ຜົນວິໄຈເຜີຍ ເດັກນ້ອຍຍີ່ປຸ່ນ 49% ບໍ່ອ່ານປຶ້ມ


ຜົນວິໄຈທີ່ຈັດຂຶ້ນໂດຍສະຖາບັນວິໄຈດ້ານການຮຽນຮູ້ ແລະ ການພັດທະນາບີເນສ (Benesse Educational Research and Development Institute) ໄດ້ອອກມາລະບຸວ່າ 49% ຂອງເດັກນ້ອຍໃນປະເທດຍີ່ປຸ່ນບໍ່ອ່ານປຶ້ມ.

ໂດຍມີເກັບການເກັບຜົນສຳຫຼວດ 20,000 ຄອບຄົວທີ່ມີເດັກນ້ອຍ ລະດັບປະຖົມສຶກສາ ຮອດມັດທະຍົມສຶກສາ ໄດ້ນຳຂໍ້ມູນທີ່ໄດ້ມາປຽບທຽບຢ້ອນຫຼັງ ແລະ ພົບວ່າໃນປີ 2022 ເດັກນ້ອຍໃນປະເທດຍີ່ປຸ່ນມີສັດສ່ວນການອ່ານປຶ້ມສະເລ່ຍ 15,2 ນາທີ ຫຼຸດລົງ 3 ນາທີ ເມື່ອປຽບທຽບກັບສະຖິຕິປີ 2015 ຫາກແຍກຕາມເພດຈະພົບວ່າມີເດັກນ້ອຍຜູ້ຊາຍໃຊ້ເວລາການອ່ານໄປ 13,7 ນາທີຕໍ່ມື້ ແລະ ເດັກນ້ອຍຜູ້ຍິງອ່ານສະເລ່ຍ 16,4 ນາທີຕໍ່ມື້.

ທັງນີ້ຍັງພົບຂໍ້ມູນທີ່ວ່າ ເດັກນ້ອຍຍີ່ປຸ່ນ 49% ອ່ານປຶ້ມຕໍ່ມື້ສະເລ່ຍຢູ່ທີ່ 0 ນາທີ ໃນຈຳນວນ 49% ຍັງສາມາດແບ່ງແຍກເປັນນັກຮຽນຊັ້ນປະຖົມຕົ້ນ (ປະມານປ.1-ປ.3) 30,2%, ນັກຮຽນຊັນມັດທະຍົມຕົ້ນ 53,5% ແລະ ນັກຮຽນຊັ້ນມັດທະຍົມປາຍອີກ 66,7% ສະແດງໃຫ້ເຫັນວ່າຍິ່ງເຮົາໃຫຍ່ຂຶ້ນການອ່ານຍິ່ງຫຼຸດລົງ.

ນອກຈາກນີ້ທາງ Benesse Educational Research and Development Institute ໄດ້ສຳຫຼວດເລິກລົງໄປວ່າຫາກມີຈຳນວນປຶ້ມໃນເຮືອນຫຼາຍຈະມີຜົນຕໍ່ການສ້າງການອ່ານໃຫ້ເດັກນ້ອຍ ພ້ອມກັບມີທ່າອ່ຽງວ່າເດັກນ້ອຍຈະຈັບປຶ້ມເຫຼົ່ານັ້ນມາອ່ານ.

ໂດຍຈາກຄອບຄົວທີ່ມີຈຳນວນປຶ້ມຫຼາຍກວ່າ 100 ເຫຼັ້ມຂຶ້ນໄປຈະມີສັດສ່ວນບໍ່ອ່ານທີ່ 29,4% ເຮືອນທີ່
ປຶ້ມ 30-90 ເຫຼັ້ມ ມີທ່າອ່ຽງບໍ່ອ່ານປຶ້ມທີີ່ 35,3% ແລະ ບ້ານທີ່ມີປຶ້ມໜ້ອຍກວ່າ 30 ເຫຼັ້ມຈະມີສັດສ່ວນບໍ່ອ່ານປຶ້ມເລີຍ ຫຼື ມີສັດສ່ວນເປັນ 0%.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/