Small Wins ເລື່ອງນ້ອຍໃນຊີວິດປະຈຳວັນ  ໄປສູ່ການພິຊິດຝັນ ໃນເລື່ອງທີ່ໃຫຍ່ຂຶ້ນ


ທຸກຄົນເຄີຍສັງເກດບໍ່ວ່າ ເປັນຫຍັງຄົນເຮົາມັກຈະຮູ້ສຶກມີຄວາມສຸກ ຫຼື ພາກພູມໃຈ ກໍຕໍ່ເມື່ອໄດ້ເຮັດເປົ້າໝາຍທີ່ມີຂະໜາດໃຫຍ່ໄດ້ສຳເລັດເທົ່ານັ້ນ. ແຕ່ໃນຄວາມຈິງແລ້ວ ການທີ່ເຮົາມີຄວາມສຸກກັບຜົນສຳເລັດນ້ອຍໆທີ່ເກີດຂຶ້ນໃນຊີວິດປະຈຳວັນ ກໍຊ່ວຍໃຫ້ເຮົາຮູ້ສຶກພາກພູມໃຈໄດ້ເຊັ່ນກັນ. ມື້ນີ້ ເຮົາຈະພາມາເບິ່ງແນວຄວາມຄິດ Small wins ໃນບົດຄວາມ The Power Of Small Wins ຈາກປຶ້ມທີ່ມີຊື່ວ່າ: The Progress Principle ທີ່ຂຽນໂດຍ Steven Kramer ແລະ Teresa Amabile ເຊິ່ງໄດ້ແນະນຳເຖິງວິທີມີຄວາມສຸກກັບເລື່ອງນ້ອຍໆໃນຊີວິດປະຈຳວັນ ແລະ ການເອົາຊະນະເປົ້າໝາຍນ້ອຍໆນີ້ເອງ ຈະເປັນການເຝິກຝົນຕົນເອງເພື່ອໃຫ້ເຮົາມີວິໄນຢ່າງຕໍ່ເນື່ອງ ແລະ ຄ່ອຍໆກ້າວໄປສູ່ຄວາມສຳເລັດຂະໜາດໃຫຍ່ໄດ້ໄວຂຶ້ນ. ສຳລັບແນວຄວາມຄິດ Small wins ສາມາດສະຫຼຸບໃຈຄວາມສຳຄັນໄດ້ດັ່ງນີ້:

  1. ກ້າວທີ່ໃຫຍ່ ມັກເລີ່ມຈາກກ້າວທຳອິດສະເໝີ

ການຕັ້ງເປົ້າໝາຍທີ່ໃຫຍ່ເປັນສິ່ງທີ່ດີ ແຕ່ທຸກຢ່າງມັນຕ້ອງເລີ່ມທີ່ກ້າວທຳອິດສະເໝີ. ດັ່ງນັ້ນ, ຖ້າເຮົາບໍ່ລົງມືເຮັດ ແລະ ບໍ່ໄດ້ມີການວາງແຜນລະອຽດເຖິງຂັ້ນຕອນວິທີການທີ່ຈະພິຊິດເປົ້າໝາຍນັ້ນ ກໍຈະເຮັດໃຫ້ເຮົາເກີດຄວາມທໍ້ຖອຍ ແລະ ໝົດກຳລັງໃຈໄປກ່ອນ. ຕົວຢ່າງເຊັ່ນ: ຕັ້ງເປົ້າເກັບເງິນໃຫ້ໄດ້ 100 ລ້ານ ພາຍໃນ 1 ປີ ແຕ່ບໍ່ໄດ້ເລີ່ມຕົ້ນຈັກເທື່ອ ແລະ ບໍ່ໄດ້ກຳນົດລະອຽດວ່າຈະເລີ່ມເກັບມື້ລະເທົ່າໃດ ເປົ້າໝາຍທີ່ມີຈຶ່ງບໍ່ສາມາດເກີດຂຶ້ນໄດ້.

  1. ໃຫ້ຄວາມສຳເລັດນ້ອຍໆໃນແຕ່ລະມື້ ເປັນແຮງບັນດານໃຈຂັບເຄື່ອນສູ່ເປົ້າໝາຍທີ່ໃຫຍ່ຂຶ້ນ

ເຝິກພິຊິດເປົ້າໝາຍນ້ອຍໆທີ່ເຮົາສາມາດເຮັດໄດ້ດີໃນແຕ່ລະວັນ ເຊັ່ນ: ຕັ້ງເປົ້າໝາຍຕື່ນນອນຕອນເຊົ້າຈະເກັບມ້ຽນບ່ອນນອນທັນທີ, ຈະບໍ່ກົດເລື່ອນໂມງປຸກ,​ ຈະອອກກຳລັງກາຍຢ່າງໜ້ອຍ 30 ນາທີທຸກມື້ບໍ່ຂາດ ແລະ ເລື່ອງອື່ນໆທີ່ເຮົາຄິດວ່າຢາກຈະເລີ່ມຕົ້ນປ່ຽນແປງຕົນເອງ. ຄວາມສຳເລັດນ້ອຍໆທີ່ເຮົາພິຊິດໄດ້ໃນແຕ່ລະວັນນີ້ເອງ ທີ່ຈະຊ່ວຍໃຫ້ເຮົາເກີດແຮງບັນດານໃຈຂັບເຄື່ອນໄປສູ່ການພິຊິດເປົ້າໝາຍອື່ນທີ່ມີຂະໜາດໃຫຍ່ຂຶ້ນ.

  1. ຕັດແບ່ງຊິ້ນສ່ວນເປົ້າໝາຍໃຫ້ມີຂະໜາດນ້ອຍລົງ ແລະ ສິ່ງນັ້ນຕ້ອງບໍ່ເກີນຈິງ

ບາງຄັ້ງການທີ່ເຮົາເບິ່ງແຕ່ພາບລວມ ຈຶ່ງມັກທີ່ຈະລືມເຫັນລາຍລະອຽດປີກຍ່ອຍຕ່າງໆ. ດັ່ງນັ້ນ, ຈຶ່ງຄວນແບ່ງເປົ້າໝາຍໃຫຍ່ອອກມາ ດ້ວຍການຂຽນເປັນຂັ້ນຕອນນ້ອຍໆ ເພື່ອໃຫ້ເຫັນລາຍລະອຽດຍ່ອຍຕ່າງໆ ແຕ່ທັງນີ້ ເປົ້າໝາຍທີ່ຕັ້ງໄວ້ກໍຕ້ອງຢູ່ບົນພື້ນຖານຄວາມເປັນຈິງ. ຍົກຕົວຢ່າງ: ຕັ້ງເປົ້າຈະລົດນ້ຳໜັກໃຫ້ໄດ້ 20 ກິໂລ ພາຍໃນ 1 ອາທິດ ເຊິ່ງຄວາມເປັນໄປໄດ້ໜ້ອຍຫຼາຍ ແລະ ມີຄວາມສ່ຽງທີ່ຈະເຊົາເຮັດພາຍໃນເວລາບໍ່ເກີນ 3 ມື້.

  1. ຕິດຕາມຄວາມກ້າວໜ້າ ແລະ ໃຫ້ຮາງວັນກັບຕົນເອງ

ບໍ່ວ່າເປົ້າໝາຍທີ່ຕັ້ງໄວ້ ຈະເປັນເລື່ອງໃດກໍຕາມ ຢ່າລືມຕິດຕາມຄວາມກ້າວໜ້າໃນການພິຊິດເປົ້າໝາຍຂອງຕົນເອງເປັນແຕ່ລະໄລຍະ ເພື່ອຈະໄດ້ຮັບຮູ້ວ່າຕົນເອງມີຄວາມກ້າວໜ້າ ຫຼື ຖອຍຫຼັງ. ພ້ອມນີ້, ເມື່ອເຮັດເປົ້າໝາຍນ້ອຍໆໃນແຕ່ລະວັນສຳເລັດແລ້ວ ອາດໃຫ້ຮາງວັນຕົນເອງ ເພື່ອໃຫ້ເກີດຄວາມບຸກບືນຢາກເຮັດຕໍ່ໄປ.

  1. ຢ່າໂຫຍຫາຍແຕ່ຄວາມສຳເລັດຂະໜາດໃຫຍ່ ຈົນລືມມີຄວາມສຸກກັບສິ່ງນ້ອຍໆ

ການທີ່ເຮົາມີຄວາມສຸກ ແລະ ເຫັນຄຸນຄ່າກັບສິ່ງນ້ອຍໆທີ່ເຮົາເຮັດໄດ້ດີໃນຊີວິດປະຈຳວັນນັ້ນ ຈະຊ່ວຍໃຫ້ລະຫວ່າງທາງໄປສູ່ເປົ້າໝາຍຂະໜາດໃຫຍ່ຍິ່ງເຕັມໄປດ້ວຍຄຸນຄ່າເມື່ອເຮົາເຮັດມັນສຳເລັດ. ສະນັ້ນ, ຢ່າລືມມີຄວາມສຸກກັບເລື່ອງເລັກນ້ອຍທີ່ເກີດຂຶ້ນໃນຊີວິດປະຈຳວັນ ເພາະມັນຊ່ວຍໃຫ້ເຮົາບໍ່ເກີດພາວະຄວາມຄຽດ ແລະ ກົດດັນຈົນເກີນໄປ.

  1. ມີຄວາມຫຼົງໃຫຼໃນເປົ້າໝາຍ ແລະ ບໍ່ຢ້ານທີ່ຈະລົ້ມເຫຼວ

ຈົ່ງມີຄວາມຫຼົງໃຫຼໃນເປົ້າໝາຍທີ່ເຮັດຢູ່ສະເໝີ ເມື່ອໃດກໍຕາມ ທີ່ເຮົາໝົດໄຟໃນສິ່ງທີ່ຢາກເຮັດແລ້ວ ເປົ້າໝາຍອາດກາຍເປັນພຽງແຕ່ເລື່ອງໃນຈິນຕະນາການທີ່ບໍ່ມີວັນເກີດຂຶ້ນຈິງ. ພ້ອມດຽວກັນນັ້ນ, ກໍຈົ່ງບໍ່ຢ້ານທີ່ຈະລົ້ມເຫຼວ ຕໍ່ໃຫ້ສິ່ງທີ່ເຮັດຢູ່ຈະພົບກັບອຸປະສັກຫຼາຍປານໃດກໍຕາມ ກໍບໍ່ຢ້ານທີ່ຈະລຸກຂຶ້ນມາເຮັດມັນອີກຄັ້ງ, ສິ່ງສຳຄັນຄືການບໍ່ຍອມທໍ້ຖອຍກັບຕົນເອງ ເຝິກຝົນຈາກການເຮັດເປົ້າໝາຍນ້ອຍໆໃນແຕ່ລະມື້ຢ່າງມີວິໄນໄປເລື້ອຍໆຈົນກວ່າທີ່ເຮົາຈະປະສົບຄວາມສຳເລັດ.

ສະຫຼຸບແລ້ວ ການທີ່ເຮົາເລີ່ມຕົ້ນຈາກສິ່ງນ້ອຍໆທີ່ສາມາດເຮັດໄດ້ໃນຊີວິດປະຈຳວັນ ຈະຊ່ວຍໃຫ້ເຮົາເກີດຄວາມຮູ້ສຶກເຖິງຄວາມສຳເລັດໄດ້ງ່າຍຂຶ້ນ ແລະ ຍັງຊ່ວຍໃຫ້ເກີດແຮງບັນດານໃຈໃຫ້ຢາກເຮັດສິ່ງອື່ນໆຕໍ່ໄປ ໂດຍທີ່ບໍ່ຕ້ອງກົດດັນຕົນເອງດ້ວຍການຄາດຫວັງແຕ່ຄວາມສຳເລັດທີ່ມີຂະໜາດໃຫຍ່ເທົ່ານັ້ນ. ສະນັ້ນ, ບໍ່ວ່າມື້ນີ້ທຸກຄົນມີຄວາມຝັນທີ່ຈະຢາກເຮັດສິ່ງໃດ ຢ່າລືມລົງມືເຮັດມັນ ເຊື່ອວ່າທຸກໆຄວາມສຳເລັດທີ່ຍິ່ງໃຫຍ່ ລ້ວນແຕ່ເລີ່ມຕົ້ນມາຈາກກ້າວທຳອິດນ້ອຍໆສະເໝີ.

ແຫຼ່ງຂໍ້ມູນອ້າງອີງ:

https://aldohappy.com/small-wins

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/