ນັກອອກແບບເກີດແນວຄວາມຄິດສ້າງ ຖານວິໄຈ ແລະ ທີ່ຢູ່ອາໄສໃຕ້ທະເລ!


ນັກອອກແບບເກີດຄວາມຄິດສ້າງ ຖານວິໄຈ ແລະ ທີ່ຢູ່ອາໄສໃຕ້ທະເລ ເພື່ອສຶກສາມະຫາສະໝຸດ, ໂລກຮ້ອນ, ສັດທະເລ, ຄົ້ນຄວ້າສິ່ງໃໝ່, ປູກອາຫານໄດ້ ແລະ ໃຊ້ພະລັງງານໝຸນວຽນ.

ນັກອອກແບບໄດ້ເປີດຕົວ Proteus ໂດຍ Fabien Cousteau ທີ່ເປັນຫ້ອງທົດລອງຂະໜາດປະມານ 1,200 ກິໂລຕາແມັດ ທີ່ຕັ້ງຢູ່ໃຕ້ນໍ້ານອກຊາຍຝັ່ງ Curacao ເພື່ອເປັນສະຖານທີ່ໃຫ້ແກ່ນັກວິທະຍາສາດ ແລະ ນັກວິໄຈທົ່ວໂລກໄດ້ສຶກສາມະຫາສະໝຸດ ຕັ້ງແຕ່ຜົນກະທົບຈາກການປ່ຽນແປງຂອງສະພາບພູມອາກາດ ແລະ ສຶກສາສິ່ງທີ່ມີຊີວິດໃໝ່ໆໃຕ້ທະເລ ລວມເປັນເຖິງການພັດທະນາຢາ.

ພາຍໃນ Proteus ຈະປະກອບໄປດ້ວຍຫ້ອງປະຕິບັດການ ສະນ້ຳທີ່ນັກດຳນ້ຳສາມາດເຂົ້າໄປເຖິງພື້ນມະຫາສະມຸດໄດ້, ເຊິ່ງພາຍໃນນີ້ຈະໃຊ້ພະລັງງານຈາກແສງອາທິດ, ພະລັງງານລົມ ແລະ ການປ່ຽນແປງພະລັງງານຄວາມຮ້ອນໃນມະຫາສະໝຸດ. ນອກຈາກນີ້ ໂຄງສ້າງນີ້ຈະມີເຮືອນແກ້ວໃຕ້ນ້ຳແຫ່ງທຳອິດເພື່ອໃຊ້ປູກອາຫານ ໂດຍທັງໝົດຈະໃຊ້ໄລຍະເວລາປະມານ 3 ປີໃນການຕິດຕັ້ງ.

ການຕິດຕັ້ງດັ່ງກ່າວ ຍັງອາດຈະມີປະໂຫຍດໃນການໃຊ້ໃນການເຕືອນໄພສຶນາມິ ແລະ ເຮີລິເຄນ.

ນອກຈາກ Proteus ຈະຊ່ວຍວິໄຈໃຕ້ທະເລແລ້ວ ຍັງເປັນແບບໃຫ້ກັບສະຖານີອະວະກາດໃຕ້ນ້ຳນານາຊາດອີກດ້ວຍ. ການສຳຫຼວດມະຫາສະໝຸດເປັນສິ່ງສຳຄັນກວ່າການສຳຫຼວດອະວະກາດເປັນ 1,000 ເທົ່າໂຕ ສາເຫດກໍເພື່ອການຢູ່ລອດຂອງເຮົາໃນອະນາຄົດ ແລະ ມັນຍັງຊ່ວຍໃຫ້ເຮົາເຂົ້າເຖິງຄຳຖາມທີ່ວ່າເປັນຫຍັງເຮົາເຖິງຍັງມີຊີວິດຢູ່ຕັ້ງແຕ່ຕົ້ນ.

ສະຖານີໃຕ້ນ້ຳນີ້ຈະເຮັດໃຫ້ນັກວິທະຍາສາດສາມາດດຳນ້ຳໄດ້ທັງໃນເວລາກາງເວັນ ແລະ ກາງຄືນ ໂດຍປາສະຈາກຂໍ້ຈຳກັດໃນເລື່ອງຂອງການລົດຄວາມດັນອາກາດໃນລະຫວ່າງການດຳນ້ຳ ເຊັ່ນດຽວກັນກັບນັກບິນອະວະກາດທີ່ສາມາດໃຊ້ຊີວິດຢູ່ໃຕ້ນ້ຳໄດ້ເປັນມື້ຈົນໄປຮອດເປັນອາທິດ.

ໃນປັດຈຸບັນ ທີ່ຢູ່ອາໄສໃຕ້ນ້ຳຂອງມະນຸດມີຢູ່ພຽງແຫ່ງດຽວນັ້ນກໍຄື Aquarius ເຊິ່ງມີຂະໜາດປະມານ 120 ກິໂລຕາແມັດ ໃນຟໍລິດາ ໂດຍ Costeau ໄດ້ອາໄສຢູ່ທີ່ນັ້ນກັບທີມນັກບິນອະວະກາດເປັນເວລາ 31 ວັນໃນປີ 2014. ແຕ່ຢ່າງໃດກໍຕາມ ມັນຖືກປະຮ້າງໄວ້ ເນື່ອງຈາກຂາດງົບສະໜັບສະໜູນຈາກລັດຖະບານ.

ຂອບໃຈຂໍ້ມູນຈາກ:​ https://edition.cnn.com/style/article/proteus-designs-underwater-space-station-research-center-scn/index.html?fbclid=IwAR3ujr8F5rswS4JymWX5DSB9POM–unQTon1z-RPygIdyUM2e4mpRzDyf5w

https://www.facebook.com/environman.th/posts/3118982331563526