ເສດຖະກິດແຂວງຄຳມ່ວນຂະຫຍາຍຕົວຕໍ່ເນື່ອງ 9 ເດືອນ ປີ 2023 ການລົງທຶນບັນລຸເຖິງ 188 ລ້ານໂດລາ


ອຳນາດການປົກຄອງແຂວງ ຄຳມ່ວນເຜີຍ ເສດຖະກິດແຂວງຄຳມ່ວນຂະຫຍາຍຕົວຕໍ່ເນື່ອງ. ສະເພາະ 9 ເດືອນ ປີ 2023 ການລົງທຶນບັນລຸເຖິງ 188 ລ້ານໂດລາ.

ໃນໂອກາດ ທີ່ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ ເມື່ອບໍ່ດົນມານີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຜ່ານມາ ເສດຖະກິດໃນແຂວງຄໍາມ່ວນຍັງຂະຫຍາຍຕົວຢ່າງຕໍ່ເນື່ອງ, ການລົງທຶນກໍບັນລຸມູນຄ່າ 188 ລ້ານໂດລາສະຫະລັດ ແລະ ໄດ້ກໍານົດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງຕາມ 3 ທ່າແຮງຄື : ທ່າແຮງທາງດ້ານກະສິກໍາ, ທ່າແຮງທາງດ້ານ ອຸດສາຫະກຳພະລັງງານ-ບໍ່ແຮ່ ແລະ ທ່າແຮງທາງດ້ານການບໍລິການ ທາງຜ່ານ ແລະ ການທ່ອງທ່ຽວ.

ໃນໄລຍະ 9 ເດືອນຕົ້ນປີ 2023 ເຫັນວ່າເສດຖະກິດຂອງແຂວງຍັງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5,54 %, ການລົງທຶນທັງ ພາຍໃນ ແລະ ຕ່າງປະເທດມີທ່າອຽງເພີ່ມຂຶ້ນ, ມູນຄ່າການລົງທຶນ ບັນລຸ 188 ລ້ານກວ່າໂດລາ, ມູນຄ່າຈົດທະບຽນ 182 ລ້ານກວ່າ ໂດລາ, ໃນນີ້ຫຼາຍກວ່າໝູ່ແມ່ນການລົງທຶນຂົງເຂດບໍ່ແຮ່.

ສ່ວນກິດຈະການລົງທຶນໃນຂົງເຂດອື່ນ ຍັງແມ່ນກິດຈະການຂຸດຄົ້ນວັດຖຸດິບເພື່ອສົ່ງອອກເປັນຕົ້ນແຮ່ເຫຼັກ, ດ້ານການສົ່ງເສີມການຜະລິດຂອງ ປະຊາຊົນ ສ່ວນຫຼາຍແມ່ນຂະບວນການປູກຢາງພາລາ, ມັນຕົ້ນ ແລະ ການຜະລິດສິນຄ້າຫັດຖະກຳກໍມີໜໍ່ແໜງຫຼາຍຂຶ້ນ.

ແຕ່ຢ່າງໃດກໍຕາມ ໃນການຕິດຕາມຄຸ້ມຄອງການລົງທຶນຍັງມີສິ່ງທ້າທາຍ ແລະ ບັນຫາຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ.

ໂດຍທ່ານ ວັນໄຊ ກ່າວວ່າ: “ການຄຸ້ມຄອງການສົ່ງອອກສິນຄ້າແມ່ນຍັງບໍ່ທັນມີການຄຸ້ມຄອງຢ່າງເຂັ້ມງວດເຮັດໃຫ້ການຕິດຕາມການສົ່ງອອກລວມເຖິງການຄຸ້ມຄອງເມັດເງິນທີ່ຈະເຂົ້າສູ່ລະບົບຍັງພົບບັນຫາຢູ່”

ສ່ວນດ້ານການເກັບລາຍຮັບງົບປະມານ ໂດຍສະເພາະການຈັດເກັບລາຍຮັບຈາກ 23 ຫົວໜ່ວຍພາຍຫຼັງລັດຖະບານມອບໃຫ້ ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 16 ຫົວໜ່ວຍ ແມ່ນລື່ນແຜນ.

ໃນໂອກາດດຽວກັນ ທ່ານ ຮອງປະທານປະເທດ ກໍໄດ້ມີຄຳເຫັນ ໃຫ້ປັບປຸງຄືນລະບອບແບບແຜນເຮັດວຽກ, ກໍານົດກົນໄກມາດຕະການເຮັດວຽກຂອງຄະນະໃຫ້ຕິດພັນກັບວຽກວິຊາສະເພາະສິດໜ້າທີ່ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃນການປະຕິບັດລາຍຮັບໂດຍຜ່ານການສົ່ງເສີມຜະລິດພາຍໃນ ແລະ ສົ່ງອອກ.

https://www.facebook.com/PasaxonNewspaper/posts/pfbid033nm8d1bVximXAvDAU7tPfghzydFptLYtAPEo2Qot2yrzLjNh6GcLF5dLDgSbwdGvl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/