10 ໂຄງການໃຫຍ່ ຫວຽດນາມ ສານຕໍ່ຮ່ວມມືໃຫ້ລາວຈະເລີນເຕີບໂຕທາງດ້ານເສດຖະກິດ


ໂຄງການຫຼັກໆ ຫວຽດນາມຈະເຮັດໃຫ້ເປັນຮູບປະທຳໂດຍໄວ ເປັນຕົ້ນ: ໂຄງການໂຮງໝໍມິດຕະພາບ, ການສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດ, ການດັດປັບລາຄາໄຟຟ້າ ໂຄງການໄຟຟ້ານໍ້າຕົກ ເຊຂະໝານ 3, ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ, ໂຄງການທ່າທຽບເຮືອຫວຸງອາງ 1, 2 ແລະ 3, ໂຄງການກໍ່ສ້າງເສັ້ນທາງລົດໄຟ ທ່າແຂກ-ມຸຢາ-ເດີ່ນເອີບ-ຫວຸງອາງ, ການຄໍ້າປະກັນທາງດ້ານພະລັງງານເຊື້ອໄຟໃຫ້ແກ່ລາວ, ໂຄງການໄຟຟ້າແສງຕາເວັນຢູ່ເມືອງຊານໄຊ (ແຂວງອັດຕະປື), ບັນດາໂຄງການໄຟຟ້າພະລັງງານລົມ ຂອງວິສາຫະກິດຫວຽດນາມຢູ່ລາວ, ການສົ່ງອອກສິນຄ້າຜ່ານດ່ານປະເພນີຂອງທັງສອງປະເທດ, ໂຄງການກໍ່ສ້າງຕຶກອາຄານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ໂຮ່ຈີມິນ ຫຼັງໃໝ່ ແລະ ອື່ນໆ.

ໃນຕອນບ່າຍຂອງວັນທີ 20 ຕຸລາ 2023, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດນໍາພາຄະນະຜູ້ແທນຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ອາຊຽນ-ຈີຊີຊີ) ທີ່ ນະຄອນຫຼວງ ຣີຢາດ, ຣາຊະອານາຈັກຊາອຸດີອາຣະບີ.

ການພົບປະກັນຄັ້ງນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ. ຝ່າຍລາວ ໄດ້ຕີລາຄາສູງທີ່ເຫັນວ່າ ຫຼາຍໂຄງການຮ່ວມມື ລະຫວ່າງສອງປະເທດ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືຮ່ວມກັນ ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ຍັງຄົງຄ້າງ ໃຫ້ເປັນຮູບປະທຳໂດຍໄວ, ເຊິ່ງສອງຝ່າຍ ເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ໂຄງການຮ່ວມມືຕ່າງໆ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ນອກນີ້, ສອງຝ່າຍ ມີຄວາມຍິນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໃນນັ້ນ ຝ່າຍຫວຽດນາມ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ແລະ ຍິນດີໃນການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພື່ອກະກຽມການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ.

ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ກໍຄືໄມຕີຈິດມິດຕະພາບ ອັນຍິ່ງໃຫຍ່ ລະຫວ່າງສອງຊາດ ລາວ-ຫວຽດນາມ, ເຊິ່ງສອງຝ່າຍ ຕ່າງກໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນາ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/