ນັກວິໄຈສາມາດເຮັດໃຫ້ອະໄວຍະວະຂອງມະນຸດ “ລ່ອງຫົນ” ໄດ້ແລ້ວ! ໂດຍໃຊ້ທັກສະດຽວກັນກັບໝຶກ


ແຄລິຟໍເນຍ ປະສົບຄວາມສຳເລັດໃນການເຮັດໃຫ້ອະໄວຍະວະມະນຸດລ່ອງຫົນໄດ້ແລ້ວ ໂດຍໃຊ້ທັກສະດຽວກັນກັບໝຶກກ້ວຍ (Doryteuthis Opalescens) ສິ່ງທີ່ມີຊີວິດທີ່ພາງຕົວເກັ່ງທີ່ສຸດໃນໂລກ ເນື່ອງຈາກມີເຊວຊະນິດພິເສດທີ່ຊື່ Leucophores ທີ່ສາມາດສະທ້ອນແສງເຮັດໃຫ້ໂປ່ງໃສຈົນກົມກືນໄປກັບພື້ນຊາຍປານກັບວ່າມັນລ່ອງຫົນໄດ້.

ຜົນງານການວິໄຈຄັ້ງນີ້ ໄດ້ຮັບການຕີພິມລົງໃນວາລະສານ Nature ໂດຍນັກວິໄຈໄດ້ເຮັດການຕັດຕໍ່ກຳມະພັນເຊວໄຕຂອງມະນຸດທີ່ເພາະລ້ຽງໃນຈານທົດລອງ ສາມາດຜະລິດໂປຣຕີນຣີເຟລັກຕິນ (Reflectins) ເປັນໂປຣຕີນທີ່ຢູ່ໃນເງົາສະທ້ອນແສງຂອງໝຶກ ເຊິ່ງທົດລອງແລ້ວພົບວ່າ ເຊວໄຕສາມາດສະທ້ອນແສງ ແລະ ໂປ່ງໃສຂຶ້ນແທ້ຈົນເກືອບຈະລ່ອງຫົນໄດ້ເລີຍ.

ບໍ່ພຽງເທົ່ານັ້ນ ເຮົາຍັງສາມາດຄວບຄຸມການລ່ອງຫົນນີ້ໄດ້ດ້ວຍປະລິມານໂຊດຽມຄລໍໄຣ (ເກືອ) ທີ່ຖ້າວ່າເຊວໄຕມີປະລິມານໂຊດຽມຄລໍໄຣສະສົມຢູ່ໜ້ອຍເທົ່າໃດກໍຍິ່ງສາມາດລ່ອງຫົນໄດ້ຫຼາຍຂຶ້ນນັ້ນເອງ, ເຊິ່ງນີ້ເປັນກົນໄກດຽວກັນກັບໝຶກໃນການພາງຕົວ ໂດຍຜິວໜັງຂອງມັນຈະດູດຊຶມເອົາເກືອຈາກນ້ຳທະເລໄວ້ຈຳນວນຫຼາຍ ແລະ ເມື່ອໃດທີ່ຕ້ອງການລີ້ ຫຼື ດັກໂຈມຕີເຫຍື່ອ ໝຶກຈະຄາຍເກືອທີ່ຢູ່ຕາມຜິວໜັງອອກ ເຂົ້າສູ່ໂໝດລ່ອງຫົນທັນທີ.

ແລ້ວມະນຸດເຮົາຈະລ່ອງຫົນໄປເຮັດຫຍັງ? ອາລອນ ກໍໂຣເດດສະກີ ສະມາຊິກທີມວິໄຈ ໄດ້ໃຫ້ຄຳຕອບວ່າ “ເພື່ອໃຊ້ເຂົ້າໃນການແພດ ຮັກສາ ແລະ ສ່ອງເບິ່ງກະດູກພາຍໃນທີ່ໄດ້ຮັບບາດເຈັບ ຫຼື ກະດູກຫັກໄດ້ໂດຍບໍ່ຕ້ອງໃຊ້ລັງສີເອັກສະເລ ເພື່ອລົດໂອກາດເກີດໂຣກມະເຮັງນັ້ນເອງ”

ຢ່າງໃດກໍຕາມ ຄວາມສຳເລັດໃນຄັ້ງນີ້ຖືເປັນພຽງຈຸດເລີ່ມຕົ້ນໃນການປະຕິວັດວົງການການແພດກ່ຽວກັບການຮັກສາຜູ່ປ່ວຍທີ່ອະໄວຍະວະພາຍໃນບາດເຈັບ ແຕ່ຍັງມີຄວາມທ້າທາຍອີກຫຼາຍເຊັ່ນ: ຈະເຮັດແນວໃດໃຫ້ກະດູກສາມາດລ່ອງຫົນໄດ້ ເພາະວ່າກະດູກບໍ່ແມ່ນເນື້ອເຍື່ອ ແລະ ມີຄວາມໜາແໜ້ນສູງ ນີ້ແມ່ນສິ່ງທີ່ພວກເຂົາສຶກສາ ແລະ ວິໄຈຕໍ່ໄປ.

ທີ່ມາ: https://www.flagfrog.com/invisible-kidney-human-squids/