ການອ່ານປຶ້ມ ຄືວິທີຊ່ວຍຜ່ອນຄາຍທີ່ດີທີ່ສຸດ


ໃນການເຮັດວຽກ ຫຼື ການຮຽນເຊື່ອວ່າຫຼາຍໆຄົນ ອາດມີຄວາມກົດດັນບໍ່ຫຼາຍກໍໜ້ອຍໃນສິ່ງທີ່ກຳລັງປະສົບຢູ່ສົ່ງຜົນກະທົບໃນຊີວິດປະຈຳວັນ, ແຕ່ນັ້ນ ກໍບໍ່ມີໃຜທີ່ຢາກຈະຢູ່ໃນສະພາວະນີ້ເປັນເວລາດົນແມ່ນບໍ່? ດ້ວຍເຫດນີ້, ທຸກຄົນຕ່າງຊອກຫາວິທີການຜ່ອນຄາຍ ດ້ວຍຮູບແບບທີ່ແຕກຕ່າງກັນໄປບໍ່ວ່າຈະເປັນ ການນັ່ງສະມາທິ, ການນວດສະປາ, ການກິນອາຫານແຊບໆ ຫຼື ເຄື່ອງດື່ມທີ່ສົດຊື່ນ, ການຮ້ອງເພງ, ການອອກກຳລັງກາຍ, ການພັກຜ່ອນ ເປັນຕົ້ນ. 

ແຕ່ພວກທ່ານຮູ້ຫຼືບໍ່? ຈາກງານການວິໄຈພົບວ່າ: “ ການອ່ານປຶ້ມງຽບໆຄືວິທີການຜ່ອນຄາຍທີ່ດີທີ່ສຸດ” ໂດຍໄດ້ຮັບການເປີດເຜີຍຈາກ ທ່ານ David Lewis, ນັກຈິດຕະວິທະຍາຂອງ Mindlab International ຢູ່ມະຫາວິທະຍາໄລ Sussex ຜູ້ທີ່ໄດ້ທົດສອບອາສາສະໝັກຈຳນວນໜຶ່ງ ໃນລະດັບຄວາມຄຽດ ແລະ ອັດຕາການເຕັ້ນຫົວໃຈທີ່ແຕກຕ່າງກັນ ເຊິ່ງຜົນການທົດສອບໄດ້ສະແດງໃຫ້ເຫັນວ່າ: “ການອ່ານເປັນວິທີດີທີ່ສຸດ ແລະ ໄວທີ່ສຸດໃນການບັນເທົາຄວາມເຄັ່ງຕຶງ”.

ທ່ານຍັງໄດ້ກ່າວອີກວ່າ: ລະດັບຄວາມຄຽດຂອງຄົນເຮົາສາມາດລົດລົງໄດ້ເຖິງ 68% ຈາກການອ່ານປຶ້ມງຽບໆພຽງ 6 ນາທີ ເທົ່ານັ້ນ!!! ພ້ອມທັງຊ່ວຍໃຫ້ອັດຕາການເຕັ້ນຂອງຫົວໃຈກັບມາສູ່ພາວະປົກກະຕິອີກດ້ວຍ. 

ເມື່ອທຽບກັບກິດຈະກຳການລົດຜ່ອນຄວາມຄຽດອື່ນໆ ເຊັ່ນວ່າ: ການຟັງເພງນີ້ຈະຊ່ວຍບັນເທົາໄດ້ໜ້ອຍກວ່າຢູ່ທີ່ 61%, ການດື່ມຊາ-ກາເຟ ຊ່ວຍລົດຜ່ອນໄດ້ 54%, ໃນຂະນະທີ່ການຍ່າງລົດລະດັບຄວາມຄຽດພຽງ 42% ເທົ່ານັ້ນເອງ, ສຳລັບການຫຼິ້ນເກມ ເຖິງຈະຊ່ວຍລົດຜ່ອນຄວາມຄຽດໄດ້ 21% ແຕ່ຈາກກຸ່ມອາສາສະໝັກທີ່ເຮັດການທົດສອບພົບວ່າ ມີອັດຕາການເຕັ້ນຂອງຫົວໃຈເພີ່ມຂຶ້ນກວ່າເກົ່າ ເມື່ອປຽບທຽບກັບກ່ອນທີ່ຈະເລີ່ມການທົດສອບ.

ທ່ານ ດຣ. David Lewis ຈຶ່ງໝັ້ນໃຈວ່າການອ່ານນັ້ນ ເປັນວິທີທີ່ດີທີ່ສຸດ ໂດຍໃຫ້ເຫດຜົນທີ່ວ່າ: ເມື່ອເຮົາສຸມໃສ່ການອ່ານ, ຈິດໃຈສຸມໃສ່ຕົວໜັງສື ມັນຊ່ວຍໃຫ້ສາມາດຫຼຸດພົ້ນອອກຈາກຄວາມຄຽດ ແລະ ຄວາມກົດດັນທີ່ທ່ານພົບໃນທຸກໆມື້ ແລະ ປົດປ່ອຍຕົນເອງໃຫ້ເພີດເພີນກັບເນື້ອຫາໃນປຶ້ມເຫຼັ້ມນັ້ນ.

ກ່າວໄດ້ວ່າການອ່ານສາມາດຊ່ວຍດຶງດູດຄວາມສົນໃຈຂອງຜູ້ອ່ານ ເປັນວິທີທີ່ດີໃນການອອກຈາກຄວາມຄຽດ ແລະ ກົດດັນໃນຊີວິດປະຈໍາວັນ. ນອກນີ້, ຍັງດີສໍາລັບການເຮັດວຽກຂອງສະໝອງ ແລະ ສຸຂະພາບ ຍ້ອນການອ່ານນີ້ສົ່ງຜົນໃຫ້ອັດຕາການເຕັ້ນຂອງຫົວໃຈຢູ່ໃນລະດັບປົກກະຕິ ແລະ ຄາຍຄວາມກົດດັນຂອງກ້າມຊີ້ນ ແລະ ທີ່ສຳຄັນພົບວ່າ ເມື່ອຄົນເຮົາອ່ານ​ປຶ້ມ​ຈົນ​ຈົບ​ເຫຼັ້ມ ຈະຊ່ວຍລົດຜ່ອນຄວາມວິຕົກກັງວົນຂອງເຮົາໄດ້ເຖິງ 5 ມື້ພຸ້ນໄດ໋!!!

ມື້ນີ້, LaoX ເອງກໍບໍ່ພາດທີ່ຈະນຳເອົາເຄັດລັບການເລືອກປຶ້ມງ່າຍໆເພື່ອເຮັດໃຫ້ການອ່ານເຮົາຮູ້ສຶກໄດ້ຄາຍຄຽດຫຼາຍຂຶ້ນ.

1.ເລືອກປຶ້ມທີ່ທ່ານມັກ: ບໍ່ຈໍາເປັນຕ້ອງແມ່ນປຶ້ມທີ່ຂາຍດີ  ເພາະສິ່ງທີ່ສຳຄັນແມ່ນເນື້ອໃນຂອງມັນຕ້ອງ​ສາ​ມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຜູ້ອ່ານ​.

2.ຫຼີກ​ເວັ້ນການ​ອ່ານ​ຂ່າວ​ທີ່​ເຄັ່ງ​ຕຶງ​ເຊັ່ນ: ຂ່າວ​ການ​ເມືອງ, ຂ່າວ​ໃນທາງ​ດ້ານລົບ ເພາະ​ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ເຄັ່ງ​ຕຶງ​ຫຼາຍ​ຂຶ້ນ.  

3.ເລືອກ​ເອົາ​ປຶ້ມທີ່​ອ່ານງ່າຍ ຫຼື ອ່ານກ່ຽວກັບກິດຈະກໍາທີ່ທ່ານມັກເຊັ່ນ: ການເດີນທາງ, ການກະສິກຳ, ການປຸງແຕ່ງອາຫານ ຫຼື ນະວະນິຍາຍ ເປັນຕົ້ນ.

ເຖິງແນວໃດກໍຕາມ, ທຸກຄົນຍ່ອມຕ້ອງໄດ້ປະສົບກັບຄວາມກົດດັນ ແລະ ຄວາມຄຽດໃນເລື່ອງຂອງໃຜລາວແຕກຕ່າງກັນໄປ, ແຕ່ສຸດທ້າຍແລ້ວ ພວກເຮົາກໍຕ້ອງຊອກວິທີແກ້ໄຂເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະການດັ່ງກ່າວ. ສະນັ້ນ, ຢ່າລືມເອົາວິທີການຄາຍຄຽດຕ່າງໆ ນຳໄປປັບໃຊ້ໃຫ້ເໝາະສົມກັບຕົນເອງກັນເດີ.

ອ້າງອີງ:

https://cutt.ly/wweo64IS

https://cutt.ly/Xwepw4i0

https://cutt.ly/HwepegK7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/