Bitcoin ຫຼຸດລົງຢ່າງຮຸນແຮງ 2.52% ໃນ 24 ຊົ່ວໂມງ ຫຼັງຈາກທີ່ຟື້ນຕົວຂຶ້ນໄປຢືນເໜືອລະດັບ 67,000 ໂດລາໄດ້ບໍ່ດົນ


ລາຄາຂອງ Bitcoin ໄດ້ຫຼຸດລົງຢ່າງຮຸນແຮງຕ່ຳກວ່າລະດັບ 66,000 ໂດລາໃນເຊົ້າມື້ນີ້, ຫຼັງ​ຈາກ​ທີ່​ໄດ້​ຟື້ນ​ຕົວຂຶ້ນມາຢືນເໜືອລະດັບ 67,000 ໂດລາໄດ້ບໍ່ດົນ.

ໂດຍສາເຫດທີ່ລາຄາຂອງ Bitcoin ຫຼຸດລົງໃນ 2 – 3 ມື້ກ່ອນ ຄາດວ່າມາຈາກ ຕະຫຼາດ Bitcoin ໃນປັດຈຸບັນແມ່ນມີການຊື້ຂາຍກັນຢ່າງດຸເດືອດຈາກການທີ່ລາຄາ Bitcoin ໄດ້ມີການປັບຕົວເພີ່ມຂຶ້ນຢ່າງໄວວາ. ສ້າງຄວາມຕື່ນເຕັ້ນໃຫ້ກັບຕະຫຼາດ cryptocurrency ສະຖານະການນີ້ນໍາໄປສູ່ພາວະ “overheated” ຫຼື “overbought”, ເຊິ່ງໝາຍຄວາມວ່ານັກລົງທຶນເລີ່ມຊື້ Bitcoin ຫຼາຍເກີນໄປໂດຍບໍ່ໄດ້ພິຈາລະນາເຖິງປັດໄຈພື້ນຖານຂອງມັນ, ເຮັດໃຫ້ລາຄາຂອງ Bitcoin ປັບຕົວຫຼຸດລົງເພື່ອຊອກຫາຄວາມສົມດຸນໃໝ່.

ສຳລັບປັດໄຈອື່ນໆທີ່ສົ່ງຜົນກະທົບຕໍ່ລາຄາຂອງ Bitcoin ແມ່ນການນັບຖອຍຫຼັງກ້າວເຂົ້າສູ່ການ Halving, ເຊິ່ງຈະເກີດຂື້ນໃນອີກປະມານ 30 ມື້ນັບຈາກນີ້. ໂດຍປົກກະຕິ, ລາຄາ Bitcoin ມັກຈະຫຼຸດລົງກ່ອນໄລຍະເວລາ Halving ເນື່ອງຈາກຄວາມກົດດັນຂອງນັກລົງທຶນທີ່ຕ້ອງການເກັງກຳໄລ ບວກກັບຄວາມກັງວົນຕໍ່ກັບການສະໜອງ Bitcoin ໃໝ່ທີ່ຫຼຸດລົງ.

ນອກເໜືອໄປຈາກນັ້ນ, ໃນວັນທີ 20 ມີນາ, ທະນາຄານກາງ (Fed) ຈະຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບນະໂຍບາຍການເງິນ. ຕະຫຼາດກໍາລັງຈັບຕາເບິ່ງກອງປະຊຸມນີ້ຢ່າງໃກ້ຊິດ. ໂດຍຄາດວ່າ Fed ອາດຈະບໍ່ຕັດອັດຕາດອກເບ້ຍໃນໄລຍະນີ້, ເຊິ່ງສະຖານະການນີ້ອາດຈະສົ່ງຜົນກະທົບຕໍ່ຕະຫຼາດສິນຊັບທີ່ມີຄວາມສ່ຽງ, ລວມໄປເຖິງ Bitcoin.

ໃນກອງປະຊຸມສຸດທ້າຍໃນເດືອນມັງກອນ, FED ຍັງຖືອັດຕາດອກເບ້ຍຢູ່ທີ່ 5.25-5.5%, ສະແດງໃຫ້ເຫັນວ່າອັດຕາເງິນເຟີ້ຍັງບໍ່ທັນຫຼຸດລົງ. ແຕ່ຖ້າສະຖານະການພາຍໃນສະຫະລັດດີຂຶ້ນ, ພວກເຮົາອາດຈະເຫັນການຕັດອັດຕາດອກເບ້ຍໃນໄວໆນີ້.

ໃນຂະນະທີ່ຂຽນ, ລາຄາ Bitcoin ໄດ້ຊື້ຂາຍກັນຢູ່ທີ່  65,813, ເຊິ່ງໄດ້ຫຼຸດລົງ 3.00% ໃນມື້ທີ່ຜ່ານມາ. ຂໍ້ມູນອ້າງອີງຈາກ Coinmarketcap

ທີ່ມາ:

siamblockchain

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/