Ed Sheeran Surprise ປ່ອຍເພງໃໝ່ Afterglow ຫຼັງຫາຍໜ້າຫາຍຕາໄປ 1 ປີເຕັມ


ເວົ້າໄດ້ວ່າເປັນສິ່ງທີ່ໜ້າຈະຊ່ວຍຢຽວຢາຫົວໃຈຂອງໃຜຫຼາຍຄົນໄດ້ເລີຍແຫຼະ  ໂດຍສະເພາະເຫຼົ່າແຟນເພງຂອງ ED-Sheeran ຫຼັງຕ້ອງຜ່ານເລື່ອງລາວທີ່ໂຫດຮ້າຍຕ່າງໆມາຕະຫຼອດປີ 2020  ເມື່ອ ED-Sheeran ໜຶ່ງໃນສິລະປິນນັກຮ້ອງ, ນັກແຕ່ງເພງຊື່ດັງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດອີກຄົນໜຶ່ງຂອງປະເທດອັງກິດ ໄດ້ສ້າງ Surprise ປ່ອຍວີດີໂອຮ້ອງເພງສົດໆໃນເພງໃໝ່ທີ່ມີເນື້ອຫາໂລແມນຕິກອົບອຸ່ນຫົວໃຈຄືເພງ Afterglow ອອກມາໃຫ້ໄດ້ຟັງກັນເມື່ອຕອນແລງຂອງ ທີ 21 ທັນວາທີ່ຜ່ານມາ.

ໂດຍ Afterglow ຖືວ່າເປັນຜົນງານທຳອິດໃນຮອບ 1 ປີເຕັມທີ່ເຂົາໄດ້ປ່ອຍອອກມານັບຕັ້ງແຕ່ອາລະບ້ຳຊຸດ No.6 Collaborations Project (2019) ອາລະບ້ຳທີ່ ED-Sheeran ຊວນສີລະປິນຫຼາກໜ້າຫຼາຍຕາມາຮ່ວມແຕ່ງເພງເຮັດດົນຕີ ແລະ ຮ້ອງຮ່ວມກັນ ຫຼັງເມື່ອເດືອນທັນວາ 2019 ທີ່ຜ່ານມາ ລາວໄດ້ປະກາດພັກເຊົາຈາກການເຮັດວຽກເພື່ອໄປພັກຜ່ອນຫຍ່ອນໃຈ ແລະ ໃຊ້ຊີວິດໃຫ້ຫຼາຍຂຶ້ນ.  ທັງນີ້ Afterglow ຍັງຖືເປັນໂຊໂລຊິງເກິ້ນເພງທຳອິດໃນຮອບ 3 ປີ ນັບຕັ້ງແຕ່ອາລະບ້ຳຊຸດ Divide (2017) ອີກດ້ວຍ.

ແຕ່ເຖິງຢ່າງໃດກໍຕາມ  ED-Sheeran ໄດ້ອອກມາໂພສໃນ Instagram ສ່ວນຕົວເລົ່າເຖິງເພງນີ້ວ່າມັນເປັນພຽງໜຶ່ງເພງທີ່ລາວຮັກ ແລະ ຢາກປ່ອຍອອກມາໃຫ້ທຸກຄົນໄດ້ຟັງເທົ່ານັ້ນບໍ່ແມ່ນ Singles ທີ່ຈະຖືກບັນຈຸລົງໃນຜົນງານອາລະບ້ຳຊຸດໃໝ່ແຕ່ຢ່າງໃດ ເຂົາເຮັດເພງນີ້ຂຶ້ນມາເພື່ອມອບໃຫ້ເປັນຂອງຂວັນປີໃໝ່ແກ່ແຟນເພງ.

“ສະບາຍດີທຸກຄົນ Afterglow ຄືເພງທີ່ຂ້ອຍແຕ່ງຂຶ້ນເມື່ອປີທີ່ແລ້ວ ແລະ ຂ້ອຍເຮັດມັນຂຶ້ນມາເພື່ອໃຫ້ພວກທ່ານໄດ້ຟັງມັນບໍ່ແມ່ນ Singles ທຳອິດຈາກອາລະບ້ຳຊຸດຕໍ່ໄປຂອງຂ້ອຍ ມັນເປັນພຽງເພງໜຶ່ງທີ່ຂ້ອຍຮັກ ແລະ ຂ້ອຍຫວັງວ່າພວກທ່ານຈະຮັກມັນຄືກັນ ຂໍໃຫ້ສະໜຸກສະໜານ ແລະ ມີຄວາມສຸກໃນຊ່ວງເທສະການປີໃໝ່ນີ້” ED-Sheeran ກ່າວ.

ທາງດ້ານດົນຕີເພງນີ້ເຮັດໃຫ້ເຮົາຄິດຮອດບັນຍາກາດໃນຜົນງານເກົ່າໆທີ່ມີ DNA ຂອງລາວຢູ່ໜຶ່ງຮ້ອຍເປີເຊັນເຕັມບໍ່ຕ້ອງເພິ່ງສຽງເຄື່ອງດົນຕີ ຫຼື ໃຊ້ອຸປະກອນຫຍັງ  ມີພຽງກີຕ້າໂປ່ງໜຶ່ງອັນບວກກັບສຽງຮ້ອງອັນໃສຊື່ ແລະ  ມ່ວນຊື່ນຂອງລາວທີ່ຖືກຂັບກ່ອມອອກມາກໍພຽງພໍຕໍ່ການປັດເປົ່າຄວາມທຸກໃຈໃຫ້ລະລາຍຫາຍໄປແຕ່ຕ້ອງບອກວ່າ Afterglow ເປັນພຽງເນື້ອຫາອົບອຸ່ນທີ່ປ່ອຍອອກມາໄດ້ຖືກເວລາແທ້ໆ.

ສ່ວນ Performance Video ທີ່ມາຄູ່ກັບເພງນີ້ກໍຮຽບງ່າຍ ເຊິ່ງເຜີຍໃຫ້ເຫັນຮູບຂອງ ED-Sheeran ຜູ່ຢືນຢູ່ທ່າມກາງເຟມກຳລັງຮ້ອງເພງພ້ອມກັບບັນເລງກີຕາໂປ່ງຄູ່ໃຈ ຖືກຫ້ອມລ້ອມໄປດ້ວຍພູເຂົາ ຕົ້ນໄມ້ໃບຫຍ້າ ແລະ ວິວ Landscape ທີ່ເຕັມໄປດ້ວຍບັນຍາກາດຂອງທຳມະຊາດໃນຊ່ວງເວລາທີ່ແສງຕາເວັນໃກ້ຈະລັບຂອບຟ້າໄປ, ເຊິ່ງເປັນພາບທີ່ຮຽບງ່າຍແຕ່ສວຍງາມເຂົ້າກັນໄດ້ດີກັບເນື້ອຫາ ແລະ ດົນຕີຂອງເພງນີ້ແທ້ໆ.

ສຳລັບແຟນເພງທີ່ກຳລັງລໍຄອຍອາລະບ້ຳໃໝ່ຂອງ ED-Sheeran ຢູ່ກໍຂໍໃຫ້ອົດທົນລໍຖ້າຕໍ່ໄປອີກຈັກໜ່ອຍເຮົາບໍ່ສາມາດບອກໄດ້ຄືກັນວ່າມື້ໃດ ແຕ່ເຮົາຄິດວ່າການທີ່ລາວກັບມາປ່ອຍເພງໃນຄັ້ງນີ້ກໍນັບວ່າເປັນສັນຍານທີ່ດີທີ່ເຮັດໃຫ້ເຮົາສາມາດຄາດເດົາໄດ້ວ່າ ED-Sheeran ອາດຈະກຳລັງກັບເຂົ້າສູ່ສະຕູດີໂອອີກຄັ້ງເພື່ອເຮັດອາລະບ້ຳຊຸດໃໝ່. ທີ່ມາ: https://today.line.me/th/v2/article/epo1Dg?utm_source=copyshare