ມາຮູ້ຈັກກັບ “ນູສເລດ” ຈາກຄົນລ້າງຈານ ສູ່ເຈົ້າຂອງຮ້ານອາຫານທີ່ມີຊື່ສຽງລະດັບໂລກ


ນູສເລດ ໂກເຊ ຫຼືຮູ້ຈັກກັນດີໃນຊື່ ຊໍ ແບ (Salt Bae) ອາຍຸ 37 ປີ ສັນຊາດຕຸລະກີ ເຈົ້າຂອງຮ້ານອາຫານທີ່ໂດ່ງດັງ ແລະ ມີບັນຊີອິນສະຕາແກຣມ ທີ່ມີຍອດຜູ້ຕິດຕາມເຖິງ 30 ລ້ານຄົນ.

ຈຸດເລີ່ມຕົ້ນຂອງນູສເລດ ແມ່ນມາຈາກຄອບຄົວທີ່ທຸກຍາກ ໃນເມືອງແອຊູລຸມ ເມືອງຊົນນະບົດໃນປະເທດຕຸລະກີ ເຊິ່ງນູສເລດແມ່ນຈົບການສຶກສາພຽງແຕ່ຊັ້ນປະຖົມເທົ່ານັ້ນ. ຫຼັງຈາກນັ້ນກໍເລີ່ມເຂົ້າເຮັດວຽກເປັນພະນັກງານລ້າງຈານແຫ່ງໜຶ່ງໃນບ້ານເກີດຂອງຕົນເອງ ໂດຍທີ່ເຮັດວຽກເປັນເວລາ 18 ຊົ່ວໂມງຕໍ່ມື້. ຈາກນັ້ນກໍໄດ້ຍ້າຍໄປເຮັດວຽກໃນໂຮງງານຊີ້ນ.

ນູສເລດ ມີຄວາມຝັນຢາກມີທຸລະກິດຮ້ານອາຫານເປັນຂອງຕົນເອງ ລາວຈຶ່ງໄດ້ນຳເອົາເງິນທີ່ລາວທ້ອນໄວ້ ປະມານ 50 ລ້ານກີບ ໃຊ້ໃນການເດີນທາງໄປປະເທດອາເຈນຕິນາ ເພື່ອເກັບກ່ຽວປະສົບການ ແລະ ຊອກຮຽນຮູ້ກ່ຽວກັບອຸດສາຫະກຳຊີ້ນສັດ ແລະ ການປຸງແຕ່ງ.

ຫຼັງຈາກນັ້ນ, ນູສເລດຈຶ່ງໄດ້ກັບມາທີ່ປະເທດບ້ານເກີດຂອງຕົນເອງ ແລະ ໄດ້ເປີດຮ້ານອາຫານຮ້ານທຳອິດໃນຊີວິດຂອງລາວຊື່ວ່າ NUSR-Et Steakhouse ເຊິ່ງລາວໄດ້ເຮັດເປັນຮ້ານສະເຕັກ ໂດຍເລີ່ມຕົ້ນມີພຽງແຕ່ 8 ໂຕະ ແລະ ພະນັກງານ 10 ຄົນ.

ນູສເລດ ໄດ້ສ້າງເອກະລັກໃຫ້ແກ່ຕົນເອງດ້ວຍການໃສ່ເຊື້ອຍືດສີຂາວ ກັບໂສ້ງສີດຳທີ່ຂະໜາດພໍດີກັບຮ່າງກາຍ ພ້ອມກັບໜວດສະຕາຍຕຸລະກີຂອງລາວ ແລະ ການບໍລິການທີ່ເປັນກັນເອງກັບລູກຄ້າ. ນອກຈາກນັ້ນ, ລາວຍັງມັກເສີບ ແລະ ປາດຊີ້ນໃຫ້ລູກຄ້າຈົນຮອດໂຕະ ຈຶ່ງເຮັດໃຫ້ລູກຄ້າຜູ້ທີ່ມາຮັບປະທານອາຫານຫຼາຍຄົນປະທັບໃຈໃນການບໍລິການ ແລະ ເອົາໃຈໃສ່ ຈົນຕ້ອງຍົກໂທລະສັບມືຖືມາຖ່າຍລົງສື່ສັງຄົມອອນລາຍ ເຮັດໃຫ້ຮ້ານສະເຕັກຂອງນູສເລດເລີ່ມມີຊື່ສຽງຂຶ້ນເລື້ອຍໆ.

ໂຊກຊະຕາຂອງນູສເລດຍັງບໍ່ໝົດພຽງເທົ່ານັ້ນ, ເມື່ອມື້ໜຶ່ງໄດ້ມີມະຫາເສດຖີຊື່ວ່າ Dogus Holding ເຊິ່ງເປັນເຈົ້າຂອງບໍລິສັດທີ່ລົງທຶນໃນກຸ່ມອຸດສາຫະກຳໃນປະເທດຕຸລະກີ ແລະ ທົ່ວໂລກ ໄດ້ມາກິນສະເຕັກທີ່ຮ້ານຂອງນູສເລດຈຶ່ງເກີດຕິດໃຈ ແລະ ມັກໃນເອກະລັກຂອງລາວຂຶ້ນມາ. ມະຫາເສດຖີຄົນດັ່ງກ່າວຈຶ່ງຕັດສິນໃຈລົງທຶນກັບຮ້ານສະເຕັກຂອງນູສເລດ ໂດຍມີເປົ້າໝາຍຢາກຂະຫຍາຍທຸລະກິດຮ້ານສະເຕັກແບບນີ້ໄປທົ່ວໂລກ.

ແລະ ພາຍຫຼັງບໍ່ດົນທີ່ໄດ້ລົງທຶນໄປ ນູສເລດກໍໄດ້ປ່ອຍຄິບວິດີໂອຄວາມຍາວພຽງແຕ່ 36 ວິນາທີ ເຊິ່ງເປັນວິດີໂອສະແດງລີລາການປາດຊີ້ນ ແລະ ການໂຮຍເກືອທີ່ເປັນເອກະລັກ ຈຶ່ງເຮັດໃຫ້ນູສເລດໂດ່ງດັງຂຶ້ນມາທັນທີ.

ກະແສການເຮັດອາຫານຂອງນູສເລດໄດ້ໂດ່ງດັງໄປທົ່ວໂລກ ຈົນນັກສະແດງ, ນັກກິລາ ແລະ ເສດຖີໃນທົ່ວໂລກບໍ່ວ່າຈະເປັນ ເມສຊີ, ລີໂອນາໂດ ດິເເຄພຣີໂອ, ເຈົ້າຄອງນະຄອນດູໄບ ມຸຮາມັດ ບິນ ລໍຊິດ ແລະ ຄົນທີ່ມີຊື່ສຽງອີກຫຼາຍຄົນກໍຄາດຫວັງຢາກໄປລອງຊິມໃນສີມືການເຮັດອາຫານຂອງລາວ. 

ພາຍໃນໄລຍະເວລາພຽງແຕ່ 10 ປີ ນູສເລດ ໄດ້ກາຍເປັນເຈົ້າຂອງໂຮງງານຊີ້ນ ແລະ ຮ້ານອາຫານຫຼາຍກວ່າ 15 ແຫ່ງ ໃນຕຸລະກີ, ສະຫະລັດອາຣັບເອມິເລດ, ສະຫະລັດອາເມລິກາ, ກາຕ້າ ແລະ ກຣີກ.ນອກຈາກນັ້ນ, ຮ້ານອາຫານຂອງນູສເລດ ຍັງໄດ້ລົງທະບຽນເຂົ້າໃນຕະຫຼາດຫຼັກຊັບ ແລະ ປະເມີນມູນຄ່າໄວ້ຢູ່ທີ່ 1,000 ລ້ານໂດລາສະຫະລັດ.

ທີ່ມາ: 

ພາບ: cnbc, hospitality

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/