Warner Bros. ຢືນຢັນວ່າ Wonder Woman 3 ພ້ອມເລັ່ງໃຫ້ດຳເນີນການສ້າງຮຽບຮ້ອຍ


Wonder Woman 1984 ຫາກໍເຂົ້າໂຮງຮູບເງົາບໍ່ເທົ່າໃດມື້ ທາງ Warner Bros. ກໍອອກມາຢືນຢັນແລ້ວວ່າ Wonder Woman ຈະກັບມາໃນພາກທີ 3 ພ້ອມເລັ່ງໃຫ້ດຳເນີນການສ້າງຮຽບຮ້ອຍ ໂດຍມີ ກັລ ກາດັອດ (Gal Gadot) ມາຮັບບົດ Super Hero ຍິງ ແລະ ຍັງໄດ້ ແພດຕີ ເຈນຄິນ ມາຂຽນບົດ ແລະ ກຳກັບເຊັ່ນເດີມ. ຫຼັງຈາກທີ່ Wonder Woman 1984 ເຮັດລາຍໄດ້ເປີດຕົວເປັນທີ່ໜ້າພໍໃຈໃນຊ່ວງສະຖານະການໂຄວິດ-19.

ໂທບີ ເອັມມິວນຣິດ ປະທານບໍລິສັດ Warner Bros. ກ່າວວ່າ “ຂະນະທີ່ແຟນໆທົ່ວໂລກຍັງຄົງມັກ Diana ແລະ ເຮັດລາຍໄດ້ເປີດຕົວທີ່ດີເມື່ອໃນອາທິດທີ່ຜ່ານມາ ເຮົາຕື່ນເຕັ້ນຫຼາຍທີ່ຈະສານຕໍ່ເລື່ອງລາວຂອງນາງ ກັບຍິງທີ່ແຂງແກ່ນຂອງເຮົາ ທັງກັລ ແລະ ແພດຕີ ເພື່ອກັບມາສະຫຼຸບໄຕພາກທີ່ເຮົາວາງໄວ້ມາຢ່າງຍາວນານ”

ແລະ ສຳລັບ Wonder Woman 1984 ທີ່ຫາກໍເຂົ້າສາຍໃນອາເມຣິກາເໜືອໄປເມື່ອວັນຄຣິສມາສ ທີ່ຜ່ານມາ ແລະ ເຮັດລາຍໄດ້ໄປ 16.7 ລ້ານໂດລາສະຫະລັດ ແລະ ກວາດລາຍໄດ້ທົ່ວໂລກທີ່ເຂົ້າໂຮງກ່ອນປະມານໜຶ່ງອາທິດລວມແລ້ວ (ວັນທີ 28 ທັນວາ 2020) ຢູ່ທີ່ 85 ລ້ານໂດລາສະຫະລັດ.

ແນວໃດກໍຕາມ ຍັງບໍ່ມີການເປີດເຜີຍເຖິງກຳນົດການສາຍ ແລະ ນັກສະແດງສົມທົບຄົນອື່ນໆ ຫຼື ຢືນຢັນວ່າ Wonder Woman 3 ຈະມີການເປີດຕົວເຊັ່ນດຽວກັບ Wonder Woman 1984 ທີ່ເຂົ້າໂຮງຮູບເງົາ ແລະ ຊ່ອງທາງເບິ່ງໜັງອອນລາຍໄປພ້ອມໆກັນ ແຕ່ໃນກຳນົດສາຍໂປເຈັກໃໝ່ໆທີ່ຈະເຂົ້າໂຮງຮູບເງົາແບບເກົ່າຂອງ Warner Bros. ໃນປີ 2023 ຈະມີທັງເລື່ອງ Furiosa ຮູບເງົາພາກກ່ອນຈະມາເປັນ Mad Max, Cyote vs. Acme ແລະ The Color Purple ສະບັບໃໝ່ ຮູບເງົາຊື່ດັ່ງເມື່ອປີ 1985.

ທີ່ມາ: https://thestandard.co/wonder-woman-3-gal-gadot-patty-jenkins/