Capcom ຄອນເຟີມ! ກຽມເປີດຕົວ Street Fighter ເວີຊັນມືຖື


Street Fighter: Duel ເກມມືຖືແນວຕໍ່ສູ້ຈາກທາງ Tencent ຮ່ວມມືກັບ Capcom ທີ່ແຍກຈາກຊີຣີ Street Fighter ກຳລັງກຽມເປີດຕົວໃນເວີຊັນພາສາອັງກິດ,

ຫຼັງຈາກທີ່ກ່ອນຫນ້ານີ້ ເມື່ອປາຍປີທີ່ຜ່ານມາ Street Fighter: Duel ໄດ້ເປີດໃຫ້ບໍລິການສະເພາະພາສາຈີນສຳລັບປະເທດຈີນເທົ່ານັ້ນ. ຫຼ້າສຸດ Capcom ປະກາດໃນທົວນາເມັນ Capcom Pro Tour ຂອງໂຊນອາເມລິກາເໜືອ ເຊິ່ງເປັນທົວໃຫຍ່ແຫ່ງປີຂອງເກມ Street Fighter ໄດ້ລະບຸວ່າ ໃນອະນາຄົດກຳລັງກຽມເປີດຕົວເວີຊັນພາສາອັງກິດ.

ໂດຍເກມ Street Fighter: Duel ຜູ້ຫຼິ້ນສາມາດສ້າງທີມ ຫຼື ຈັດປາຕີ້ໄດ້ 3 ຕົວລະຄອນ ເພື່ອໃຊ້ທັກສະສະເພາະຂອງແຕ່ລະຕົວລະຄອນໃນການຕໍ່ສູ້ ໃຫ້ອາລົມຄືກັບເກມ Mortal Kombat ແລະ Justice League.

Street Fighter: Duel ຍັງມີໂໝດເນື້ອເລື່ອງ ແລະ ໂໝດການເຝິກຊ້ອມ. ແນ່ນອນວ່າມາພ້ອມກັບລະບົບສຸ່ມກາຊາຕົວລະຄອນຈາກລະດັບ B–S ໂດຍປັດຈຸບັນຕົວລະຄອນໃນ Street Fighter: Duel ມີທັງໝົດ 98 ຕົວ, ລວມໄປເຖິງການນຳເອົາຄົນມີຊື່ສຽງມາສ້າງເປັນຕົວລະຄອນພິເສດໃນເກມເຊັ່ນ: Lu Bu ຫຼື Jay Chou ນັກຮ້ອງດັງໃນຈີນ.

ທີ່ມາ: https://bit.ly/3j6BkVa

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/