ມາຮູ້ຈັກກັບ “ຕະຫຼາດຫາຄູ່” ສຳລັບຄົນໂສດ ທີ່ພໍ່ແມ່ຈະຫາຄູ່ໃຫ້ລູກທີ່ໂສດ


“ຕະຫຼາດຫາຄູ່” ເປັນປາກົດການທີ່ໜ້າສົນໃຈທີ່ມີໃນຈີນມາປະມານ 20 ປີແລ້ວ ພໍ່ແມ່ຊາວຈີນຕາມເມືອງໃຫຍ່ຫຼາຍຮ້ອຍຄົນຈະພາກັນໄປລວມຕົວກັນທີ່ສວນສາທາລະນະທຸກໆທ້າຍອາທິດ ເພື່ອ “ຈັບຄູ່ດ່ວນ” ໃຫ້ບັນດາລູກໆຂອງເຂົາເຈົ້າ ແລະ ເຖິງແມ່ນວ່າຈະໄດ້ບໍ່ຮັບຄວາມຍິນຍອມຈາກໜຸ່ມສາວ ແຕ່ພໍ່ແມ່ກຸ່ມນີ້ເບິ່ງວ່າ ສິ່ງທີ່ຕົນເອງເຮັດກໍເພື່ອຄອບຄົວ.

ບັນດາຜູ້ປົກຄອງຈະຕິດປ້າຍລະບຸຂໍ້ມູນຂອງລູກຫຼານຕົນເອງ ບໍ່ວ່າຈະເປັນອາຍຸ, ສ່ວນສູງ, ນ້ຳໜັກ, ການງານ-ການເງິນ, ເງິນເດືອນ-ຊັບສິນ ແລະ ຈະນັ່ງ ຫຼື ຢືນຢູ່ທາງຫຼັງປ້າຍຂອງລູກຫຼານ.​ ຂະນະທີ່ຜູ້ປົກຄອງຄົນອື່ນໆເຂົ້າມາສອບຖາມລາຍລະອຽດ ແລະ ຖ້າຫາກວ່າພວກເຂົາຮູ້ສຶກວ່າລູກຂອງຕົນເໝາະສົມກັນ ກໍຈະມີການນັດເດດກັນໃຫ້ໜຸ່ມສາວໄດ້ພົບໜ້າກັນ.

ຄົນທ້ອງຖິ່ນເອີ້ນຕະຫຼາດແຫ່ງນີ້ວ່າ “ມຸມຫາຄູ່” (相亲角) ໃນຕອນຕົ້ນສະຕະວັດ 2000 ຕະຫຼາດຮູບແບບນີ້ແຜ່ຫຼາຍທົ່ວປັກກິ່ງ, ຊ່ຽງໄຮ,​ ເຊິງຕູ ແລະ ກວາງໂຈ  ເຮັດໃຫ້ມັນກາຍເປັນສິ່ງທີ່ພົບເຫັນໄດ້ທົ່ວໄປໃນຫຼາຍເມືອງຂອງຈີນ.

ຢ່າງໃດກໍຕາມ ອະນາຄົດຕະຫຼາດຄູ່ນັ້ນ ເປັນສິ່ງທີ່ບໍ່ແນ່ນອນ ເນື່ອງຈາກຄົນທີ່ເກີດໃນປີ 1980 ແລະ 1990 ເຕີບໃຫຍ່ມາໃນສັງຄົມຈີນທີ່ຮັ່ງມີ ແລະ ມີອິດສະຫຼະໃນການໃຊ້ຊີວິດຫຼາຍກວ່າສະໄໝຮຸ່ນພໍ່ແມ່ນັ້ນເອງ.

“ຜູ້ຊາຍຖືກຕັດສິນຈາກອິດທິພົນທີ່ພວກເຂົາມີໃນສັງຄົມ ໃນຂະນະທີ່ຜູ້ຍິງຖືກຕັດສິນຈາກການມີລູກ ແລະ ແຮງດຶງດູດທາງເພດ” ໂຮ່ວຫົງປິນ ນັກຂຽນສະຕີນິຍົມຈາກກວາງໂຈກ່າວ ພ້ອມກັບເວົ້າອີກວ່າ “ພໍ່ແມ່ຊາວຈີນມັກຈະເລີ່ມບໍ່ສະບາຍໃຈ ຖ້າຫາກວ່າລູກສາວມີອາຍຸຄົບ 25 ປີ ແລະ ຍັງບໍ່ທັນແຕ່ງງານ ພວກເຂົາກັງວົນວ່າ ຖ້າຫາກເວລາຍິ່ງຜ່ານໄປດົນ ລູກສາວຂອງຕົນຈະບໍ່ເປັນທີ່ສົນໃຈຂອງຜູ້ຊາຍ ແລະ ມີລູກຍາກ”

ໜຶ່ງໃນຊາວເມືອງທີ່ເດີນທາງມາຕະຫຼາດຫາຄູ່ໃນປັກກິ່ງກ່າວວ່າ “ໃນຕະຫຼາດຫາຄູ່ ອັດຕາສ່ວນຂອງຜູ້ຊາຍຕໍ່ຜູ້ຍິງຈະຢູ່ປະມານ 1 ຕໍ່ 9 ຄົນ ເຮັດໃຫ້ການຫາຄູ່ສຳລັບຝ່າຍຍິງ ແລະ ພໍ່ແມ່ຂອງເຂົາເປັນເລື່ອງທີ່ຍາກສະເໝີ”

ທີ່ມາ: https://bit.ly/38ofiIm