ທວນໄຟໃນງານ Tokyo Olympics 2020 ເຮັດມາຈາກອາລູມີນຽມຣີໄຊເຄິນທີ່ມາຈາກເຮືອນພັກຜູ້ປະສົບໄພແຜ່ນດິນໄຫວໃນປີ 2011


ຫຼາຍຄົນອາດຈື່ໄດ້ ເມື່ອ 10 ປີກ່ອນ ຍີ່ປຸ່ນໄດ້ເກີດເຫດແຜ່ນດິນໄຫວ ແລະ ສຶນາມິ ຂະໜາດ 9.0 ຣິກເຕີ້ ເຊິ່ງພາກຊີວິດຄົນ ແລະ ສູນຫາຍເຖິງ 18,000 ຄົນ ສ້າງຄວາມເສຍຫາຍຢ່າງມະຫາສານ, ຫຼາຍຄອບຄົວຂາດທີ່ພັກອາໄສ. ດັ່ງນັ້ນລັດຖະບານຈຶ່ງສ້າງທີ່ພັກພິງຊົ່ວຄາວໃຫ້ກັບປະຊາຊົນທີ່ປະສົບໄພ.

ເມື່ອເວລາຜ່ານໄປ ທີ່ພັກຊົ່ວຄາວທີ່ໄດ້ເຮັດໜ້າທີ່ຂອງມັນແລ້ວນັ້ນ ອາລູມີນຽມຈາກເຮືອນພັກ ກໍໄດ້ຖືກຣີໄຊເຄິນເພື່ອນຳກັບມາໃຊ້ອີກຄັ້ງໜຶ່ງ ໂດຍມັນໄດ້ກາຍເປັນສ່ວນສຳຄັນຂອງງານ Tokyo Olympics 2020 ນັ້ນກໍຄື ກາຍມາເປັນທວນໄຟຮູບດອກໄມ້ ຊາກຸຣະ.

ທວນໄຟດັ່ງກ່າວອອກແບບໂດຍ Tokujin Yoshioka ລັກສະນະຂອງທວນໄຟນັ້ນ ຖ້າເບິ່ງແບບທຳມະດາ ກໍຈະຄືກັບທວນໄຟທຳມະດາ, ແຕ່ຖ້າເບິ່ງຈາກທາງເທິງລົງມາ ຫົວຂອງມັນເປັນຮູບດອກຊາກຸຣະ ເຊິ່ງເປັນດອກໄມ້ທີ່ສຳຄັນ ແລະ ບົ່ງບອກຄວາມເປັນຍີ່ປຸ່ນ. ມີການຂຶ້ນຮູບຊົງດ້ວຍເທັກໂນໂລຢີດຽວກັນກັບການຜະລິດລົດໄຟຄວາມໄວສູງຊິນຄັນເຊັນ ເຊິ່ງເຮັດໃຫ້ທວນໄຟມີນ້ຳໜັກເບົາ ແຕ່ແຂງແຮງ ແຖມຍັງເປັນປະຕິມາກຳທີ່ໄຮ້ຮອຍຕໍ່ອີກພ້ອມ.

ນອກຈາກທວນໄຟທີ່ຣີໄຊເຄິນມາຈາກເຮືອນພັກຜູ້ປະສົບໄພໃນປີ 2011 ແລ້ວ ຍັງມີຊໍ່ດອກໄມ້ຂອງນັກກິລາທີ່ໄດ້ຮັບຮາງວັນ ກໍໄດ້ມາຈາກແຂວງທີ່ໄດ້ຮັບໄພພິບັດຈາກເຫດການດຽວກັນ ແລະ ເຍົາວະຊົນອີກ 6 ຄົນ ທີ່ມາສົ່ງຕໍ່ທວນໄຟ ກໍມາຈາກເຂດທີ່ປະສົບໄພອີກພ້ອມ.

ຂອບໃຈຂໍ້ມູນຈາກ: https://bit.ly/2TMdJ3k

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/