ຜົນວິໄຈເຜີຍ ເພງອາດຊ່ວຍໃຫ້ເຮົາເຮັດວຽກໄດ້ດີຂຶ້ນ


ການຟັງເພງເປັນໜຶ່ງໃນກິດຈະກຳອັນດັບຕົ້ນໆ ທີ່ຄົນເລືອກເຮັດເມື່ອຕ້ອງການຫຼົບໜີຈາກພື້ນທີ່ ທີ່ວຸ້ນວາຍ. ແຕ່ຮູ້ຫຼືບໍ່ວ່າ ເພງບໍ່ໄດ້ມີປະໂຫຍດແຕ່ສ້າງຄວາມເພີດເພີນເທົ່ານັ້ນ ແຕ່ຍັງຊ່ວຍເພີ່ມປະສິດທິພາບການເຮັດວຽກໄດ້ດີ ແຕ່ຕ້ອງເລືອກເພງໃຫ້ຖືກປະເພດພ້ອມ. ການສຶກສາເລື່ອງ The Effect of Music Listening on Work Performance ໃນປີ 2005 ລະບຸວ່າ ດົນຕີສາມາດຊ່ວຍກະຕຸ້ນຄວາມຮູ້ສຶກຕື່ນຕົວ ແລະ ຊ່ວຍສ້າງຄວາມຄິດສ້າງສັນໃນການເຮັດວຽກໄດ້ ແນວໃດກໍຕາມດົນຕີແຕ່ລະຊະນິດຈະໃຫ້ຜົນລັບທີ່ແຕກຕ່າງກັນໃນແຕ່ລະບໍລິບົດ ນັ້ນໝາຍຄວາມວ່າຖ້າເຈົ້າຕ້ອງການຟັງເພງໃຫ້ປະໂຫຍດຕໍ່ການເຮັດວຽກ ເຈົ້າຕ້ອງຫາບົດເພງທີ່ເໝາະສົມກັບຕົວເອງໃຫ້ພົບ.

ຮອນແລນ ໄຮ (Holland Haiis) ຜູ້ຊ່ຽວຊານດ້ານຄວາມສຳພັນມະນຸດ ໄດ້ໃຫ້ສຳພາກກັບນັກຂ່າວ The Huffington Post ວ່າການເລືອກເພງນັ້ນມີຄວາມສຳຄັນຫຼາຍເນື່ອງຈາກເຄີຍມີງານວິໄຈລະບຸວ່າ ເພງປັອບ ແລະ ດົນຕີທີ່ມີເນື້ອເພງອາດຈະເຮັດໃຫ້ເສຍສະມາທິໄດ້ເພາະເຮົາຈະໄປສົນໃຈຢູ່ກັບເນື້ອຫາຂອງເພງ ແທນທີ່ຈະຈົດຈໍ່ຢູ່ກັບການເຮັດວຽກ.

ໄຮ ຍັງແນະນຳອີກວ່າ ຖ້າຕ້ອງໃຊ້ສະມາທິໃນການອ່ານຫຼືຂຽນຫຍັງຈັກຢ່າງ ຄວນເລືອກເພງທີ່ບໍ່ມີເນື້ອຮ້ອງ ແຕ່ຖ້າຕ້ອງເຮັດວຽກຫຍັງຊ້ຳໆເຊັ່ນ ວຽກປ້ອນຂໍ້ມູນ ໃຫ້ເລືອກເພງທີ່ມີຈັງຫວະ ແລະ ເນື້ອເພງປຸກໃຈ, ມັນຈະຊ່ວຍໃຫ້ເຈົ້າຮູ້ສຶກຕື່ນຕົວ ແລະ ມີແຮງບັນດານໃຈຫຼາຍຂຶ້ນ.

ສຳລັບເພງຕ້ອງຫ້າມທີ່ບໍ່ຄວນຟັງລະຫວ່າງການເຮັດວຽກເລີຍ ຄືເພງຫຍັງກໍຕາມທີ່ເຮົາມັກເປັນພິເສດ ແລະ ຮູ້ສຶກອິນກັບມັນ ເພາະນອກຈາກມັນຈະດຶງເຮົາອອກຈາກວົງອາລົມແຫ່ງການເຮັດວຽກແລ້ວ ມັນຍັງພາເຮົາຈົມດິ່ງເຂົ້າສູ່ເນື້ອຫາຂອງເພງໄດ້ງ່າຍ ເຊັ່ນເພງເສົ້າ ຫຼື ເພງຮັກ.

ຖ້າອ່ານມາຮອດນີ້ແລ້ວມີຄຳຖາມວ່າ ສະຫຼຸບເພງແບບໃດທີ່ເໝາະກັບຂ້ອຍ? ພວກເຮົາຂໍສະເໜີດົນຕີທີ່ເປັນມິດກັບວຽກທຸກຮູບແບບ ນັ້ນກໍຄື “ເພງຊາວແທຣັກ” (soundtrack) ແລະ ດົນຕີຄລາສສິກ (classic music).

ການຟັງເພງຊາວແທຣັກຈາກຮູບເງົາທີ່ເຮົາມັກ ຈະຊ່ວຍໃຫ້ເຮົາເຮັດວຽກໄດ້ດີຂຶ້ນ, ເນື່ອງຈາກມີການສຶກສາຊີ້ໃຫ້ເຫັນວ່າ ການຟັງເພງທີ່ເຮົາຄຸ້ນ ແຕ່ບໍ່ໄດ້ມັກຫຼາຍຈົນເກີນໄປ ຈະຊ່ວຍໃຫ້ເຮົາປັບເຂົ້າສູ່ບັນຍາກາດຂອງການເຮັດວຽກໄດ້ງ່າຍຂຶ້ນ ແລະ ໄວຂຶ້ນ. ໃນສ່ວນຂອງດົນຕີຄລາສສິກ ໄຮ ກ່າວວ່າ: “ດົນຕີຄລາສສິກຈະຊ່ວຍໃຫ້ຜູ້ຄົນເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ມີສະມາທິຫຼາຍຂຶ້ນ ເຊິ່ງການເຮັດວຽກຂອງສຽງດົນຕີໃນລັກສະນະນີ້ ຮູ້ຈັກກັນໃນຊື່ “ໂມສາດ ເອັບເຟັກ” (Mozart Effect).

ໂມສາດເອັບເຟັກນີ້ ປາກົດຂຶ້ນຄັ້ງທຳອິດໃນປີ 1991 ແຕ່ໄດ້ຮັບຄວາມສົນໃຈຫຼາຍຂຶ້ນຈາກງານວິໄຈ Music and Spatial Task Performance ໃນປີ 1993. ໂດຍທິດສະດີນີ້ເກີດຈາກການໃຫ້ກຸ່ມຜູ້ທົດລອງຟັງສຽງເປຍໂນ Mozart’s Sonata ເຊິ່ງຫຼັງຈາກນັ້ນພົບວ່າມັນຈະຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ ອີກທັງຍັງຊ່ວຍເພີ່ມຄວາມສາມາດທາງຕັກກະ ແລະ ພັດທະນາການຈື່ຈຳຂອງມະນຸດດີຂຶ້ນ.

ຮູ້ແບບນີ້ແລ້ວ ເມື່ອໃດທີ່ຮູ້ສຶກເບື່ອໆກັບການເຮັດວຽກ ກໍລອງເປີດເພງຊາວແທຣັກໜັງທີ່ມັກ ກ່ອນຕາມດ້ວຍເພງຄລາສສິກຂອງບີໂທເຟນ (Beethoven) ຫຼື ໂຍຮັນເນດ ບາມ (Johannes Brahms) ຟັງເບິ່ງ, ເພາະນອກຈາກຈະໄດ້ຟັງເພງມ່ວນໆແລ້ວ ຍັງກະຕຸ້ນຄວາມຕື່ນຕົວຂອງສະໝອງບໍ່ໃຫ້ເຜີຫຼັບໄດ້ອີກດ້ວຍ.

ທີ່ມາ:

https://www.facebook.com/thematterco/photos/a.1735876059961122/2723925197822865/