“Devil Horn” ໂຣກປະຫຼາດ ທີ່ເຮັດໃຫ້ມີເຂົາຢູ່ຫົວຄືກັບຊາຕານ


“Devil Horn” ໂຣກປະຫຼາດທາງຜິວໜັງທີ່ເຮັດໃຫ້ມີເຂົາຄືກັບຊາຕານທີ່ຢູ່ໃນຮູບເງົາ ຫຼື ໃນນິຍາຍຕ່າງໆ ເຊີ່ງໂຣກນີ້ກໍໄດ້ຖືກເອີ້ນໃນທາງການແພດວ່າ “Cutaneous Horn”

Cutaneous Horn ຫຼື Devil Horn ເປັນເນື້ອງອກທີ່ເກີດຈາກຄວາມຜິດປົກກະຕິຂອງສານເຄລາຕິນ (Keratine) ໃນຮ່າງກາຍມະນຸດ ເຊິ່ງສາມາດເກີດຂຶ້ນໄດ້ກັບຜິວໜັງຊັ້ນນອກ ໃນທຸກໆສ່ວນຂອງຮ່າງກາຍຄົນເຮົາ ບໍ່ວ່າຈະເປັນບໍລິເວນ ຫົວ, ໜ້າ, ມື, ຕີນ, ແຂນ ແລະ ສ່ວນອື່ນໆ. ເຊິ່ງໂຣກນີ້ຖ້າເກີດຂຶ້ນໃນບໍລິເວນໃບໜ້າ ກໍຈະເຮັດໃຫ້ໜ້າຕາຂອງຜູ້ປ່ວຍມີການເສຍຄວາມເປັນປົກກະຕິໄປຫຼາຍ ແລະ ເນື້ອງອກທີ່ອອກມານັ້ນຍັງສາມາດພັດທະນາໄປເປັນມະເຮັງໄດ້.

ໃນປັດຈຸບັນ ຍັງບໍ່ທັນໄດ້ມີການຄົ້ນພົບເຖິງສາເຫດຕົ້ນຕໍທີ່ເຮັດໃຫ້ເກີດໂຣກນີ້ໄດ້ ແຕ່ກໍມີການສັນນິຖານ ແລະ ຄາດຄະເນວ່າອາດຈະເກີດຈາກຮ່າງກາຍທີ່ໄດ້ຮັບການແຜ່ລັງສີຫຼາຍຈົນກະຕຸ້ນໃຫ້ຜິວໜັງເກີດຄວາມຜິດປົກກະຕິຈົນເກີດໂຣກນີ້ໄດ້.

ໂຣກ Cutaneous Horn ຖືກຄົ້ນພົບທຳອິດ ໃນໄລຍະສະຕະວັດທີ 19 ໂດຍພົບໃນຕົວຜູ້ຍິງຊາວຝຣັ່ງ ອາຍຸ 76 ປີ ຊື່ວ່າ ມາດາມ ດິ ມັນເຊ  ເຊິ່ງໄດ້ມີເຂົາງອກອອກມາຈາກກາງໜ້າຜາກຂອງລາວ. ໄລຍະທຳອິດກໍບໍ່ໄດ້ເຮັດໃຫ້ລາວຮູ້ສືກເຈັບປວດແຕ່ຢ່າງໃດ ພຽງແຕ່ສ້າງຄວາມລຳຄານເທົ່ານັ້ນ. ຈົນເວລາຜ່ານໄປ 6 ປີ ເນື້ອງອກທີ່ວ່າກໍໄດ້ໃຫຍ່ຂຶ້ນ ແລະ ຍາວລົງເກືອບຮອດຄາງຂອງລາວ, ສຸດທ້າຍຈຶ່ງໄດ້ຕັດສິນໃຈເຂົ້າຮັບການຮັກສາໂດຍການຜ່າຕັດເພື່ອເອົາເນື້ອງອກນັ້ນອອກ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/