Kung Fu Panda 4 ຄອງແຊ້ມ 2 ອາທິດ! ແຕ່ຄົນລາວຕ້ອງຈິດປ່ອຍວາງ


Deadline ໄດ້ລາຍງານວ່າຮູບເງົາເລື່ອງ ‘Kung Fu Panda 4’ ໄດ້ກາຍເປັນໜຶ່ງໃນຮູບເງົາແຟຣນໄຊກັງຟູຂອງ DreamWorks Animation ທີ່ເຮັດລາຍໄດ້ລະດັບທີ່ໜ້າພໍໃຈ ໂດຍຍັງສາມາດຄອງອັນດັບ 1 ເທິງ Box office USA ໄດ້ຮອດ 2 ອາທິດຕິດຕໍ່ກັນ ແລະ ກວາດເງິນໄປເພີ່ມອີກ 30 ລ້ານໂດລາ.

ຮູບເງົາ ‘Kung Fu Panda 4’ ລາຍໄດ້ລວມຢູ່ທີ່ສະຫະລັດອາເມຣິກາ 107.7 ລ້ານໂດລາ ແລະ ສາມາດກວາດລາຍໄດ້ທົ່ວໂລກໄປຫຼາຍກວ່າ 176.5 ລ້ານໂດລາ ໂດຍຍັງບໍ່ນັບລວມກັບຕະຫຼາດທີ່ໃຫຍ່ທີ່ສຸດຢ່າງປະເທດຈີນນັ້ນເອງ ແຕ່ຄົນລາວຕ້ອງຈິດປ່ອຍວາງໄດ້ແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/