ມີແຜ່ນປ້າຍບອກວ່າ ແມວຈອນຈັດທີ່ເຄີຍຢູ່ບ່ອນນີ້ ຖືກຮັບໄປລ້ຽງແລ້ວ ເພື່ອຄວາມສະບາຍໃຈຂອງທາດແມວ


ຜູ້ໃຊ້ງານ X ທີ່ຊື່ວ່າ しおり ຊາວຍີ່ປຸ່ນໄດ້ໂພສເຖິງຄວາມໜ້າຮັກຂອງທາດແມວ ເມື່ອລາວໄປພົບກັບເຈ້ຍທີ່ຕິດປະກາດເຖິງແມວຈອນຈັດທີ່ເຄິຍອາໄສຢູ່ບໍລິເວນດັ່ງກ່າວ ເຊິ່ງເນື້ອຫາໃນປ້າຍບອກວ່າ:

“ຝາກເຖິງຜູ້ທີ່ເປັນຫ່ວງ ໂຄໂຄມິ (ແມວຈອນຈັດ) ຕອນນີ້ ໂຄໂຄມິກາຍເປັນແມວປະຈຳຄອບຄົວຂອງເຮົາແລ້ວ, ຕອນນີ້ ນ້ອງພັກຢູ່ໃນຫ້ອງທີ່ປອດໄພ ມີເຄື່ອງປັບອາກາດ ແລະ ເຄື່ອງເຮັດຄວາມຮ້ອນ, ຂອບໃຈທີ່ຊ່ວຍດູແລໂຄໂຄມີ”


ປ້າຍປະກາດດັ່ງກ່າວ ຄົງຈະເຮັດໃຫ້ຄົນທີ່ເຄີຍໃຫ້ອາຫານນ້ອງຢູ່ແຖວນັ້ນ ຫາຍກັງວົນ ແລະ ເປັນຫ່ວງລົງໄປໄດ້ ເມື່ອແມວທີ່ພວກເຂົາໃຫ້ອາຫານຕະຫຼອດຫາຍຕົວໄປ.

ທີ່ມາ: 魚漿夫婦

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/