ບໍລິສັດໃນສະຫະລັດອາເມຣິກາເລັງຕັ້ງ “ໂຮງງານອາຫານສັດໃຫຍ່ທີ່ສຸດຂອງອາຊີ” ໃນປະເທດຈີນ


Mars ບໍລິສັດແຫ່ງວົງການເຂົ້າໜົມ ແລະ ອາສານສັດລ້ຽງຍັກໃຫຍ່ຂອງສະຫະລັດອາເມຣິກາວາງແຜນກໍ່ສ້າງໂຮງງານອາຫານສັດລ້ຽງສະໄໝໃໝ່ທີ່ສຸດໃນອາຊີ ທີ່ເທດສະບານນະຄອນທຽນຈິນທາງຕອນເໜືອຂອງຈີນ.

ພິທີເປີດຕົວໂຄງການກໍ່ສ້າງໂຮງງານດັ່ງກ່າວຈັດຂຶ້ນທີ່ທຽນຈິນ ເມື່ອຕົ້ນອາທິດທີ່ຜ່ານມາໂດຍໂຮງງານແຫ່ງນີ້ຈະຄອບຄຸມພື້ນທີ່ເກືອບໆ 110,000 ຕາແມັດ ໃຊ້ເງິນທຶນຫຼາຍກວ່າ 100 ລ້ານດອນລ່າສະຫະລັດອາເມຣິກາ ແລະ ຈະມີຜົນຜະລິດຕໍ່ປີສູງເກີນ 250,000 ໂຕນ ຫາກດຳເນີນການຜະລິດເຕັມກຳລັງ.

ແຫຼ່ງຂ່າວຈາກເຂດພັດທະນາເສດຖະກິດ ແລະ ເຕັກໂນໂລຊີທຽນຈິນໄດ້ລະບຸວ່າ ໂຄງການດັງກ່າວບໍ່ພຽງນຳຜະລິດຕະພັນອາຫານສັດລ້ຽງຍີ່ຫໍ້ໃໝ່ສູ່ຕະຫຼາດຈີນ ແຕ່ຍັງຈະມີບົດບາດທາງບວກໃນການພັດທະນາຮ່ວມກັນຂອງບັນດາບໍລິສັດຜູ້ປະກອບການຕົ້ນນ້ຳ ແລະ ປາຍນ້ຳໃນທ້ອງຖິ່ນດ້ວຍ.

(Mars Inc.)  ເປັນທຸລະກິດຄົວເຮືອນທີ່ສ້າງຜະລິດຕະພັນ ແລະ ນຳສະເໜີບໍລິການອັນຫຼາກຫຼາຍສຳຫຼັບຜູ້ຄົນ ແລະ ສັດລ້ຽງມາດົນເປັນສະຕະວັດໂດຍເປັນເຈົ້າຂອງແບຣນສິນຄ້າຊື່ດັງລະດັບໂລກເຊັ່ນ: ຊັອກໂກແລັດຍີ່ຫໍ້ສະນິກເກີ້ (Snicker) , ໂດບ (Dove) ແລະ ອາຫານສັດລ້ຽງຍີ່ຫໍ້ ຣໍ່ຍັນຄານິນ (Royal Canin).

Mars Inc. Promises $1 Billion Investment in Climate Change and Sustainable  Supply Chain

ທີ່ມາ: https://today.line.me/th/v2/article/RKNEMY?utm_source=copyshare