ບຣາຊິວປຸກລະດົມ “ສັກວັກຊີນໂຄວິດ-19” ເພື່ອສ້າງພູມຄຸ້ມກັນໃຫ້ຕົນເອງ ແລະ ປະເທດ


ເມື່ອວັນພຸດ ທີ 16 ທັນວາ 2020 ທີ່ຜ່ານມາ ລັດຖະບານບຣາຊິວ ໄດ້ເປີດຕົວໂຄງການປຸກລະດົມເພີ່ມຄວາມຮູ້ກ່ຽວກັບຄວາມສຳຄັນຂອງການສັກວັກຊີນປ້ອງກັນໂຣກຕິດເຊື້ອໄວຣັດໂຄໂລນາສາຍພັນໃໝ່ (ໂຄວິດ-19) ຂະນະທີ່ບຣາຊິວມີຜູ່ປ່ວຍສະສົມຫຼາຍກວ່າ 7 ລ້ານຄົນ ແລະ ຜູ່ປ່ວຍເສຍຊີວິດ 183,735 ຄົນ.

Arnaudo miederos ເລຂາທິການໜ່ວຍງານເຝົ້າລະວັງທາງສາທາລະນະສຸກຂອງບຣາຊິວ ກ່າວລະຫວ່າງການນຳສະເໜີແຜນການສັກວັກຊີນປ້ອງກັນໂຣກໂຄວິດ-19 ແຫ່ງຊາດ (National COVID – 19 Vaccination Plan) ທີ່ທຳນຽບປະທານາທິບໍດີວ່າ “ເຮົາໄດ້ເປີດຕົວໂຄງການສື່ສານ 2 ໄລຍະໃນມື້ນີ້” ເຊິ່ງມີຈຸດມຸ່ງໝາຍເພີ່ມຄວາມເຊື່ອໝັ້ນແກ່ປະຊາຊົນກ່ຽວກັບຄວາມປອດໄພຂອງວັກຊີນປ້ອງກັນໂຣກໂຄວິດ – 19 ທີ່ຜ່ານການຮັບຮອງຈາກອັນວີຊາ (Anvisa) ໜ່ວຍງານກຳກັບດູແລດ້ານສາທາລະນະສຸກແຫ່ງຊາດບຣາຊິວ.

ໂຄງການໄລຍະທຳອິດ “ຕັ້ງເປົ້າໃຫ້ຄວາມກະຈ່າງແຈ້ງແກ້ປະຊາຊົນກ່ຽວກັບປະສິດທິພາບຂອງວັກຊີນທີ່ບຣາຊິວກຳລັງຈະໃຊ້ ລວມເຖິງສັກກາຍະພາບການແຈກຈ່າຍວັກຊີນ”  Arnaudo  Miederos ກ່າວ “ສ່ວນໄລຍະສອງຈະເກີດຂຶ້ນລະຫວ່າງການສັກວັກຊີນ ເຊິ່ງຈະເປັນການເອີ້ນກຸ່ມເປົ້າໝາຍມາສັກວັກຊີນ”

Arnaudo Miederos ຍັງເສີມອີກວ່າ ເຈົ້າໜ້າທີ່ໄດ້ອອກແບບ Application ທີ່ສາມາດດາວໂຫລດລົງ Smart Phone ໄດ້ຟຣີສຳລັບການໃຫ້ຄຳປຶກສາເບື້ອງຕົ້ນອັນເປັນໜຶ່ງຂອງໂຄງການນີ້ ໂດຍ “ເປົ້າໝາຍຂອງເຮົາຄືບຣາຊິວທີ່ມີພູມຄຸ້ມກັນ” ເຊິ່ງຈະມຸ່ງເນັ້ນປະຊາກອນກຸ່ມທີ່ມີຄວາມສ່ຽງປະມານ 50 ລ້ານຄົນ ໂດຍສະເພາະຜູ້ສູງອາຍຸ ແລະ ແຮງງານດ້ານການດູແລສຸຂະພາບ.

ເອດູອາໂດ ປາຊູເອວໂຍ ລັດຖະມົນຕີກະຊວງສາທາລະນະສຸກຂອງບຣາຊິວ ກ່າວວ່າ ບຣາຊິວມີໂຄງສ້າງພື້ນຖານອັນຈຳເປັນທີ່ພ້ອມສຳລັບການຈັດສົ່ງວັກຊີນໄປຍັງທຸກສ່ວນຂອງປະເທດໃນເວລາອັນສັ້ນ ເນື່ອງຈາກມີລະບົບສາທາລະນະສຸກທີ່ແຂງແກ່ນ.

ທີ່ມາ: https://today.line.me/th/v2/article/05zaV2?utm_source=copyshare