Greta Van Fleet ປະກາດອາລະບ້ຳຊຸດທີສອງ “The Battle at Garden’s Gate” ພ້ອມປ່ອຍ Single ທຳອິດ “Age of Machine”


ວົງ Hard Rock ມາແຮງຈາກມິຊິແກນ Greta Van Fleet ໄດ້ປະກາດວ່າພວກເຂົາຈະກັບມາອີກຄັ້ງໃນປີໜ້າດ້ວຍອາລະບ້ຳຊຸດທີສອງໃນຊື່ The Battle At Garden’s Gate ພ້ອມກັບປ່ອຍ Singles ທຳອິດ “Age of Machine” ອອກມາໃຫ້ກັນຟັງເປັນທີ່ຮຽບຮ້ອຍແລ້ວ ແລະ ສາມາດເບິ່ງວີດີໂອໄດ້ທີ່ລິ້ງທາງດ້ານລຸ່ມນີ້:

ອາລະບ້ຳ The Battle At Garden’s Gate  ເຊິ່ງມີກຳນົດອອກ 16 ເມສາ 2021 ຖືກບັນທຶກໃນ  Los Angeles  ຮ່ວມກັບ Greg Kurstin ໂປຣດິວເຊີ ຊື່ດັງ ຜູ່ຢູ່ເບື້ອງຫຼັງຜົນງານສຸດຮິດຂອງ Foo Fighters ໂດຍທາງວົງ Greta Van Fleet ໄດ້ກ່າວວ່າອາລະບ້ຳຊຸດທີສອງຂອງພວກເຂົາເປັນການສະທ້ອນເຖິງປະສົບການການອອກທົວຄອນເສີດຢູ່ທົ່ວໂລກດ້ວຍອາລະບ້ຳເດບິວຄື: Anthem of the Peaceful Army ໃນປີ 2018.

“ເຮົາຄຳນຶງວ່າໃນຂະນະທີ່ເຕິບໂຕຂຶ້ນເຮົາໄດ້ຮັບການປົກປ້ອງຈາກຫຼາຍສິ່ງ ແລະ ເຮົາບໍ່ໄດ້ຄິດເຖິງຫຼາຍສິ່ງຫຼາຍຢ່າງ” ມືກອງ Danny Wagner ກ່າວ “ແລ້ວເຮົາກໍຖືກໂຍນອອກໄປໃນໂລກໃຫຍ່ໃບນີ້ ແລະ ໃນຕອນທຳອິດມັນເປັນເລື່ອງທີ່ໜ້າຕົກໃຈພຽງເລັກນ້ອຍທາງວັດທະນະທຳ ແຕ່ເມື່ອເລີ່ມເດີນທາງຫຼາຍຄັ້ງພົບປະຜູ້ຄົນໃໝ່ໆທີ່ແຕກຕ່າງກັນ ແລະ ສຳຜັດກັບວັດທະນະທຳທີ່ແຕກຕ່າງກັນ ຄຳຈຳກັດຄວາມຂອງຄຳວ່າ (ປົກກະຕິ) ກໍປ່ຽນໄປ”

ມືເບສ Sam Kiszka ໄດ້ເສີມອີກວ່າ “ຂ້ອຍຄິດວ່າທຸກຢ່າງໄດ້ປ່ຽນໄປແລ້ວ ຍົກເວັ້ນສິ່ງທີ່ເຮັດໃຫ້ເຮົາມາຢູ່ບ່ອນນີ້ຕັ້ງແຕ່ທຳອິດ”

ໃນການຮ່ວມງານກັບ Kurstin ນັກຮ້ອງນຳ Josh Kiszka ອະທິບາຍວ່າ “ຂ້ອຍມັກຈະລັງເລເລັກໜ້ອຍກ່ຽວກັບຄວາມສາມາດຂອງຕົວເອງໃນຖານະສີລະປິນ ຂ້ອຍຄິດວ່າສີລະປິນຫຼາຍຄົນຮູ້ສຶກແບບນັ້ນ ແຕ່ Greg ບິນຢູ່ເໜືອຂ້ອຍໃນຂະນະທີ່ຂ້ອຍກຳລັງຫຼິ້ນເປຍໂນດ້ວຍຄວາມສົນໃຈໃນສິ່ງທີ່ຂ້ອຍກຳລັງເຮັດຢູ່ – ນັ້ນເປັນສິ່ງທີ່ສຳຄັນສຳຫຼັບຂ້ອຍຫຼາຍແທ້ໆ”

ທີ່ມາ: https://today.line.me/th/v2/article/qZaoa9?utm_source=copyshare