ຊາຍຈີນ ມັກຄວັດຂີ້ຫູ ຈົນມີອາການປວດຫູຂ້າງຊ້າຍ ສຸດທ້າຍເປັນມະເຮັງຫູ!


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຊາຍແຊ່ໂຈ ອາຍຸ 50 ປີ ຈາກມົນທົນກວາງໂຈມີອາການປວດຫູຂ້າງຊ້າຍ ແລະ ມີຂອງແຫຼວໄຫຼອອກຈາກຫູ ຈຶ່ງໄດ້ເຂົ້າໄປພົບແພດທີ່ໂຮງໝໍ ໂດຍບໍ່ຄາດຄິດວ່າຕົນເອງ ຈະໄດ້ຮັບແຈ້ງວ່າເປັນມະເຮັງຊ່ອງຫູພາຍນອກ ເຂົາຈຶ່ງແປກໃຈວ່າ “ຫູເປັນມະເຮັງໄດ້ຫວາ?”.

ລາຍງານຍັງລະບຸວ່າ ຫຼັງຈາກ ທ້າວ ໂຈ ໃຊ້ໄມ້ຄວັດຂີ້ຫູທຸກມື້ ເຊິ່ງນິດໄສນີ້ກິນເວລານັບສິບປີ ຈຶ່ງເຮັດໃຫ້ເນື້ອເຍື່ອຊັ້ນນອກຂອງຊ່ອງຫູເກີດອາການລະຄາຍເຄືອງ ແລະ ເນື້ອເຍື່ອຫູເກີດເຊວຈະເລີນເຕີບໃຫຍ່ຜິດປົກກະຕິກາຍເປັນມະເຮັງຊ່ອງຫູພາຍນອກ.

ເຊິ່ງມະເຮັງຊ່ອງຫູພາຍນອກເປັນເນື້ອງອກເນື້ອຮ້າຍທີ່ພົບໄດ້ຍາກ ໂດຍຄິດເປັນປະມານ 0,2 % ຫຼືປະມານ 1 ໃນ 1 ລ້ານຄົນ ໂດຍສ່ວນໃຫຍ່ຈະເກີດຂຶ້ນກັບຄົນລະຫວ່າງອາຍຸ 40 – 60 ປີ ການປິ່ນປົວສ່ວນໃຫຍ່ເປັນການຜ່າຕັດ ເຊິ່ງການວິນິດໄສມະເຮັງຊ່ອງຫູພາຍນອກມັກກ່ຽວຂ້ອງກັບໄລຍະ ແລະ ປະເພດທາງພະຍາດວິທະຍາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/