“What does home smell like?” IKEA ໃຊ້ “ຄວາມຄິດຮອດ” ຂາຍທຽນຫອມ


ເພາະກິ່ນເປັນຕົວກະຕຸ້ນຄວາມຊົງຈຳທີ່ມີພະລັງເຮັດໃຫ້ຄົນໆໜຶ່ງນຶກເຖິງຊ່ວງເວລາໃດໜຶ່ງໃນຊີວິດໄດ້ ບໍ່ວ່າຈະກິ່ນເຂົ້າໜົມ, ກິ່ນອາຫານ ຫຼື ກິ່ນນ້ຳຫອມ ລ້ວນມີສ່ວນເຮັດໃຫ້ຫຼາຍຄົນນຶກເຖິງບັນຍາກາດ ຫຼື ໃຜບາງຄົນໄດ້ຢ່າງຊັດເຈນ ລວມໄປເຖິງ “ກິ່ນຂອງເຮືອນ” ທີ່ຖືວ່າຍາກຫຼາຍທີ່ເຮັດໃຫ້ໃຜຄິດຈະເຮັດຊ້ຳ ຫຼື ຮຽນແບບຂຶ້ນມາ.

ຫຼ້າສຸດ IKEA ແບຣນຊຸດເຟີນິເຈີເຄື່ອງເຮືອນຈາກປະເທດສະວີເດັນ ໄດ້ຈັບປະເດັນນີ້ຂຶ້ນມາຫຼິ້ນ ກັບການເປີດຕົວທຽນຫອມຊຸດໃຫມ່ ທີ່ເຊື່ອວ່າຈະຊ່ວຍປຸກ “ອາລົມທີ່ຍາກຈະບັນຍາຍອອກມາເປັນຄຳເວົ້າ” ໄດ້ເຊັ່ນ: ຄວາມຄິດຮອດ ແລະ ຄວາມຝັນ ເຊິ່ງກຸ່ມທຽນຊຸດໃໝ່ນີ້ຖືກຕັ້ງຊື່ເອີ້ນວ່າ OSYNLIG ໄດ້ຮັບການອອກແບບຮ່ວມກັບ Ben Gorham ຜູ້ກໍ່ຕັ້ງແບຣນສິນຄ້າໃນບ້ານສຸດຫຼູຢ່າງ Byredo ເຊິ່ງວິໄຈຈົນພົບວ່າ “ກິ່ນຂອງບ້ານ” ເປັນສ່ວນປະສົມທີ່ຊັບຊ້ອນຫຼາຍ ລະຫວ່າງນ້ຳຢາຊັກເຄື່ອງ, ເກີບ, ເຟີນິເຈີເກົ່າ ແລະ ຜືນຜ້າສິ່ງທໍ ເມື່ອລວມກັນຈະເປັນກິ່ນທີ່ເປັນເອກະລັກ ຈົນກະຕຸ້ນຄວາມຊົງຈຳ, ຄວາມສະບາຍ ແລະ ຄວາມຜ່ອນຄາຍໃນຕົວເຮົາ.

ການຮ່ວມມືກັບແບຣນ Byredo ເຮັດໃຫ້ທຸກຄົນສາມາດເຂົ້າເຖິງທຽນຫອມໄດ້ທີ່ IKEA ໃນລາຄາເລີ່ມຕົ້ນຢູ່ທີ່ 4.99 – 24.99 USD ເຊິ່ງຂຶ້ນກັບຂະໜາດ. ນອກຈາກນີ້ IKEA ຍັງຮ່ວມມືກັບນັກສຶກສາວິທະຍາໄລຊື່ Royal College of Art ເພື່ອອກແບບໃຫ້ທຽນເບິ່ງກົມກືນກັບການຈັດວາງໃນບ້ານ ສົມກັບຊື່ “Osynlig” ທີ່ແປວ່າເບິ່ງບໍ່ເຫັນ, ເພາະເປັນທຽນທີ່ຜູ້ໃຊ້ຈະໄດ້ສຳຜັດເຖິງຄວາມຮູ້ສຶກທີ່ເກີດຂຶ້ນໃນໃຈຫຼາຍກວ່າ.

ໂຄສະນາທີ່ IKEA ເຮັດເພື່ອໂຄສະນາທຽນຫອມຮອບນີ້ ເນັ້ນອາລົມ Drama ໃນຄອບຄົວ ເຊິ່ງສະທ້ອນຄວາມຜູກພັນຂອງແມ່ແລະລູກ ໃນວັນທີ່ທັງ 2 ຝ່າຍຄິດຮອດກັນສຸດຂີດ. ກາຍເປັນ Campaign ສຸດສ້າງສັນແຫວກແນວທີ່ບໍ່ຄ່ອຍໄດ້ເຫັນໃນວົງການທຽນຫອມ ທີ່ມັກເນັ້ນອະນຸພາບຂອງກິ່ນຊວນຊື່ນໃຈຫຼາຍກວ່າພາບຄວາມໃກ້ຊິດຂອງຄອບຄົວໃນວັນທີ່ໝົ່ນໝອງ. ຮັບຊົມໂຄສະນາດັ່ງກ່າວໄດ້ທີ່ https://youtu.be/Em7gTebMSak

ທີ່ມາ: https://www.marketingoops.com/campaigns/inter/ikea-memories-of-home/