ສປປ ລາວ ກຳລັງແນມຫາໂອກາດໃນການດຶງດູດນັກລົງທຶນ ຈາກຕາເວັນອອກກາງ


ສປປ ລາວ ກຳລັງແນມຫາໂອກາດໃນການດຶງດູດການລົງທຶນຈາກ ຣາຊະອານາຈັກ ຊາອຸດີອາຣະເບຍ ໃນຂະແໜງການທີ່ເປັນທ່າແຮງຂອງ ສປປ ລາວ ເພື່ອຊຸກຍູ້ການຄ້າການລົງທຶນ ຂອງທັງ 2 ຝ່າຍ.

ເມື່ອບໍ່ດົນມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ອາຊຽນ-ຈີຊີຊີ)  ທີ່ ນະຄອນຫຼວງ ຣີຢາດ ຣາຊະອານາຈັກ ຊາອຸດີອາຣະເບຍ.

ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ໂມຮາເມັດ ບິນ ຊາລມານ ອາລ ຊາອຸດ ອົງມົງກຸດຣາຊະກຸມມານ ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ຊາອຸດີອາຣະເບຍ ເພື່ອປຶກສາຫາລືໃນການຊຸກຍູ້ສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການການພັດທະນາຍິ່່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ສອງຝ່າຍ ກໍໄດ້ປຶກສາຫາລືກັນ ກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ ລວມທັງການພົວພັນຮ່ວມມືໃນຂອບພາກພື້ນ ແລະ ສາກົນ, ເພື່ອເພີ່ມທະວີການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ລວມເຖິງການຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການຮ່ວມມືດ້ານການລົງ ທຶນ ກະສິກໍາ ແລະ ດ້ານອື່ນໆທີ່ສອງຝ່າຍມີທ່າແຮງ.

ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍ ຊາອຸດີອາຣະເບຍ ຊາບກ່ຽວກັບສະພາບການພາຍໃນໂດຍຫຍໍ້ຂອງ ສປປ ລາວ ການກະກຽມເປັນປະທານອາຊຽນ ແລະ ແຜນການເປີດປີທ່ອງທ່ຽວລາວ ໃນປີ 2024 ເພື່ອຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ ມາຢ້ຽມຢາມ ສປປ ລາວ ລວມເຖິງປະຊາຊົນ ຊາອຸດີອາຣະເບຍ.

ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວກໍໄດ້ເຊື້ອເຊີນນັກລົງທຶນຈາກ ຊາອຸດີອາຣະເບຍ ເຂົ້າມາລົງທຶນໃນຂະແໜງການທີ່ເຫັນວ່າ ສປປ ລາວ ມີທ່າແຮງ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານຕ່າງໆ ຢູ່ ສປປ ລາວ ເພື່ອກະຕຸກຊຸກຍູ້ການພັດທະນາເສດຖະກິດຂອງຊາດ ໂດຍສະເພາະທາງດ້ານການສົ່ງເສີມການຄ້າ ການລົງທຶນ ການສຶກສາ ຄົມມະນາຄົມ ອຸດສາຫະກໍາການຜະລິດ ບໍ່ແຮ່ ອຸດສາຫະກໍານໍ້າມັນ ໄຟຟ້າ ພະລັງງານສະອາດ ການທ່ອງທ່ຽວ ແລະ ອື່ນໆ.

ໂອກາດດຽວກັນ ທ່ານ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນ ສົມເດັດ ອົງມົງກຸດຣາຊະກຸມມານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ຊາອຸດີອາຣະເບຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນອະນາຄົດອັນໃກ້ນີ້ ໃນເວລາທີ່ມີຄວາມສະດວກ ເຊິ່ງ ສົມເດັດ ອົງມົງກຸດຣາຊະກຸມມານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ຊາອຸດີອາຣະເບຍ ກໍ່ສະແດງຄວາມຍິນດີຕອບຮັບ ແລະ ຈະຈັດສັນຫາເວລາອັນເໝາະສົມ ເພື່ອເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມການເຊື້ອເຊີນ.

ສປປ ລາວ ແລະ ຣາຊະອານາຈັກ ຊາອຸດີອາຣະເບຍ ຖືເປັນສອງປະເທດທີ່ມີການຮ່ວມມືກັນມາຢ່າງດົນນານ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 29 ພຶດສະພາ 1990 ເຊິ່ງປີນີ້ແມ່ນຄົບຮອບ 33ປີ.

https://www.facebook.com/VientianeMai/posts/pfbid0DMmZYBKNxZpKCVkLhKedhg1Mqv2fThPQdYjo8Uv8U2Rp4tMatFksydUDD7zZsUGKl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/