Bitcoin dominance ໃນຕະຫຼາດ Crypto ໄດ້ມີການເພີ່ມຂຶ້ນ, ໂດຍແຕະລະດັບສູງສຸດໃນຮອບ 2 ປີ


ອີງຕາມຂໍ້ມູນຈາກ dashboard ຂອງ The Block ໄດ້ລະບຸວ່າ Bitcoin dominance ໃນຕະຫຼາດ Crypto ໄດ້ມີການເພີ່ມຂຶ້ນເຖິງ 49% ເຊິ່ງໄດ້ແຕະລະດັບສູງທີ່ສຸດໃນຮອບ 2 ປີ.

Bitcoin Dominance ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງຕະຫຼອດທັງປີ ໂດຍເພີ່ມຂຶ້ນຈາກ 38% ໃນຕົ້ນປີ 2023 ນີ້ ຂຶ້ນມາເປັນ 48.85% ໃນວັນທີ 21 ເດືອນຕຸລາ. ເຊິ່ງນີ້ຖືໄດ້ວ່າແມ່ນຈຸດສູງສຸດນັບຕັ້ງແຕ່ເດືອນເມສາ ປີ 2021 ທີ່ຜ່ານມາ.

ການເພີ່ມຂຶ້ນຂອງຕົວເລກ Bitcoin Dominance ເປັນຜົນມາຈາກການເພີ່ມຂຶ້ນຂອງລາຄາ Bitcoin ຕະຫຼອດປີ, ໂດຍມູນຄ່າຂອງສິນຊັບໄດ້ເພີ່ມຂຶ້ນ 81% ນັບຕັ້ງແຕ່ຕົ້ນປີ.

Rebecca Stevens ຈາກ The Block Research ໄດ້ລະບຸວ່າ Bitcoin Dominance ທີ່ເພີ່ມຂຶ້ນໄດ້ສະແດງໃຫ້ເຫັນເຖິງສະກຸນເງິນດິຈິຕອນນັ້ນຍັງຄົງເຂັ້ມແຂງເຖິງແມ່ນວ່າຈະຕ້ອງປະເຊີນກັບສະພາວະຕະຫຼາດໃນປັດຈຸບັນ ແລະ ຍັງມີການເຕີບໂຕທີ່ດີໃນອາທິດທີ່ຜ່ານມາ.

Rebecca ກ່າວຕື່ມວ່າ “ບັນຫາເງິນເຟີ້ ຄວາມສ່ຽງທາງດ້ານພູມສາດ ແລະ ລັດຖະບານສະຫະລັດທີ່ມີທ່າ​ອ່ຽງ​ທີ່​ຈະເຂົ້າຂ້າງ​​ຝ່າຍໃດຝ່າຍ​ໜຶ່ງຫຼາຍຂຶ້ນເລື້ອຍໆ ​ກຳ​ລັງສ້າງແຮງ​ກົດ​ດັນ​ໃຫ້​ນັກ​ລົງ​ທຶນ​ທີ່​ຕ້ອງ​ການ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ.

ໃນເວລາດຽວກັນ, Bitcoin ເບິ່ງຄືວ່າຈະໄດ້ຮັບການອະນຸມັດກອງທຶນ ETF ໃນໄວໆນີ້, ແລະ ໃນອີກດ້ານໜຶ່ງ Bitcoin ເອງກໍໄດ້ເຮັດໜ້າທີ່ເປັນເຄື່ອງມືປ້ອງກັນຄວາມສ່ຽງທີ່ເກີດຈາກຄວາມແນ່ນອນໃນເວທີໂລກ. ສິ່ງນີ້ເຮັດໃຫ້ມັນເປັນທີ່ຕ້ອງການ ແລະ ຊ່ວຍຟື້ນຟູໃຫ້ມັນກັບມາມີອຳນາດໃນຕະຫຼາດ crypto ຫຼາຍຂຶ້ນ”

ທີ່ມາ:

theblock

bitcoin-dominance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/