ສະຖິຕິໃໝ່! CoinShares ເປີດເຜີຍ Bitcoin ຄອງໃຈນັກລົງທຶນ ເງິນໄຫຼເຂົ້າຕະຫຼາດ Crypto ຫຼາຍກວ່າ 2.9 ຕື້ໂດລາໃນອາທິດທີ່ຜ່ານມາ


CoinShares ຜູ້ຈັດການດ້ານສິນຊັບດິຈິຕອນ ລາຍງານວ່າ ສະຖາບັນຕ່າງໆໄດ້ລົງທຶນໃນຕະຫຼາດ crypto ເຮັດໃຫ້ມີເງິນໄຫຼເຂົ້າສູ່ຕະຫຼາດຫຼາຍກວ່າ 2.9 ຕື້ເຮັດສະຖິຕິໃໝ່ສູງສຸດໃນອາທິດທີ່ຜ່ານມາ, ເຊິ່ງແມ່ນອາທິດທີ 7 ຕິດຕໍ່ກັນທີ່ມີກະແສເງິນລົງທຶນສຸດທິໄຫຼເຂົ້າໃນຕະຫຼາດ crypto.

ອີງຕາມບົດລາຍງານ Digital Asset Fund Flows ຫຼ້າສຸດຂອງ CoinShares ໄດ້ເປີດເຜີຍວ່າ ການລົງທຶນສຸດທິໃນຜະລິດຕະພັນການລົງທຶນດ້ານ cryptocurrency (ປີເຖິງວັນທີ) ກໍໄດ້ສ້າງສະຖິຕິໃໝ່ສູງສຸດເຊັ່ນກັນ.

“ຜະລິດຕະພັນການລົງທຶນທາງດ້ານສິນຊັບດິຈິຕອນໄດ້ມີການລົງທຶນສຸດທິປະຈໍາອາທິດເຖິງ 2.9 ຕື້ໂດລາ ເອົາຊະນະສະຖິຕິທີ່ຜ່ານມາຂອງອາທິດທີ່ຜ່ານມາທີ່ 2.7 ຕື້ໂດລາ. ການລົງທຶນສຸດທິໃນອາທິດນີ້ໄດ້ຊຸກຍູ້ໃຫ້ການລົງທຶນສຸດທິແບບປີຕໍ່ປີເຖິງ 13.2 ຕື້ໂດລາ ເຊິ່ງເກີນສະຖິຕິການລົງທຶນສຸດທິຕະຫຼອດປີ 2021 ຢູ່ທີ່ 10.6 ຕື້ໂດລາ…

ຕະຫຼອດອາທິດ ກອງທຶນ Trust ໃນຊັບສິນດິຈິຕອນທີ່ສາມາດຊື້-ຂາຍໄດ້ທົ່ວໂລກ (Global ETPs) ໄດ້ຜ່ານລະດັບ 100 ຕື້ໂດລາເປັນຄັ້ງທຳອິດ, ເຖິງແມ່ນວ່າລາຄາຈະຫຼຸດລົງໃນທ້າຍອາທິດ ສົ່ງຜົນໃຫ້ຕະຫຼາດປິດຢູ່ທີ່ 97 ຕື້ໂດລາ”.

ໃນຂະນະທີ່ສະຫະລັດ ແລະ ພູມີພາກອື່ນໆ ມີການລົງທຶນສຸດທິຫຼາຍກວ່າ 2.95 ຕື້ໂດລາແຕ່ໃນແຄນາດາ, ເຢຍລະມັນ, ສະວີເດນ ແລະ ສະວິດເຊີແລນກັບພົບເຫັນ​ການ​ໄຫຼ​ອອກ​ສຸດ​ທິເຖິງ 78 ລ້ານ​ໃນ​ອາ​ທິດ​ຜ່ານ​ມາ.

Eric Balchunas ຜູ້ຊ່ຽວຊານ ETF ຂອງ Bloomberg ກ່າວໃນວັນຈັນວານນີ້ວ່າ ການໄຫຼອອກຂອງເງິນທຶນຈາກ ETFs ຢູ່ນອກສະຫະລັດ ອາດເກີດຈາກຄ່າທໍານຽມທີ່ຕໍ່າຢ່າງຫຼວງຫຼາຍຕໍ່ຜະລິດຕະພັນຂອງສະຫະລັດ.

“ກອງທຶນ Bitcoin ETF ຂອງຢູໂຣບ ແລະ ແຄນາດາປະເຊີນກັບການໄຫຼອອກເນື່ອງຈາກ ການເປີດຕົວຂອງກອງທຶນ Bitcoin spot ETF ຂອງສະະຫະລັດ, ເຊິ່ງທີ່ມີຄ່າທໍານຽມທີ່ຖືກກວ່າ ແລະ ມີສະພາບຄ່ອງທີ່ຫຼາຍກວ່າ. ເຮັດໃຫ້ກາຍເປັນເລື່ອງປົກກະຕິທີ່ກອງທຶນ ETF ຂອງສະຫະລັດຈະດຶງດູດການລົງທຶນຈາກທຸກບ່ອນ”

Coinshares ກ່າວວ່າ ໂດຍປົກກະຕິແລ້ວ ຜະລິດຕະພັນ Bitcoin (BTC) ຈະໄດ້ຮັບສ່ວນແບ່ງທີ່ໃຫຍ່ທີ່ສຸດຂອງການລົງທຶນສຸດທິຢູ່ທີ່ 2.86 ຕື້ໂດລາ.

“ການລົງທືນສຸດທິຂອງ BTC ໃນປັດຈຸບັນກວມເອົາ 97% ຂອງການລົງທຶນສຸດທິຂອງປີຕໍ່ປີ, ໃນຂະນະທີ່ການ short bitcoin ມີການລົງທຶນສຸດທິໄຫຼເຂົ້າຫຼາຍທີ່ສຸດໃນຮອບປີທີ່ 26 ລ້ານ, 5 ອາທິດຕິດຕໍ່ກັນ”

ໃນຂະນະທີ່ ETH, SOL ແລະ MATIC ຕ້ອງປະເຊີນກັບການໄຫຼອອກສຸດທິທີ່ 14 ລ້ານໂດລາ,  2.7 ລ້ານໂດລາ ແລະ 6.8 ລ້ານໂດລາ ລຽງຕາມລໍາດັບ.

ທີ່ມາ:

dailyhodl

blog.coinshares

EricBalchunas

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/