ນັກວິໄຈເຜີຍວ່າຄົນທີ່ມີລະດັບສານ BPA ສູງໃນປັດສະວະ ມີໂອກາດ 49% ທີ່ຈະເສຍຊີວິດພາຍໃນ 10 ປີ!


ນັກວິໄຈເຜີຍວ່າ ຜູ່ທີ່ມີລະດັບສານ BPA ສູງໃນປັດສະວະ ມີໂອກາດ 49% ທີ່ຈະເສຍຊີວິດພາຍໃນ 10 ປີ! ສານນີ້ພົບໃນພາຊະນະ-ຜະລິດຕະພັນຕ່າງໆ ເປັນອັນຕະລາຍຕໍ່ຮ່າງກາຍຢ່າງຮຸນແຮງ.

Bisphenol A ຫຼື BPA ເປັນສານທີ່ມີຢູ່ໃກ້ໂຕເຮົາຫຼາຍ, ມັນເຄີຍຖືກນໍາໄປໃຊ້ຜະລິດເຕົ້ານົມເດັກນ້ອຍ, ຈອກ, ພາຊະນະບັນຈຸ… ພົບໄດ້ໃນເກືອບທຸກພາຊະນະ, ເຊິ່ງສານ BPA ເຫຼົ່ານີ້ສົ່ງຜົນຕໍ່ການເກີດໂຣກຫຼາຍຢ່າງ ຈຶ່ງມີການຫ້າມໃຊ້ໃນເວລາຕໍ່ມາ.

BPA ເປັນສານທີ່ໃຊ້ໃນອຸດສາຫະກໍາ ຕັ້ງແຕ່ປະມານທົດສະວັດທີ 1960 ເພື່ອເຮັດໃຫ້ພລາສຕິກມີຄວາມໃສ (ເຊັ່ນກະຕຸກນ້ຳດື່ມ) ແລະ ເຄືອບກະປ໋ອງ ແຕ່ສານພິດເຫຼົ່ານີ້ ສາມາດຊຶມລົງໄປໃນສິ່ງທີ່ເຮົາກິນ ແລະ ດື່ມໄດ້, ເຖິງແມ່ນວ່າ ຈະມີປະລິມານໜ້ອຍ ກໍຍັງສົ່ງຜົນກະທົບຕໍ່ສຸຂະພາບຢູ່ດີ. ເຊັ່ນດຽວກັບ Resin ທີ່ໃຊ້ເຄືອບພາຊະນະບັນຈຸເຊັ່ນ: ກະປ໋ອງນ້ຳ, ອາຫານກະປ໋ອງ… ມັນກໍເປັນສານຕະກູນດຽວກັນກັບ BPA ທີ່ມີຄວາມອັນຕະລາຍຄືກັນ.

ເມື່ອ 10 ປີທີ່ຜ່ານມາ ເຖິງວ່າ BPA ຈະເປັນສານອັນຕະລາຍ ແຕ່ມັນກໍເຄີຍຖືກນໍາມາໃຊ້ໃນການເຮັດຂວດເຕົ້ານົມເດັກນ້ອຍ ແລະ ພາຊະນະສຳຫຼັບແອນ້ອຍຕ່າງໆ, ແຕ່ທັງໝົດນີ້ກໍຕ້ອງໄດ້ຢຸດລົງ ຍ້ອນຜູ່ປົກຄອງອອກມາແບນຜະລິດຕະພັນທີ່ສ່ຽງຕໍ່ການປົນເປື້ອນໄປເປັນທີ່ຮຽບຮ້ອຍແລ້ວ.

ສານ BPA ສາມາດສົ່ງຜົນຕໍ່ຄວາມຜິດປົກກະຕິຂອງເດັກນ້ອຍໃນທ້ອງ ສົ່ງຜົນຕໍ່ຄວາມຜິດປົກກະຕິທາງກຳມະພັນຂອງເຊວໃນຮ່າງກາຍ ເຮັດໃຫ້ເດັກນ້ອຍມີນ້ຳໜັກຕໍ່າກວ່າເກນມາດຕະຖານ ເກີດຄວາມຜິດປົກກະຕິໃນສະມອງ ແລະ ພຶດຕິກຳເດັກ. ໃນຂະນະດຽວກັນ ຜູ່ໃຫຍ່ກໍສາມາດກໍ່ໃຫ້ເກີດໂຣກຂຶ້ນໄດ້ເຊັ່ນ:​ ໂຣກມະເຮັງ, ໂຣກຫົວໃຈ, ໂຣກເບົາຫວານ ແລະ ໂຣກຕັບ ມີວິໄຈໜຶ່ງກ່າວໄວ້ວ່າ ຊາຍທີ່ໄດ້ຮັບສານ BPA ອາດຈະມີອາການເສື່ອມສະມັດຖະພາບທາງເພດອີກດ້ວຍ.

ແຕ່ທີ່ເປັນຕາຢ້ານທີ່ສຸດແມ່ນ BPA ສາມາດເພີ່ມຄວາມສ່ຽງເຖິງຊີວິດໄດ້. ຜົນການວິໄຈທີ່ຕີພິມຜ່ານວາລະສານ JAMA Network Open ພົບວ່າ ຜູ່ທີ່ມີລະດັບ BPA ໃນປັດສະວະສູງ ມີຄວາມສ່ຽງ 49% ທີ່ຈະເສຍຊີວິດພາຍໃນ 10 ປີ.

ເຖິງແມ່ນວ່າການສຶກສານີ້ຈະໃໝ່ ແຕ່ກໍບໍ່ໜ້າປະຫຼາດໃຈປານໃດເມື່ອສັງເກດເບິ່ງຈາກໂຣກຕ່າງໆທີ່ເກີດຈາກ BPA ນັ້ນກໍເພີ່ມຄວາມສ່ຽງຕໍ່ການເສຍຊີວິດຢູ່ແລ້ວ ແຕ່ສິ່ງທີ່ຄວນຄໍານຶງເຖິງແມ່ນ ເປີເຊັນທີ່ເຮົາຈະໄດ້ຮັບສານນັ້ນສູງຫຼາຍ.

ຈາກຂໍ້ມູນຂອງ US Centers for Disease Control and Prevention ລະບຸວ່າ ທັງ BPA ແລະ Resin ເປັນສານເຄມີທີ່ພົບໄດ້ທົ່ວໄປໃນພາຊະນະບັນຈຸເຄື່ອງດື່ມຕ່າງໆ, ເຄືອບກະປ໋ອງ, ໃຊ້ອັດແຂ້ວ, ຈານ, ສ່ວນປະກອບຂອງລົດຍົນ, ຂອງຫຼິ້ນ ແລະ ອື່ນໆ.

ປັດຈຸບັນ ຄົນເຮົາສໍາຜັດກັບສານອັນຕະລາຍເຫຼົ່ານີ້ຫຼາຍທີ່ສຸດຜ່ານອາຫານ ແລະ ເຄື່ອງດື່ມທີ່ປົນເປື້ອນຈາກກະປ໋ອງອາລູມີນຽມ. ແຕ່ທີ່ໜ້າຕົກໃຈນັ້ນແມ່ນ ໃບບິນຮັບເງິນທີ່ບໍ່ໃຊ້ໝຶກພິມເອີ້ນວ່າ ເຈ້ຍຄວາມຮ້ອນ (thermal paper) ກໍມີສານປົນເປື້ອນນີ້ຫຼາຍເປັນລຳດັບຕໍ່ມາ.

ຢ່າງໃດກໍຕາມທາງ US Food and Drug Administration ເຊື່ອວ່າ ລະດັບ BPA ໃນອາຫານປັດຈຸບັນນັ້ນຢູ່ໃນຂັ້ນທີ່ປອດໄພ ເຖິງແມ່ນວ່າ ຫຼັກຖານໃນການປັດສະວະໃນຊ່ວງ 5 ປີທີ່ຜ່ານມາຈະຊີ້ໃຫ້ເຫັນວ່າ ມີການພົບ BPA ໃນປັດສະວະຂອງຜູ່ໃຫຍ່ໃນອາເມຣິກາເກືອບທັງປະເທດ.

Jennifer Garfinkel ຈາກ American Chemistry Concil ກ່າວວ່າ BPA ເປັນໜຶ່ງໃນສານທີ່ມີການກວດສອບຢູ່ສະເໝີແລະມີການຕິດຕາມຄວາມປອດໄພຢູ່ຕະຫຼອດ 50 ປີ ມີການພົບສານ BPA ໃນຮ່າງກາຍຂອງຄົນທົ່ວໂລກ ແຕ່ກໍຍັງຖືວ່າຢູ່ໃນລະດັບທີ່ມີຄວາມປອດໄພ. ລາວເສີມຕໍ່ວ່າ ການປົນເປື້ອນຂອງ BPA ຈາກແຫຼ່ງຕ່າງໆ ສູ່ຮ່າງກາຍມະນຸດນັ້ນຍັງຕໍ່າຫຼາຍ ຕໍ່າກວ່າລະດັບທີ່ວາງໄວ້ວ່າຄົນເຮົາສາມາດປົນເປື້ອນໄດ້ 1000 ເທົ່າໂຕ.

ເຖິງແມ່ນວ່າຕອນນີ້ຫຼາຍແຫ່ງຫັນມານໍາໃຊ້ພາຊະນະບັນຈຸປອດ BPA ນັກວິຊາການ ແລະ ນັກສິ່ງແວດລ້ອມກ່າວວ່າ ສານທີ່ມາແທນ BPA ອາດຈະບໍ່ດີເທົ່າໆກັນ ແລະ ຫຼາຍສານກໍຍັງຄົງມາຈາກຕະກູນ Bisphenol ຄືກັນ.

ຫົນທາງທີ່ຫຼີກລ່ຽງ BPA ທີ່ຈະເຂົ້າສູ່ຮ່າງກາຍເຮົາໄດ້ດີທີ່ສຸດແມ່ນການຫຼີກລ່ຽງການບໍລິໂພກອາຫານກະປ໋ອງໂດຍບໍ່ຈຳເປັນ, ບໍ່ນຳເອົາພາຊະນະບັນຈຸພລາສຕິກເຂົ້າເຕົາອົບ, ໃຊ້ຜະລິດຕະພັນທີ່ເຮັດມາຈາກແກ້ວ ຫຼື ສະແຕນເຫຼດແທນການໃຊ້ພລາສຕິກໃນການເກັບອາຫານ ລວມທັງຊື້ອາຫານແຫ້ງ, ອາຫານສົດ ຫຼື ອາຫານແຊ່ແຂງກໍເປັນອີກທາງເລືອກໜຶ່ງແທນ.

ທີ່ມາ: https://www.facebook.com/environman.th/posts/2988646261263801