ເປັນຫຍັງ ຈຶ່ງເກີດມີກະແສເກັບເຫັດ?


ຈາກການລາຍງານທາງໂທລະພາບຊ່ອງໄທຂອງຫຼາຍໆຊ່ອງ ໃນວັນທີ 2 ສິງຫາ 2021 ໄດ້ເວົ້າວ່າ: ມີປະຊາຊົນ 7 ຄົນ ຈັງຫວັດອຸບົນລາດຊະທານີ (ຊາຍ 2 ຄົນ, ຍິງ 5 ຄົນ) ໄດ້ຍ່າງຫາເຫັດໄປເລື້ອຍໆ ແຕ່ປາກົດວ່າຫຼົງທາງ ຢູ່ຊາຍແດນໄທ-ຈຳປາສັກ. ຈາກນັ້ນ ໄດ້ຖືກທາງເຈົ້າໜ້າທີ່ລາວຈັບຕົວໄປ ແຕ່ບໍ່ໄດ້ດຳເນີນຄະດີແຕ່ຢ່າງໃດ ເພາະທາງເຈົ້າໜ້າທີ່ໄທ ແລະ ລາວໄດ້ປະສານງານກັນແລ້ວ, ອີກຢ່າງກໍເປັນກໍລະນີບໍ່ໄດ້ຕັ້ງໃຈ ແຕ່ເປັນພຽງການໄປຫາເຫັດຈົນຫຼົງປ່າມາຊາຍແດນລາວເທົ່ານັ້ນ.

ຈາກນັ້ນ ທາງລາວເຮົາກໍໄດ້ນຳຕົວປະຊາຊົນທັງ 7 ຄົນນັ້ນ ໄປຈຳກັດບໍລິເວນເປັນເວລາ 14 ວັນ ຕາມກົດໝາຍປະເທດລາວ ໃນເມືອງປະທຸມພອນ ແຂວງຈຳປາສັກ, ທາງລາວຈະນຳສົ່ງກັບຄືນສູ່ປະເທດຖ້າຄົບ 14 ວັນ ແລະ ອາດຈະພິຈາລະນາສັກວັກຊີນໃຫ້ກ່ອນກັບຄືນປະເທດ ແຕ່ໃນປະເດັນເລື່ອງວັກຊີນ ກໍຍັງບໍ່ໄດ້ສະຫຼຸບວ່າຈະມີການສັກວັກຊີນຫຼືບໍ່.

ເຂດຊາຍແດນແມ່ນຢູ່ລະຫວ່າງ ບ້ານຫ້ວຍວັງລົມ ຕຳບົນຄຳເຂື່ອນແກ້ວ ແລະ ບ້ານທົ່ງກວ້າງ ເມືອງໂພນທອງ ແຂວງຈຳປາສັກ, ເຊິ່ງບໍລິເວນດັ່ງກ່າວເປັນເຂດທີ່ສອງປະເທດຍັງບໍ່ໄດ້ແບ່ງເຂດກັນຢ່າງຊັດເຈນ.

ຖືໄດ້ວ່າເປັນປະເດັນສຳຄັນເມື່ອບໍ່ດົນມານີ້ ເພາະທາງສື່ຕ່າງໆກໍອອກມາໃຫ້ຂ່າວຢ່າງຫຼວງຫຼາຍ ລວມໄປເຖິງຫຼາຍໆເພຈກໍມີການເຮັດມີມຕະຫຼົກໆຕ່າງໆ ພ້ອມກັບມີຄຳເວົ້າປະມານວ່າ: ຢາກຈະໄປຫາເຫັດແລ້ວຫຼົງປ່າຢູ່ລາວ ແລະ ອື່ນໆອີກ.

ເຖິງຢ່າງໃດກໍຕາມ ປະເດັນເລື່ອງວັກຊີນ ຍັງບໍ່ມີຂໍ້ມູນຢ່າງເປັນທາງການ, ແຕ່ໃນປະເດັນນີ້ເຮັດໃຫ້ມີຫຼາຍຄົນມີມຸມມອງຄວາມຄິດທີ່ແຕກຕ່າງກັນໄປ. ຕ້ອງໄດ້ຕິດຕາມກັນຕໍ່ໄປວ່າເລື່ອງວັກຊີນຈະແມ່ນເລື່ອງແທ້ ຫຼື ຈະເປັນໄປໃນທິດທາງໃດ.

ຂອບໃຈຂໍ້ມູນຈາກ:

ຮູບພາບຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/