ຈົດງ່າຍໆ ໄດ້ໃຈຄວາມ ແລະ ຈື່ໄດ້ດົນດ້ວຍວິທີຈົດໜັງສືແບບ Cornell


ເຮົາຄົງເຄີຍເຈິບັນຫາເວລາຢາກຈົດຫົວຂໍ້ສຳຄັນຂະນະກຳລັງຮຽນ,ຈົດສິ່ງທີ່ຄູອະທິບາຍລວມກັນໃນອັນດຽວ  ພໍຢາກກັບມາເບິ່ງຄືນກັບເບິ່ງບໍ່ເຂົ້າໃຈ ວິທີຈົດໂນ໊ດແບບ Cornell ຈະຊ່ວຍໃຫ້ການຈົດໜັງສືສະດວກງ່າຍຂຶ້ນ, ເບິ່ງງ່າຍ ແລະ ບໍ່ສັບສົນ.

1.ການຈົດໂນ໊ດແບບ Cornell ແມ່ນຫຍັງ?

ການຈົດແບບ Cornell ເປັນການຈົດໂນ໊ດໂດຍຫຍໍ້ດ້ວຍການແບ່ງພື້ນທີ່ເຈ້ຍເປັນ 3 ພາກສ່ວນຄືສ່ວນເນື້ອຫາ, ສ່ວນkeyword ແລະ ຂໍ້ສົງໄສ, ສ່ວນສະຫຼຸບ ໃຫ້ເນື້ອຫາທັງໝົດລວມຢູ່ໃນໜ້າດຽວ

ການຈົດໂນ໊ດແບບ Cornell ຖືກຄິດຄົ້ນຂຶ້ນໃນປີ 1950 ໂດຍສາສະດາຈານ Walter Pauk ແຫ່ງມະຫາວິທະຍາໄລ Cornell ທີ່ສະຫະລັດອາເມຣິກາ

ຈຸດປະສົງຂອງການຈົດແບບ Cornell ກໍຄືເພື່ອໃຫ້ເຂົ້າໃຈງ່າຍ, ໃຊ້ເວລາຈົດບໍ່ດົນ, ເພື່ອຈັດລະບຽບຄວາມຄິດ ແລະ ເນື້ອຫາໃຫ້ເປັນລະບົບເຊິ່ງສະດວກຕໍ່ການທົບທວນເນື້ອຫາ

2.ວິທີການຈົດແບບ Cornell

ເລີ່ມຕົ້ນຈົດດ້ວຍການແບ່ງພື້ນທີ່ໜ້າເຈ້ຍອອກເປັນ 3 ສ່ວນ ແລະ ຈະມີສ່ວນທີ່ຢູ່ເທິງສຸດສຳລັບ title/heading ຫຼືຫົວຂໍ້ຂອງເນື້ອຫາ

•ສ່ວນ title/heading

•ສ່ວນທີ 1: ຄື Cue (ດ້ານຊ້າຍ) ພື້ນທີ່ທີ່ໃຊ້ຈົດ keyword ທີ່ສຳຄັນ, ຄຳຖາມ, ປະເດັນທີ່ຍັງບໍ່ເຂົ້າໃຈຈະແຈ້ງເພື່ອຫາຂໍ້ມູນເພີ່ມເຕີມ

•ສ່ວນທີ 2: ຄື Notes (ດ້ານຂວາ) ເນື້ອທີ່ສຳລັບຈົດລາຍລະອຽດ ແຕ່ຄວນເປັນລາຍລະອຽດໂດຍຫຍໍ້ທີ່ຜ່ານການທຳຄວາມເຂົ້າໃຈມາແລ້ວ

•ສ່ວນທີ 3: ຄື Summary ພື້ນທີ່ສຳລັບສະຫຼຸບເນື້ອຫາທັງໝົດຂອງຫົວຂໍ້ນັ້ນ ເພື່ອສະຫຼຸບຄວາມເຂົ້າໃຈໃນຕອນທ້າຍເຮັດໃຫ້ສະດວກ ແລະ ປະຢັດເວລາໃນການທົບທວນ

3.ສິ່ງທີ່ຄວນເອົາໃຈໃສ່

-Cornell note ຄືການຈົດແບບ Short note ສະນັ້ນຕ້ອງພະຍາຍາມຈົດໃຫ້ສັ້ນ, ຢ່າຈົດທຸກປະໂຫຍກ ອາດເຮັດເປັນສັນຍະລັກອັກສອນຫຍໍ້ເພື່ອປະຢັດເວລາ ແລະ ປະຢັດພື້ນທີ່

-Summary ເປັນສ່ວນທີ່ບົ່ງບອກວ່າເຮົາເຂົ້າໃຈບົດຮຽນນັ້ນຫຼາຍເທົ່າໃດ ການສະຫຼຸບທຸກຄັ້ງຈຶ່ງຄວນຈົດເປັນພາສາຂອງຕົນເອງເພື່ອໃຫ້ເຂົ້າໃຈງ່າຍ

-ໝັ່ນທົບທວນບົດຮຽນຢູ່ສະເໝີເພື່ອໃຫ້ຈື່ຈຳໄດ້ໃນໄລຍະຍາວ

ເຫັນໄດ້ວ່າວິທີຈົດໂນ໊ດແບບ Cornell note ຊ່ວຍໃຫ້ການຈົດງ່າຍຂຶ້ນຫຼາຍ, ໃຊ້ເວລາຈົດໜ້ອຍ, ໃຊ້ພື້ນທີ່ໜ້າເຈ້ຍໄດ້ຢ່າງກຸ້ມຄ່າ, ເຂົ້າໃຈເຖິງປະເດັນຫຼັກຂອງເລື່ອງ ການຈົດໂນ໊ດແບບ Cornell ບໍ່ພຽງແຕ່ສາມາດໃຊ້ໄດ້ໃນການຈົດບົດຮຽນເທົ່ານັ້ນເຮົາຍັງສາມາດມາປັບໃຊ້ໃຫ້ເໝາະສົມກັບວຽກງານອື່ນໆໄດ້ອີກ ເມື່ອເຮົາຈົດເປັນລະບຽບກັບມາອ່ານອີກຄັ້ງກໍຍັງເຂົ້າໃຈ ແລະ ເຮັດໃຫ້ຢາກກັບມາອ່ານທົບທວນຕະຫຼອດ.

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/3wWd577s

https://cutt.ly/kwWd6heW

https://cutt.ly/4wWd6cNs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/