ເສດຖະກິດຫວຽດນາມເຕີບໂຕຍຸກໂຄວິດ GDP ໄຕມາດ 4 ເພີ່ມຂຶ້ນ 4.48% ດີກວ່າທີ່ຄາດໄວ້


ຜະລິດຕະພັນມວນລວມໃນປະເທດຫວຽດນາມເນັ້ນຢ້ຳເຖິງຄວາມສຳເລັດໃນການຮັບມືກັບໂຄວິດ-19 ແລະ ເຮັດໃຫ້ເສດຖະກິດດຳເນີນຕໍ່ໄປໄດ້.

ວັນທີ 27 ທັນວາ 2020 ທີ່ຜ່ານມາ ສຳນັກຂ່າວບູມເບີກ (Bloomberg) ລາຍງານວ່າ ສຳນັກງານສະຖິຕິແຫ່ງຊາດຂອງຫວຽດນາມເປີດເຜີຍຕົວເລກຜະລິດຕະພັນມວນລວມໃນປະເທດ ຫຼື GDP ປະຈຳໄຕມາດທີ 4 ຂອງປີ ໂດຍລະບຸວ່າໃນຊ່ວງເດືອນຕຸລາເຖິງເດືອນທັນວາ GDP ຂອງຫວຽດນາມເພີ່ມຂຶ້ນຈາກຊ່ວງດຽວກັນຂອງປີກາຍ 4.48% ຫຼາຍກວ່າຕົວເລກ 4% ທີ່ນັກວິເຄາະຄາດໄວ້.

ພາກການສົ່ງອອກຂອງຫວຽດນາມເຕີບໂຕຂຶ້ນ 17.6% ແລະ ນຳເຂົ້າຫຼາຍຂຶ້ນ 22.7% ໃນເດືອນທັນວາ ຖ້ານັບທັງປີແລ້ວ ຫວຽດນາມສົ່ງອອກເພີ່ມຂຶ້ນ 6.5% ແລະ ນຳເຂົ້າເພີ່ມຂຶ້ນ 3.6% ລວມແລ້ວເກີນດຸນການຄ້າທີ່ມູນຄ່າ 19.060 ລ້ານໂດລາສະຫະລັດ.

ຂະນະທີ່ພາກການຜະລິດທີ່ເປັນຈຸດເດັ່ນຂອງຫວຽດນາມກໍເຕີບໂຕຂຶ້ນ 5.82% ໃນປີນີ້ ຈາກການຍ້າຍຖານການຜະລິດຈາກຈີນມາຫວຽດນາມຂອງຫຼາຍບໍລິສັດ ອັນເປັນຜົນມາຈາກສົງຄາມການຄ້າຂອງຈີນ-ສະຫະລັດອາເມຣິກາ ລວມໄປເຖິງການບັນລຸຂໍ້ຕົກລົງເຂດການຄ້າເສລີກັບສະຫະພາບເອີຣົບ (EU-Vietnam Free Trade Agreement: EVFTA) ໂດຍລັດຖະບານມີແຜນທີິ່ຈະນຳນະໂຍບາຍອຸດສະຫະກຳ 4.0 ເຂົ້າມາສົ່ງເສີມໃຫ້ຫວຽດນາມເປັນ Hub ການຜະລິດຂອງພູມີພາກອາຊີປາຊີຟິກຕໍ່ໄປ.

ເມື່ອນັບລວມທັງປີ GDP ຂອງຫວຽດນາມເຕີບໂຕຂຶ້ນ 2.91% ໃນປີນີ້ ເໜືອກວ່າຕົວເລກທີ່ຄາດໄວ້ທີ່ 2.8% ເຊິ່ງເປັນອັດຕາການເຕີບໂຕທີ່ຕ່ຳທີ່ສຸດໃນຮອບ 34 ປີ ແຕ່ສຳລັບຊ່ວງວິກິດໂຄວິດ-19 ແລ້ວ ມີການຮັບມືກັບເຊື້ອໄວຣັດໄດ້ດີ ໃນຂະນະທີ່ຍັງສາມາດເຮັດໃຫ້ເສດຖະກິດຫຼາຍພາກສ່ວນດຳເນີນໄປໄດ້ ທີ່ເປັນປັດໄຈສຳຄັນທີ່ເຮັດໃຫ້ຫວຽດນາມເປັນໜຶ່ງໃນປະເທດທີ່ເສດຖະກິດເຕີບໂຕຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກ

ທີ່ມາ: https://www.facebook.com/workpointTODAY/photos/a.153956988306921/1500443843658222/?_rdc=1&_rdr