Bob Marley One Love ຮູບເງົາຊີວະປະຫວັດຜູ້ໃຊ້ເພງຢຸດສົງຄາມ


ຮູບເງົາຊີວະປະຫວັດ Bob Marley ທີ່ມີຊື່ວ່າ Bob Marley One Love ທີ່ສ້າງມາຈາກເລື່ອງຈິງຂອງເຈົ້າຕົວເລີຍກໍວ່າໄດ້ ພ້ອມຍັງໄດ້ຮັບອະນຸຍາດຈາກທາງຄອບຄົວຂອງ ນັກຮ້ອງເຣັກເກ້ໃນຕຳນານເປັນທີ່ຮຽບຮ້ອຍແລ້ວ ກັບເລື່ອງລາວທີ່ຈະເອົາມາຖ່າຍທອດຜ່ານຮູບເງົາ.

ໂດຍຮູບເງົາ Bob Marley One Love ມີຄວາມຍາວ 107 ນາທີ ນຳສະແດງໂດຍ Kingsley Ben-Adir, Lashana Lynch, James Norton; ຜົນງານການກຳກັບໂດຍ Reinaldo Marcus Green ເລື່ອງລາວທີ່ໄດ້ແຮງບັນດານໃຈມາຈາກ “ຣາຊາແຫ່ງເພງເຣັກເກ້” ບົດເພງແຫ່ງຄວາມຮັກ ແລະ ຄວາມສາມັກຄີ ທີ່ມາພ້ອມກັບດົນຕີປະຕິວັດໂລກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/