ອາລິບາບາ (Alibaba) ຫຸ້ນຕົກ -8% ຫຼັງຈາກທີ່ໜ່ວຍງານກໍາລັງກຽມອອກກົດໝາຍຄວບຄຸມການຜູກຂາດ.


ເຖິງແມ່ນວ່າ ຫຼາຍຄົນກຳລັງມ່ວນຊື່ນກັບການຊື້ເຄື່ອງ ກັບເທສະການວັນຄົນໂສດຂອງຈີນ 11.11 ແຕ່ເຈົ້າຂອງແຄັມເປນຢ່າງ ອາລິບາບາ ກຳລັງພົບກັບເສິກໜັກ ຫຼັງຈາກສຳນັກງານຈັດການກົດລະບຽບແຫ່ງລັດຖະບານຈີນ (China’s State Administration for Marketing Regulation) ກຽມລາຍງານຜົນການພິຈາລະນາຮ່າງກົດໝາຍການຜູກຂາດ.

ເຊິ່ງນອກຈາກອາລິບາບາແລ້ວ ບໍລິສັດເຕັກໂນໂລຊີຈີນຢ່າງ Tencent, JD.Com, Meituan Dianping ລວມເຖິງ Xiaomi ກໍຖືກກົດດັນຈາກເລື່ອງດັ່ງກ່າວຄືກັນ.

ໂດຍເບື້ອງຕົ້ນມີລາຍງານວ່າ ໜ່ວຍງານດັ່ງກ່າວກຳລັງພິຈາລະນາການອອກກົດເກນຕໍ່ຕ້ານການຜູກຂາດຫຼາຍປະການ ຈາກບໍລິສັດເທັກໂນໂລຊີຍັກໃຫຍ່ເຊັ່ນ: ການສະເໜີລາຄາທີ່ແຕກຕ່າງກັນສຳຫຼັບຜະລິດຕະພັນດຽວກັນ ແຕ່ຜູ່ບໍລິໂພກຄົນລະກຸ່ມ.

ເມື່ອອາທິດທີ່ຜ່ານມາ ສຳນັກງານບໍລິຫານຈັດການກົດລະບຽບຕະຫຼາດແຫ່ງລັດຂອງຈີນ ຫາກໍລະງັບການສະເໜີຂາຍຫຸ້ນຄັ້ງທຳອິດຂອງ Ant Group ທີ່ກຽມ IPO ດ້ວຍມູນຄ່າສູງສຸດເປັນປະຫວັດສາດ. ດ້ວຍເຫດຜົນທີ່ວ່າ Ant Group ບໍ່ສາມາດຜ່ານເກນການຂຶ້ນທະບຽນເຂົ້າຕະຫຼາດຫຼັກຊັບ ຫຼື ເປີດເຜີຍຂໍ້ມູນຕາມທີ່ກຳນົດ ຕາມການປ່ຽນແປງຂອງກົດໝາຍດ້ານ Fintech ສະບັບໃໝ່ຂອງຈີນ.

ເຖິງແມ່ນວ່າຊ່ວງຄືນທີ່ຜ່ານມາ ຈະມີຂ່າວດີຂອງອາລິບາບາ ທີ່ເຮັດຍອດຂາຍໃນວັນຄົນໂສດຂອງຈີນໄປໄດ້ສູງເຖິງ 6,000 ລ້ານຢວນ ພາຍໃນ 1 ນາທີ ແຕ່ກໍບໍ່ສາມາດຕ້ານທານຂ່າວລົບນີ້ໄດ້, ເຮັດໃຫ້ມື້ນີ້ ຫຸ້ນເຕັນໂນໂລຊີຈີນ ທັງອາລິບາບາ ແລະ ບໍລິສັດອື່ນໆທີ່ມີຄວາມສ່ຽງຈະໄດ້ຮັບຜົນກະທົບການອອກກົດນີ້ ປັບໂຕລົງຢ່າງຮຸນແຮງ.

Alibaba Group Holding Ltd -8.42%

Meituan -5.87%

JD.Com -5.63%

TenCent Holding Ltd -5.21%

Xiaomi Corp -4.50%

ທີ່ມາ: https://www.facebook.com/TheBriefcaseTH/posts/119039693340852