ເມື່ອການຊື້ປຶ້ມມາດອງໄວ້ ແຕ່ຍັງບໍ່ໄດ້ອ່ານ ບໍ່ໄດ້ໂຫດຮ້າຍສະເໝີໄປ


ເຊື່ອວ່ານັກອ່ານຫຼາຍຄົນອາດຈະມີກອງປຶ້ມດອງເປັນຂອງຕົວເອງ ບາງເຫຼັ້ມຊື້ມາຍັງບໍ່ໄດ້ຈັບ ຫຼື ບາງເຫຼັ້ມອ່ານໄປໄດ້ໜ້ອຍໜຶ່ງກໍບໍ່ໄດ້ອ່ານຕໍ່ ບາງຄົນອາດຈະຮູ້ສຶກຜິດທີ່ຫຼາຍເຫຼັ້ມຢູ່ເຮືອນຍັງວາງຄາເອົາໄວ້ ບາງຄົນອາດຈະຕັ້ງໃຈວ່າຈະບໍ່ຊື້ເຫຼັ້ມໃຫມ່ອີກເດັດຂາດຈົນກວ່າຈະອ່ານທີ່ມີໃຫ້ໝົດ ແຕ່ທີ່ຈິງແລ້ວ ການຊື້ປຶ້ມມາດອງໄວ້ ອາດຈະບໍ່ໄດ້ໂຫດຮ້າຍກວ່າທີ່ຄິດກໍໄດ້.

ການຊື້ປຶ້ມມາດອງນັ້ນ ໃນປະເທດຍີ່ປຸ່ນມີການເອີ້ນພຶດຕິກຳແບບນີ້ວ່າ “ຊຶນໂດຄຸ” (tsundoku) ທີ່ໝາຍເຖິງຄົນທີ່ມັກຊື້ປຶ້ມເອົາມາໄວ້ຫຼາຍໆແລ້ວບໍ່ໄດ້ອ່ານ ອີກຄຳໜຶ່ງທີ່ໜ້າຈະຄຸ້ນຫູຄື “Bibliomania” ທີ່ເປັນອາການຂອງຄົນທີ່ມັກເກັບສະສົມປຶ້ມແຕ່ບໍ່ໄດ້ເອົາມາອ່ານ ມັກຊື້ປຶ້ມເປັນຊີວິດຈິດໃຈເລີຍຊື້ມາເກັບສະສົມໄວ້. ເຊິ່ງການມີຄຳເອີ້ນເຫຼົ່ານີ້ກໍອາດຈະແປວ່າໄດ້ວ່າ ເຮົາບໍ່ໄດ້ໂດດດ່ຽວກັບການຊື້ປຶ້ມມາກອງໄວ້ເຕັມເຮືອນຢູ່ຄົນດຽວ.

ແຕ່ເຖິງຈະເປັນແບບນັ້ນ ການຊື້ປຶ້ມມາດອງ ກອງໄວ້ກໍອາດຈະມີໃຜບາງຄົນມັກເວົ້າໃຫ້ຟັງວ່າ ຊື້ປຶ້ມອີກແລ້ວບໍ? ເຫຼັ້ມເກົ່າທີ່ຊື້ໄວ້ອ່ານຈົບແລ້ວຫວາ? ຫຼື ບາງຄັ້ງກໍມີຫຼາຍຄົນທີ່ບອກວ່າຢ່າໄປຊື້ປຶ້ມໃໝ່ຖ້າຍັງອ່ານເຫຼັ້ມທີ່ມີຢູ່ບໍ່ໝົດ.

ຄຳຖາມກໍຄື ເປັນຫຍັງການບໍ່ອ່ານປຶ້ມທີ່ຊື້ມາກາຍເປັນພຶດຕິກຳທີ່ເບິ່ງບໍ່ດີ ຫຼື ບາງຄັ້ງກໍເຮັດໃຫ້ກາຍເປັນຜູ້ຮ້າຍສຳລັບວັດທະນະທຳການອ່ານໄປໄດ້?

ຂ້ອຍຢາກຊື້ ແຕ່ຂ້ອຍຍັງບໍ່ມີເວລາອ່ານ:

ເຄີຍບໍ່? ທີ່ມັກຍ່າງເຂົ້າໄປຮ້ານປຶ້ມ ທັ້ງໆທີ່ກະວ່າຈະໄປເບິ່ງເສີຍໆວ່າມີປຶ້ມເຫຼັ້ມໃດອອກໃຫມ່ແນ່ ແລ້ວໄປໆມາໆກໍອອກມາຈາກຮ້ານດ້ວຍປຶ້ມຕິດມືອອກມາພ້ອມ.

ທີ່ຈິງແລ້ວ ເຫດຜົນສ່ວນໜຶ່ງທີ່ເຮົາມັກຊື້ປຶ້ມຄື ບາງຄັ້ງກໍຮູ້ສຶກວ່າມັນຈຳເປັນທີ່ຕ້ອງມີຕິດບ້ານໄວ້ ຫຼື ບາງເທື່ອກໍພຽງແຕ່ຮູ້ສຶກສົນໃຈໃນເລື່ອງຫຍໍ້ ປົກ ແລະ ຄິດວ່າ “ເປັນຕາອ່ານ” ແຕ່ຮອດເວລາຈະອ່ານແທ້ໆ ເຮົາກໍອາດຈະອ່ານເຫຼັ້ມອື່ນກ່ອນ. ເມື່ອ “ຄວາມຢາກ” ເກີດຂຶ້ນ ບາງເທື່ອເຮົາອາດຈະບໍ່ໄດ້ຄິດວ່າເຮົາຈະອ່ານມັນໃນທັນທີຫຼືບໍ່ ພຽງແຕ່ຄິດວ່າຊື້ມາໄວ້ກ່ອນ ແລ້ວອ່ານຕອນໃດຄ່ອຍວ່າກັນຕາມຫຼັງ ເຊິ່ງນັ້ນບໍ່ໄດ້ເປັນເລື່ອງທີ່ຜິດຫຍັງ ຄືກັບເຮົາຊື້ເຄື່ອງຂອງເອົາໄວ້ໃຫ້ອຸ່ນໃຈ ມີໄວ້ດີກວ່າບໍ່ມີ ເພາະບາງເທື່ອກໍຢ້ານວ່າຈະບໍ່ໄດ້ພົບປຶ້ມເຫຼັ້ມນີ້ອີກ ຫຼື ບາງຄັ້ງກໍຢ້ານວ່າມັນຈະຂາຍໝົດກ່ອນແລ້ວບໍ່ໄດ້ຕີພິມອີກ ການຊື້ໄວ້ກ່ອນມັນເຮັດໃຫ້ເຮົາສະບາຍໃຈ.

ນອກຈາກນີ້ ນັກຈິດຕະວິທະຍາ Karen Anne Hope Andrews ອະທິບາຍວ່າ ເພາະຄົນເຮົານັ້ນໃຫ້ຄຸນຄ່າກັບຄວາມຮູ້ ເຊິ່ງປຶ້ມກໍຄືໜຶ່ງໃນຕົວແທນນັ້ນ ເຮັດໃຫ້ການຊື້ປຶ້ມເຂົ້າເຮືອນກໍເປັນຄືກັບການສະສົມຄວາມຮູ້ບາງຢ່າງມາໄວ້ກັບຕົວ ເຖິງຈະຍັງບໍ່ໄດ້ອ່ານ ແຕ່ເພື່ອໄວ້ວ່າມື້ໜຶ່ງສິ່ງເຫລົ່ານັ້ນຈະມີປະໂຫຍດ ຫຼື ມອບປະສົບການໃໝ່ໆໃຫ້ເຮົາໄດ້.

ການດອງປຶ້ມ ຫຼື ຊື້ມາແຕ່ບໍ່ເປີດອ່ານຈຶ່ງບໍ່ແມ່ນເລື່ອງແປກ ຫຼື ເປັນພຶດຕິກຳທີ່ຊົ່ວຮ້າຍຢ່າງທີ່ຫຼາຍຄົນພະຍາຍາມຊຸກຍູ້ໃຫ້ຢຸດພຶດຕິກຳເຫລົ່ານີ້. ຍັງມີເຫດຜົນອີກຂໍ້ສຳລັບບາງຄົນທີ່ໃນໄວເດັກ ຫຼື ກຳລັງຮຽນຢູ່ ເຮົາອາດຈະມີເວລາຈັບປຶ້ມມາອ່ານຈົນກາຍເປັນນິໄສທີ່ມັກຊື້ປຶ້ມເລື້ອຍມາ ມັກແວະເຂົ້າໄປຮ້ານປຶ້ມທຸກຄັ້ງທີ່ມີໂອກາດ ແຕ່ເມື່ອເຂົ້າສູ່ໄລຍະເຮັດວຽກ ດ້ວຍໜ້າທີ່ການງານທີ່ເລີ່ມຮັດຕົວ ດ້ວຍຄວາມອິດເມື່ອຍຈາກການໃຊ້ຊີວິດໃຫ້ຜ່ານໄປແຕ່ລະມື້, ການເດີນທາງທີ່ມີແຕ່ເຮັດໃຫ້ອ່ອນເພຍ, ການກັບມາຮອດເຮືອນແລ້ວເອນຕົວລົງພັກກໍໝົດເວລາໄປຢ່າງໄວວາ ເວລາໃນການອ່ານປຶ້ມຈະຢູ່ບ່ອນໃດໄດ້ແດ່?

ເມື່ອຮອດເວລາ ເຮົາຫາກເອີ້ນຫາປຶ້ມເອງ:

ຖ້າໃນຂະນະນັ້ນ ປຶ້ມບາງເຫຼັ້ມທີ່ເຮົາເລືອກຈັບມາຈະບໍ່ໄດ້ດຶງດູດເຮົາເທົ່າຕອນຊື້ ເມື່ອອ່ານໆໄປກໍຮູ້ສຶກຝືນໄປຕໍ່ບໍ່ໄດ້ແລ້ວ ກໍຢາກບອກໄວ້ວ່ານັ້ນບໍ່ແມ່ນເລື່ອງຜິດຫຍັງເລີຍ ປຶ້ມບາງເຫຼັ້ມອາດຈະຕ້ອງມາໃນເວລາທີ່ຖືກຕ້ອງ ບາງເຫຼັ້ມອາດຈະເຮັດໃຫ້ເຮົາເຂົ້າໃຈໂລກໃນແຕ່ລະແບບຕາມແຕ່ລະໄລຍະວລາ.

ທຸກເວລາທີ່ຜ່ານພົ້ນໄປ ເຮົາຈະເຫັນເລື່ອງລາວປ່ຽນແປງໄປຕາມເວລາທີ່ເຮົາເຕີບໂຕ ປຶ້ມເອງຈຶ່ງມີເວລາຂອງມັນ. ການຊື້ມາເກັບໄວ້ ອ່ານບໍ່ຈົບແລ້ວປະໄວ້ເປັນກອງດອງໄວ້ ຈຶ່ງບໍ່ແມ່ນເລື່ອງທີ່ໜ້າເສຍດາຍ, ພຽງແຕ່ຖ້າວັນເວລາ ຖ້າຈັງຫວະຊີວິດໃຫ້ເຮົາໄດ້ຈັບປຶ້ມເຫຼັ້ມນັ້ນຂຶ້ນມາອີກຄັ້ງ ເພື່ອກວດສອບອີກຄັ້ງວ່າຄັັ້ງວ່າສຸດທ້າຍເຮົາອິນກັບມັນສ່ຳໃດ.

ແຕ່ຖ້າສຸດທ້າຍແລ້ວ ເຮົາບໍ່ອິນກັບປຶ້ມບາງເຫຼັ້ມກໍບໍ່ເປັນຫຍັງ ເພາະສິ່ງທີ່ເຮົາໄດ້ຮຽນຮູ້ຄືການກວດສອບຄວາມຄິດຫຼືກັບມາລົມກັບໂຕເອງວ່າອີຫຍັງແນ່ເຮັດໃຫ້ເຮົາເສີຍໆກັບເຫຼັ້ມນີ້ ອີຫຍັງເຮັດໃຫ້ເຮົາມັກເຫຼັ້ມນັ້ນ ເຖິງຕອນທຳອິດມັນຈະດຶງດູດເຮົາຫຼາຍກໍຕາມ ຫຼື ອີຫຍັງເຮັດໃຫ້ເຮົາຮັກປຶ້ມຈັກເຫຼັ້ມຢ່າງໝົດໃຈ.

ຖ້າຢາກຊື້ປຶ້ມມາເກັບໄວ້ກໍຊື້ໂລດ ໂລກນີ້ຍັງມີປຶ້ມອີກມະຫາສານທີ່ໃຫ້ເຮົາເຂົ້າໄປຈັບ ເກັບເອົາໄວ້ ຖ້າວັນເວລາເພື່ອໃຫ້ໄດ້ລອງອ່ານ ແລະ ສ້າງປະສົບການໃໝ່ໆ ບໍ່ວ່າປະສົບການນັ້ນຈະອອກມາເປັນແນວໃດ ນັ້ນຄືການຮຽນຮູ້ຜ່ານປຶ້ມ ເຫຼັ້ມທີ່ເຮົາຈັບຕິດມືມາແລ້ວ.

ທີ່ມາ: https://thematter.co/social/why-we-buy-books-but-not-read/124694