ພະແນກ ອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ຫ້າມສວຍໂອກາດກັກຕຸນ ຫຼື ຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໃນໄລຍະບຸນອອກພັນສາ


ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເຖິງບັນດາຫົວໜ່ວຍທຸລະກິດ ພໍ່ຄ້າຊາວຂາຍ ໃຫ້ຫ້າມ ສວຍໂອກາດກັກຕຸນ ຫຼື ຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໃນໄລຍະບຸນອອກພັນສາ ແລະ ຫ້າມຊື້ຂາຍໝາກກະໂພກ ແລະ ວັດຖຸທີ່ມີສຽງແຕກໃນໄລຍະບຸນອອກພັນສາ ປະຈຳປີ 2023 ທີ່ນະຄອນຫຼວງວຽງຈັນ.

ແຈ້ງການສະບັບດັ່ງກ່າວ ແມ່ນເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຂົ້າສູ່ລະບຽບກົດໝາຍ ບົນພື້ນຖານກົນໄກຂອງເສດຖະກິດຕະຫຼາດ ທີ່ມີການຄຸ້ມຄອງ ແລະ ດັດສົມຂອງລັດ. ພ້ອມທັງບໍ່ໃຫ້ເອົາລັດເອົາປຽບຜູ້ຊົມໃຊ້ ເຊິ່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໂດຍກົງ.

ໂດຍອີງຕາມແຈ້ງການຂອງພະພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ສະບັບເລກທີ 1760/ພອູ.ນວ.ຄພນ ລົງວັນທີ 20 ຕຸລາ 2023 ໄດ້ເນັ້ນໜັກໄປທີ່ ຫ້າມກັກຕຸນສິນຄ້າ ຫຼື ຂຶ້ນລາຄາສິນຄ້າຕາມລຳພັງໃຈ, ພ້ອມມອບໝາຍໃຫ້ຄະນະຈັດສັນຕະຫຼາດ ຊຸກຍູ້ລະດົມໃຫ້ຊາວຄ້າມາຂາຍເຄື່ອງເປັນປົກກະຕິ ແລະ ຂໍຄວາມຮ່ວມມືນຳຊາວຄ້າຂາຍພ້ອມກັນຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການສະໜອງສິນຄ້າມີພຽງພໍ, ບໍ່ສ້າງຄວາມປັ່ນປ່ວນໃຫ້ກັບສັງຄົມ ແລະ ມີສະຖຽນລະພາບທາງດ້ານລາຄາ.

ສິນຄ້າທີ່ນຳມາຈຳໜ່າວຍຕ້ອງຮັບປະກັນຄຸນະພາບຕໍ່ຜູ້ບໍລິໂພກ ແລະ ໃຫ້ຕິດລາຄາເປັນເງິນກີບ, ບໍ່ໃຫ້ເອົາສິນຄ້າເສຍຄຸນ ຫຼື ໝົດອາຍຸ ແລະ ບໍ່ໄດ້ຕິດສະຫຼາກເປັນພາສາລາວມາວາງຈຳໜ່າຍ.

ພ້ອມນີ້ ໃນໄລຍະດັ່ງກ່າວ ກໍຫ້າມເຮັດການຊື້-ຂາຍ ແລະ ຈຳໜ່າຍໝາກກະໂພກ, ຢາສູບໄຟຟ້າ, ຢາສູບລະເຫີຍອາຍ, ຢາສູບຊິຊາ ຫຼື ບາຣາກຸ ແລະ ວັດຖຸທີ່ມີແສງແຕກທຸກຊະນິດຢ່າງເດັດຂາດ.

ແຈ້ງການດັ່ງກ່າວຍັງລະບຸຕໍ່ວ່າ ຖ້າເຈົ້າໜ້າທີ່ລົງກວດກາຕົວຈິງພົບເຫັນຫົວໜ່ວຍທຸລະກິດ, ຊາວຄ້າຂາຍຜູ້ໃດລະເມີດລະບຽບການ ແລະ ແຈ້ງການສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປັບໃໝ ຫຼື ຢຶດສິນຄ້າຕາມແຕ່ກໍລະນີ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/