ເສົ້າໃຈ! ຜູ້ພາກສຽງແມ່ເຖົ້າໃນກາຕູນເລື່ອງ”ໝານ້ອຍຜູ້ກ້າຫານ” ເສຍຊີວິດແລ້ວ


ເທຍ ໄວ (Thea White) ຫຼື ຮູ້ຈັກກັນດີໃນຖານະຄົນພາກສຽງ “ເມີລຽວ” (Muriel) ຕົວລະຄອນແມ່ເຖົ້າໃນກາຕູນເລື່ອງ “ໝານ້ອຍຜູ້ກ້າຫານ” (Courage the Cowardly Dog) ໄດ້ເສຍຊີວິດແລ້ວ ໃນວັນທີ 30 ກໍລະກົດທີ່ຜ່ານມາ ດ້ວຍອາຍຸ 81 ປີ.

ເທຍ ໄວ ເກີດໃນວັນທີ 15 ເມສາ ປີ 1940 ທີ່ເມືອງ ນິວອາກ, ​ລັດ ນິວເຈີຊີ, ສະຫະລັດອາເມລິກາ ໂດຍພໍ່ແລະແມ່ຂອງລາວມີຊື່ວ່າ ຊິດເທີ ອາເທີ ແລະ ເອເລນໍ ເຊິ່ງທັງສອງແມ່ນມີອາຊີບເປັນນັກສະແດງ.

ເທຍ ໄວ ໄດ້ເລີ່ມຕົ້ນການເຮັດອາຊີບໃນວົງການບັນເທີງຕັ້ງແຕ່ສະໄໝຍັງນ້ອຍໆ ໂດຍວຽກທຳອິດແມ່ນມາຈາກການເປັນນັກສະແດງລະຄອນເວທີ ໃນເມືອງດັນລັດ, ລັດເທັກຊັດ. ນອກຈາກນັ້ນ, ​ລາວຍັງໄດ້ເຮັດວຽກເປັນຜູ້ຊ່ວຍນັກສະແດງສ່ວນຕົວໃຫ້ແກ່ ມາລີນ ດີທລີສ (Marlene Dietrich) ຕື່ມອີກ.

ເມື່ອ ເທຍ ໄວ ແຕ່ງງານກັບ ແອນກີ້ ໄວ ໃນປີ 1983 ລາວໄດ້ອອກຈາກວົງການການສະແດງໄປໄດ້ໄລຍະໜຶ່ງ ແລະ ເຮັດວຽກໃຫ້ແກ່ຫ້ອງສະໝຸດແທນ. ຫຼັງຈາກຫຼາຍປີຜ່ານໄປ, ລາວກໍກັບເຂົ້າວົງການນີ້ອີກຄັ້ງ ໂດຍການກັບມາຄັ້ງນີ້ ໄດ້ເຮັດໃຫ້ ເທຍ ໄດ້ຮັບບົດບາດນັກພາກໂຕລະຄອນ ເມີລຽວ ໃນເລື່ອງ ໝານ້ອຍຜູ້ກ້າຫານ ແລະ ລາວຍັງໄດ້ສ້າງຜົນງານການພາກສຽງອີກຫຼາກຫຼາຍຜົນງານເຊັ່ນ: ເກມ Cartoon Network Racing 2006, ໜັງສັ້ນ The Flog of Courage ປີ 2014, ສະກູບປີດູ ປີ 2014 ເປັນຕົ້ນ.  

ທີ່ມາ: https://bit.ly/3lqe72R

ພາບ: deadline, Animation Magazine

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/