອກາດປິ່ນປົວໃຫ້ຫາຍດີໄດ້ຈາກວິທີການທີ່ເໝາະສົມ. ເຮົາສາມາດປ້ອງກັນຕົນເອງໂດຍການຝຶກພຶດຕິກຳຕ່າງໆໄດ້ແກ່:

  • ບໍ່ສູບຢາ
  • ຮັກສາສຸຂະພາບໃຫ້ແຂງແຮງ ແລະ ນ້ຳໜັກທີ່ພໍດີ
  • ກິນອາຫານທີ່ມີຜັກ ແລະ ໝາກໄມ້ ໃຫ້ເໝາະສົມ
  • ໝັ່ນອອກກຳລັງກາຍເປັນປະຈຳ
  • ສັກວັກຊີນກັນ HPV ແລະ ວັກຊີນໄວຣັສຕັບອັກເສບ B
  • ຫຼີກເວັ້ນ ຫຼື ຫຼຸດຜ່ອນການບໍລິໂພກແອລກໍຮໍ
  • ຫຼີກເວັ້ນການໄດ້ຮັບຣັງສີ Ultraviolet ເຊັ່ນ ການຖືກແສງແດງ ຫຼື ອຸປະກອນທີ່ເຮັດໃຫ້ຜິວແທນ.
  • ຫຼີກເວັ້ນການໄດ້ຮັບມົນລະພິດທາງນອກ ແລະ ພາຍໃນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/