ໂອກາດມາແລ້ວ! ອົງກອນໄວໜຸ່ມອາຊຽນ ສປປ ລາວ ເປີດຮັບສະໝັກສະມາຊິກໃໝ່ ພ້ອມຂະຫຍາຍເວລາປິດຮັບສະໝັກຈົນເຖິງ 4 ມັງກອນ 2021 ນີ້


ອົງການຊາວໜຸ່ມອາຊຽນ ປະຈຳ ສປປ ລາວ ຫຼື ASEAN Youth Organization Laos (AYOLaos) ແມ່ນອົງການອາສາສະໝັກໄວໜຸ່ມ ໂດຍອີງໃສ່ “ອົງການຊາວໜຸ່ມອາຊຽນ” ທີ່ມີສຳນັກງານຢູ່ປະເທດອິນໂດເນເຊຍ ແລະ ຈະຍ້າຍໄປສິງກະໂປປີ 2021 ນີ້

ປັດຈຸບັນອົງການໄວໜຸ່ມອາຊຽນ ສປປ ລາວ ກຳລັງເປີດຮັບສະໝັກສະມາຊິກໃໝ່ 13 ຕຳແໜ່ງ ອາຍຸລະຫວ່າງ 18-30 ປີ ທີ່ມີຄວາມກະຕືລືລົ້ນໃນການພັດທະນາຊຸມຊົນ, ມີຈິດໃຈອາສາສະໝັກສູງ, ຢາກຮຽນຮູ້ພັດທະນາຕົວເອງ ແລະ ເສີມສ້າງທັກສະຄວາມເປັນຜູ້ນຳ

ໄວໜຸ່ມຜູ້ທີ່ມີຄວາມສົນໃຈ ສາມາດຕື່ມແບບຟອມສະໝັກຕາມ link ດ້ານລຸ່ມ ເພື່ອມາເປັນສ່ວນໜຶ່ງ ຂອງທີມງານຂອງອົງການໄວໜຸ່ມອາຊຽນ ສປປ ລາວ ແລະ ຊ່ວຍໃຫ້ຊຸມຊົນໄວໜຸ່ມໃນບ້ານເຮົາເຕີບໃຫຍ່ໄປພ້ອມກັນກັບອາຊຽນ

ລາຍລະອຽດເພີ່ມຕື່ມກ່ຽວກັບຕຳແໜ່ງຕ່າງໆ ແລະ ຂັ້ນຕອນການສະໝັກ:
ພາສາລາວ https://drive.google.com/file/d/1uwzunY9vd9umLvMoKj9NGJH4MPID9_JE/view?usp=drivesdk

ພາສາອັງກິດ https://drive.google.com/file/d/1vGrL1J6B4V5dZSEkQ80c8q6vhqAp9qkO/view?usp=sharing

ສາມາດສະໝັກໄດ້ທີ່: https://ee.humanitarianresponse.info/7eLU1614 ຈົນເຖິງວັນທີ 04/01/2021

ທີ່ມາ: https://www.facebook.com/ASEANLaos?_rdc=1&_rdr