Bella Poarch ມີຊື່ສຽງຫຼາຍໃນ TikTok ຈົນໄດ້ກາຍມາເປັນສິລະປິນ


Bella Poarch ສາວສັນຊາດອາເມຣິກາ ມີເຊື້ອສາຍຟີລິບປິນ ທີ່ຫຼາຍຄົນກໍອາດຈະຮູ້ຈັກຜ່ານຕາໃນແອັບ TikTok ບໍ່ວ່າຈະໂພສວິດີໂອລົງໃນຮູບແບບໃດ ຕ່າງກໍມີຄົນມາຮັບຊົມຢ່າງຫຼວງຫຼາຍ ຍອດວິວສູງຂຶ້ນໃນແຕ່ລະມື້.

Bella ເລີ່ມຫຼິ້ນ TikTok ເມື່ອປີ 2020 ເດືອນເມສາ ເປັນຕົ້ນມາ, ວິດີໂອທີ່ໂພສສ່ວນຫຼາຍຈະເປັນ Cover Dance ເຕັ້ນເບົາໆຕາມສະໄຕລ໌ຂອງ Bella, ໃນເດືອນສິງຫາ ກັບກາຍເປັນວ່າໂດ່ງດັງຢ່າງວ່ອງໄວ ຈາກວິດີໂອລິບຊິງເພງ M to the B ທີ່ປະກອບກັບການສະແດງໜ້າຕາທີ່ດຶງດູດຄົນໃຫ້ເຂົ້າມາເບິ່ງ ຖືກໃຈຄົນເປັນຈຳນວນຫຼາຍ.

ນັບຈາກນັ້ນມາ ກໍມີຍອດຜູ້ຕິດຕາມທາງ TikTok ສູງຂຶ້ນຢູ່ເລື້ອຍໆ ຈົນເຖິງ 70 ລ້ານ, ຖ້ານັບຍອດວິວລິບຊິງຈາກເພງ M to the B ຈົນຮອດປັດຈຸບັນ ກໍປະມານ 600 ກວ່າລ້ານວິວ, ນອກຈາກນີ້ ກໍໄດ້ອັດວິດີໂອໂພສລົງຢູ່ເລື້ອຍໆ.

ຮ່າງກາຍຂອງ Bella ມີຮອຍສັກລາຍເປັນຈຳນວນຫຼາຍ ເຊິ່ງກໍເປັນອີກມຸມໜຶ່ງກໍສະແດງເຖິງຕົວຕົນ ແລະ ຍັງໃຫ້ຄວາມສົນໃຈຕໍ່ກັບຜູ້ທີ່ມັກໃນການສັກລາຍອີກດ້ວຍ, ພ້ອມກັນນີ້ກໍຍັງເຄີຍເປັນທະຫານຜ່ານເສິກກອງທັບເຮືອຂອງສະຫະລັດອາເມຣິກາມາກ່ອນ ແລະ ຮັບລາດຊະການມາເປັນເວລາຫຼາຍປີອີກພ້ອມ.

ປັດຈຸບັນກໍໄດ້ຮ່ວມງານກັບແບຣນສິນຄ້າ, ຈົນຕອນນີ້ກໍກາຍເປັນນັກຮ້ອງໄປແລ້ວ ພ້ອມກັບຖ້າມີໂອກາດ ອາດຈະໄດ້ເຫັນລາວໃນບົດບາດການເປັນນັກສະແດງອີກພ້ອມ.

ຂອບໃຈຂໍ້ມູນຈາກ: https://bit.ly/3rUnn0v

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/