ແຂ່ງມວຍຢູ່ດີໆ ກໍໄປກັດຫູຂອງຄູ່ແຂ່ງ ເພາະຮູ້ວ່າເສຍຄະແນນ!!!


ໃນວັນທີ 27 ກໍລະກົດ 2021 ທີ່ຜ່ານມາ ໃນງານມະຫະກຳກິລາ Tokyo Olympics 2020 ມີການແຂ່ງຂັນມວຍຊາຍລະຫວ່າງ David Nyika ນັກມວຍປະເທດນິວຊີແລນ ແຂ່ງກັບ Youness Baalla ນັກມວຍປະເທດໂມຣັອກໂຄ.

ໃນການແຂ່ງຂັນທີ່ກຳລັງດຸເດືອດ ທັງສອງກໍມີການຕໍ່ສູ້ກັນແບບສົມເຫດ ແລະ ສົມຜົນ. ລະຫວ່າງການແຂ່ງຂັນສ່ວນຫຼາຍຄະແນນທີ່ສູງແມ່ນຈະເປັນຂອງ David Nyika, ສ່ວນ Youness Baalla ມີຄະແນນໜ້ອຍນຳບໍ່ທັນ ຫ່າງກັນຫຼາຍຄະແນນເລີຍກໍວ່າໄດ້.

ຍົກສຸດທ້າຍ Youness Baalla ເສຍຄະແນນໃຫ້ກັບ David Nyika. ຫຼັງຈາກທີ່ຮູ້ວ່າຕົນເອງເສຍຄະແນນ ແລະ ເສຍປຽບໃຫ້ກັບຄູ່ແຂ່ງດ້ວຍຄະແນນ 0-5 ຕົກຮອບ 16 ຄົນສຸດທ້າຍ, Youness Baalla ກໍໄດ້ກັດຫູຂອງ David Nyika ຢ່າງໜ້າຕົກໃຈ ເພາະເສຍຄະແນນເຮັດໃຫ້ກັດຮອດຫູກັນ.

ພາຍຫຼັງແຂ່ງຂັນແລ້ວ ກໍໄດ້ມີການສຳພາດ, Baalla ບໍ່ໄດ້ກັດຢ່າງເຕັມປາກ ໂຊກດີທີ່ມີແຂ້ວຢາງກັນໄວ້ ຈາກທີ່ກັດຫູກໍມີການຫອມແກ້ມເລັກໜ້ອຍ.

ຂອບໃຈຂໍ້ມູນຈາກ: https://bit.ly/3lhx8oj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/