ງານເຂົ້າ blogger ສາຍກິນ! ເມື່ອເມືອງກວາງຕຸ້ງປະເທດຈີນ ສັ່ງແບນວີດີໂອໂຊກິນ ຫຼຸດຜ່ອນການກິນຖິ້ມກິນເປືອງ


ປະຕິເສດບໍ່ໄດ້ເລີຍວ່າເປັນກະແສໃນໂຊຊຽວມີເດຍຫຼາຍ ກັບການເຮັດວິດີໂອ “ກິນໂຊ” ທີ່ກຳລັງເປັນທີ່ນິຍົມ ໂດຍສະເພາະຝັ່ງປະເທດຈີນ ແລະ ສ.ເກົາຫຼີ ທີ່ກຳເນີດ blogger ສາຍກິນ ອອກມາຢ່າງຫຼວງຫຼາຍ ແຕ່ວ່າເບື້ອງຫຼັງຄວາມເປັນຕາແຊບນັ້ນ ແອບແຝງບັນຫາສັງຄົມບາງຢ່າງ ເຊິ່ງເປັນເລື່ອງທີ່ປະເທດຈີນກຳລັງໃຫ້ຄວາມສຳຄັນ.

ມົນທົນກວາງຕຸ້ງຂອງຈີນ ໄດ້ອອກຂໍ້ບັງຄັບສັ່ງຫ້າມປະຊາຊົນເຜີຍແຜ່ ຫຼື ເຮັດວິດີໂອກິນໂຊອາຫານໃນປະລິມານຫຼາຍ ເພື່ອລົດການກິນອາຫານຢ່າງສິ້ນເປືອງ ແລະ ຢ້ຳໃຫ້ບັນດາຜູ່ໃຫ້ບໍລິການຄລິບວິດີໂອ ກວດສອບຢ່າງເຄັ່ງຄັດ ແລະ ຢຸດການເຜີຍແຜ່ຄລິບເຫຼົ່ານີ້ທັນທີ ບໍ່ເຊັ່ນນັ້ນຈະໄດ້ຮັບໂທດຕາມກົດໝາຍ.

ທາງການໃຫ້ເຫດຜົນວ່າ ຫຼາຍປີທີ່ຜ່ານມານີ້ ໃນໂລກໂຊຊຽວມີເດຍ ມີວິດີໂອທີ່ໂຊກິນອາຫານຈຳນວນຫຼາຍ ເພື່ອເອີ້ນກະແສໃຫ້ຄົນມາເບິ່ງ ໂດຍຈັດສາກວ່າກິນແຕ່ລັກຄາຍຖິ້ມ, ເຊິ່ງເປັນພຶດຕິກຳການກິນອາຫານທີ່ບໍ່ດີຕໍ່ສຸຂະພາບ ແລະ ກໍ່ໃຫ້ເກີດການກິນຖິ້ມກິນເປືອງ ສ້າງຄ່ານິຍົມທີ່ບໍ່ຖືກຕ້ອງໃຫ້ແກ່ຜູ່ເບິ່ງ.

ທີ່ມາ: https://www.facebook.com/JeenThaiNews/posts/185936413177805