ນະວັດຕະກຳໃໝ່ “Sound wave Tattoo” ຮອຍສັກສາມາດເກັບສຽງໄດ້


ຈະດີເທົ່າໃດ ຖ້າຮອຍສັກຢູ່ເທິງຮ່າງກາຍຂອງເຮົາ ສາມາດເກັບສຽງຕ່າງໆໄດ້ ເຊັ່ນ: ສຽງບອກຮັກທີ່ມາຈາກຄົນທີ່ເຮົາຮັກ ຫຼື ຄອບຄົວ, ສຽງໃຫ້ກຳລັງໃຈ, ສຽງຫົວ ແມ່ນແຕ່ສຽງເພງ ພ້ອມຍັງສາມາດເປີດຟັງໄດ້ທຸກຄັ້ງທີ່ຄິດຮອດ.

ພາໄປຮູ້ຈັກກັບນະວັດຕະກຳ “ລາຍສັກຄື້ນສຽງ” ຫຼື “Sound Wave Tattoo” ໄອເດຍຈາກຊ່າງສັກລາຍຊາວອາເມຣິກາ Nate Siggard, ເປັນນະວັດຕະກໍາຂອງການສັກລາຍ ທີ່ປະສົມປະສານຄວາມລໍ້າສະໄໝຂອງເຕັກໂນໂລຊີ ແລະ ຄວາມຮຽບງ່າຍຂອງສີລະປະເທິງຮ່າງກາຍເອົາໄວ້ຢ່າງລົງຕົວ.

ກ່ອນອື່ນແມ່ນ Sound Wave Tattoo ຕ້ອງເຊື່ອມຕໍ່ກັບແອັບພິເຄຊັນ “Skin Motion” ກ່ອນ ເມື່ອເຮົາເລືອກສຽງທີ່ຢາກສັກແລ້ວ ສຽງນັ້ນກໍຖືກປັບປ່ຽນເປັນລາຍສັກ ແລ້ວ ຖືກສັກລົງໂດຍລະບົບຄອມພິວເຕີ (ຫຼືສາມາດໃຫ້ຊ່າງສັກ ສັກດ້ວຍມືໄດ້ເລີຍ). ຫຼັງຈາກ 24 ຊົ່ວໂມງທີ່ສຽງຖືກເກັບເຂົ້າໃນຖານຂໍ້ມູນແລ້ວ ເຮົາສາມາດເປີດແອັບແລ້ວສະແກນໄດ້ເລີຍ ພຽງເທົ່ານີ້ເຮົາກໍຈະສາມາດຟັງສຽງຈາກຮອຍສັກໄດ້ແລ້ວ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/EventPassfanpage/posts/4755892774485247