ຍີ່ປຸ່ນຈະປ່ຽນຝາປິດທໍ່ລະບາຍນ້ຳໃຫ້ເປັນຮູບ Gundam ທົ່ວປະເທດ! ເພື່ອສົ່ງເສີມການທ່ອງທ່ຽວ


ປະເທດຍີ່ປຸ່ນກັບອະນິເມະນັ້ນເປັນສິ່ງທີ່ຄູ່ກັນ ຈົນເກືອບຈະແຍກອອກຈາກກັນບໍ່ໄດ້, “Gundam Manhole Project” ກໍເປັນອີກໂຄງການໜຶ່ງທີ່ຈະນຳເອົາຮູບຂອງຫຸ່ນ Gundam ມາເປັນລາຍໃສ່ຝາປິດຮ່ອງລະບາຍນ້ຳຕາມພື້ນທີ່ຕ່າງໆ ທົ່ວປະເທດຍີ່ປຸ່ນ.

“Gundam Manhole Project” ໄດ້ເກີດຂຶ້ນມາເພື່ອເອົາໃຈ ແລະ ເພີ່ມຈຳນວນນັກທ່ອງທ່ຽວທີ່ມາຈາກທັງພາຍໃນປະເທດຍີ່ປຸ່ນ ແລະ ນັກທ່ອງທ່ຽວຕ່າງແດນ ໂດຍການນຳເອົາຈຸດເດັ່ນ ຫຼື ສະຖານທີ່ສຳຄັນ ຂອງແຕ່ລະເມືອງມາແຕ້ມໃສ່ຝາຂອງທໍ່ ພ້ອມກັບມີຮູບຂອງຫຸ່ນຍົນ Gundam ຮ່ວມຢູ່ນຳ.

ຝາປິດທໍ່ລາຍ Gundam ຊຸດທຳອິດໄດ້ຖືກຕິດຕັ້ງແລ້ວ ຢູ່ທີ່ເມືອງ Odawara ເຊິ່ງເປັນເມືອງເກີດຂອງທ່ານ Toshiyuki Tomino ຜູ້ທີ່ເປັນຄົນເລີ່ມຕົ້ນສ້າງອະນິເມະຊີຣີ່ຂອງ Gundam ໂດຍ ມີ 2 ລາຍຄື:

  1. ລາຍທຳອິດເປັນຫຸ່ນ Gundam RX-78-2 ຢືນຢູ່ຕໍ່ໜ້າຜາສາດ Odarawa.
  2. ລາຍທີ 2 ເປັນຫຸ່ນ MSM-07S Z’Gok ຢືນຈັບປາຢູ່ທີ່ທ່າເຮືອຫາປາ ຂອງເມືອງ Odarawa.

ເຊິ່ງທາງລັດຖະບານຍີ່ປຸ່ນເອງກໍກຳລັງຜະລິດ ແລະຕິດຕັ້ງຝາທໍ່ລາຍ Gundam ນີ້ໃຫ້ຄົບຕາມເມືອງ ແລະ ສະຖານທີ່ສຳຄັນທົ່ວປະເທດຍີ່ປຸ່ນໃນໄວໆນີ້.

ຂໍ້ມູນຈາກ: 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/