ແຄນນາດາເຊັນສັນຍາກັບສະຫະລັດອາເມຣິກາຂໍຮ່ວມສົ່ງນັກບິນອະວະກາດໄປດວງຈັນໃນປີ 2023


Navdeep Bains ລັດຖະມົນຕີວ່າການກະຊວງນະວັດຕະກຳ ວິທະຍາສາດ ແລະ ອຸດສາຫະກຳຂອງແຄນນາດາ ກ່າວເມື່ອວັນພຸດ ທີ 16 ທັນວາ 2020 ທີ່ຜ່ານມາວ່າ ແຄນນາດາໄດ້ລົງນາມໃນຂໍ້ຕົກລົງກັບສະຫະລັດອາເມຣິກາວ່າດ້ວຍເລື່ອງການສົ່ງນັກບິນອະວະກາດຊາວແຄນນາດາເດີນທາງຮອບດວງຈັນໃນປີ 2023.

ໃນງານຖະແຫຼງຂ່າວຜ່ານທາງວີດີໂອ Navdeep Bains ໄດ້ເປີດເຜີຍວ່າ “ສົນທິສັນຍາເກດເວ” (Gateway Treaty) ທີ່ຈະເຮັດໃຫ້ແຄນນາດາເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງສະຫະລັດອາເມຣິກາໃນການສ້າງສະຖານີອະວະກາດນານາຊາດແຫ່ງໃໝ່ເໜືອພື້ນຜິວດວງຈັນ ເພື່ອໃຊ້ເປັນຖານທີ່ເອື້ອອຳນວຍຕໍ່ການສຳຫຼວດ ແລະ ປະຕິບັດພາລະກິດສຳຫຼວດດາວອັງຄານໃນອະນາຄົດ.

ສົນທິສັນຍາດັ່ງກ່າວຍັງລະບຸວ່ານັກບິນຊາວແຄນນາດາໜຶ່ງຄົນຈະເດີນທາງໄປກັບຍານອະວະກາດລະຫວ່າງສະຫະລັດອາເມຣິກາເຮັດການບິນຜ່ານດວງຈັນໃນປີ 2023 ລວມເຖິງຖ້ຽວບິນຖັດໄປຫາສະຖານີນີ້ທີ່ຈະສ້າງຂຶ້ນໃນອານາຄົດ ແຕ່ບໍ່ລວມເຖິງການລົງຈອດເທິງດວງຈັນ.

“ນັກບິນອະວະກາດຂອງອົງການອະວະກາດແຄນນາດາຈະເປັນສ່ວນໜຶ່ງຂອງພາລະກິດ (Artemis 2) ທີ່ຈະສົ່ງຍານຂຶ້ນສູ່ອະວະກາດໃນປີ 2023 ອັນເປັນພາລະກິດທຳອິດໃນການພາມະນຸດຂຶ້ນສູ່ວົງໂຄຈອນດວງຈັນໃນຮອບ 50 ປີ ເຊິ່ງຈະສົ່ງຜົນໃຫ້ແຄນນາດາຈະກາຍເປັນປະເທດທີ່ສອງຮອງຈາກສະຫະລັດອາເມຣິກາທີ່ມີນັກບິນອະວະກາດໃນອະວະກາດຫ້ວງເລິກ” Navdeep Bains ຍັງກ່າວໃນຖະແຫຼງການການຮ່ວມບິນອະວະກາດຈຳນວນໜຶ່ງຂອງອົງການອະວະກາດແຄນນາດາ.

ພາຍໃຕ້ສົນທິສັນຍານີ້ ແຄນນາດາຈະສະໜັບສະໜູນແຜນກົນຈັກໃໝ່ເພື່ອຊ່ວຍສ້າງສະຖານີອະວະກາດໂຄຈອນຮອບດວງຈັນ (Lunar Gateway) ເຊິ່ງຈະຊ່ວຍໃນການສຳຫຼວດພື້ນຜິວດວງຈັນ ແລະ  ພາລະກິດສຳຫຼວດດາວອັງຄານໃນອະນາຄົດ.

ທັ້ງນີ້ Navdeep Bains ບໍ່ໄດ້ເຜີຍວ່າແຄນນາດາຈະຕ້ອງເສຍຄ່າໃຊ້ຈ່າຍເທົ່າໃດໃນການເຂົ້າຮ່ວມພາລະກິດ Artemis 2 ເຊິ່ງຈະເກີດຂຶ້ນຫຼັງຈາກການສົ່ງຍານບິນຜ່ານດວງຈັນໂດຍໄຮ້ມະນຸດທີ່ສະຫະລັດອາເມຣິກາກຳນົດໄວ້ໃນປີໜ້າ.

ເມື່ອຕົ້ນເດືອນທີ່ຜ່ານມາ ແຄນນາດາໄດ້ລົງທຶນລວມ 22.8 ລ້ານດອນລ່າແຄນນາດາ ໃຫ້ກັບໄລຍະທຳອິດຂອງໂຄງການພັດທະນາ “Canadarm 3” ເຊິ່ງເປັນລະບົບແຜນການໄລຍະໄກທີ່ຈະໃຊ້ຢູ່ເທິງສະຖານີດວງຈັນ.

“ເຮົາເປັນປະເທດທີ່ມີການເດີນທາງໃນອະວະກາດ ແລະ ເຮົາພູມໃຈໃນປະຫວັດສາດດ້ານອະວະກາດຂອງເຮົາ” ລັດຖະມົນຕີແຄນນາດາກ່າວ “ການລົງທຶນໃນໂຄງການ Artemis 2 ລວມເຖິງກົນລະຍຸດດ້ານອະວະກາດໂດຍລວມຈະມີມູນຄ່າຫຼາຍກວ່າ 2 ພັນລ້ານດອນລ່າແຄນນາດາ   ໃນຊ່ວງ 24 ປີຂ້າງໜ້າ”

ອົງການອະວະກາດແຄນນາດາເປັນໜຶ່ງໃນພັນທະມິດຫຼາຍປະເທດທີ່ເຂົ້າຮ່ວມກັບຄວາມໝາຍໃນການຂຶ້ນສູ່ຫ້ວງອະວະກາດທີ່ນຳໂດຍສະຫະລັດອາເມຣິກາຮ່ວມກັບອົງການອະວະກາດເອີຣົບ ແລະ ອົງການສຳຫຼວດອະວະກາດຢີ່ປຸ່ນ.

ທີ່ມາ: https://www.xinhuathai.com/inter/161589_20201217