ຝຣັ່ງ ຜ່ານຮ່າງກົດໝາຍ ຈຳກັດ Fast Fashion ເພື່ອຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ


ສະພາລຸ່ມຂອງຝຣັ່ງ ມີມະຕິເປັນເອກະສັນ ຜ່ານຮ່າງກົດໝາຍກຳນົດບົດລົງໂທດການຈຳໜ່າຍສິນຄ້າ Fast Fashion ເພື່ອຊົດເຊີຍຜົນກະທົບຕໍ່ສິ່ງແວດລ້ອມໂດຍກົດໝາຍນີ້ຖືກເບິ່ງວ່າ ສ່ວນໜຶ່ງຂອງບັນຫາມາຈາກປະເທດຈີນ ອັນເນື່ອງມາຈາກ Fast Fashion ມີການຜະລິດຈຳນວນຫຼາຍ ແລະ ລາຄາຖືກລົງ ຈຶ່ງມີອິດທິພົນຕໍ່ການຊື້ ອາດຈະບໍ່ມີການຄຳນຶງເຖິງຜົນກະທົບ ແລະ ກາຍເປັນຂີ້ເຫຍື້ອໃນທີ່ສຸດ.

Anne-Cecile Violland ສະມາຊິກສະມັດຊາປະຊາຊາດກ່າວວ່າ “ສິ່ງທໍເປັນອຸດສາຫະກຳທີ່ສ້າງມົນລະພິດຫຼາຍທີ່ສຸດ” ໂດຍຮ່າງກົດໝາຍດັ່ງກ່າວ ກຳນົດໃຫ້ຄ່ອຍໆປັບໃໝການຈຳໜ່າຍເສື້ອຜ້າ Fast Fashion ໂດຍຈະປັບສູງສຸດຢູ່ທີ່ 10 ຢູໂຣ ຕໍ່ເສື້ອຜ້າໜຶ່ງຜືນ ກຳນົດເວລາພາຍໃນປີ 2032.

ໂດຍທ່ານ Christophe Béchu ລັດຖະມົນຕີກະຊວງສິ່ງແວດລ້ອມໄດ້ກ່າວວ່າ “ຮ່າງກົດໝາຍນີ້ ຖືວ່າເປັນບາດກ້າວສຳຄັນຂອງການຫຼຸດຜົນກະທົບຕໍ່ສິ່ງແວດລ້ອມຈາກພາກສິ່ງທໍ” ຫຼັງຈາກນັ້ນ ຮ່າງກົດໝາຍນີ້ຈະຖືກສົ່ງໄປຍັງວຸດທິສະພາ ແລະ ຈະສະເໜີຫ້າມການສົ່ງອອກເສື້ອຜ້າມືສອງຈາກສະພາບຢູໂຣບ ເພື່ອຈັດການບັນຫາຂີ້ເຫຍື້ອສິ່ງທໍທີ່່ເພີ່ມຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/