ເຮັດເພງກ່ອມໝາ ແລະ ແມວ ຈົນກາຍເປັນເສດຖີເງິນລ້ານ!


ທຸກຢ່າງເປັນເງິນ ເປັນທອງ ຖ້າເຮົາຮູ້ຈັກວິທີເຮັດໃນສິ່ງໃໝ່ໆ ໂດຍສະເພາະໜຸ່ມ ອຳມານ ອາເໝັດ ກໍເປັນໜຶ່ງໃນນັ້ນທີ່ເປັນເສດຖີເງິນລ້ານມາໄດ້ ຈາກການເຮັດເພງໃຫ້ນ້ອງໝາ ແລະ ນ້ອງແມວ ຟັງເພື່ອຄວາມຜ່ອນຄາຍ ຖືວ່າເປັນຄວາມຄິດທີ່ດີ ແລະ ແປກໃໝ່.

ລາວປ່ອຍເພງທີ່ແຕ່ງຂຶ້ນຊ່ອງທາງ YouTube ຂອງຕົນເອງທີ່ມີຊື່ວ່າ RelaxMyDog ທີ່ມີຜູ້ຕິດຕາມ 2 ລ້ານ ແລະ ຊ່ອງ RelaxMyCat ມີຍອດຕິດຕາມປະມານ 870,000 ໂດຍເງິນທີ່ຫາໄດ້ກໍມາຈາກການຈ່າຍສະມາຊິກລາຍເດືອນ ທີ່ຕົກເດືອນລະ 4,99 ໂດລາ ແລະ ຍັງມີຍອດວິວຮອດ 1000 ລ້ານວິວ!.

ໂດໃນແຕ່ລະເພງຈະມີຄວາມຖີ່ທີ່ແຕກຕ່າງກັນ ດົນຕີທີ່ຕ່າງກັນທີ່ສຳຄັນທີ່ສຸດຄື ການຮວບຮວມຂໍ້ມູນຈາກເຈົ້າຂອງສັດລ້ຽງໃຫ້ໄດ້ຫຼາຍທີ່ສຸດ ຈາກມື້ນັ້ນຈັນຮອດມີ້ ເພງກ່ອມສັດລ້ຽງໝາແມວ ຂອງ Music For Pets ຂອງ ອຳມານ ອາເໝັດເອງກໍຜ່ານມາ 5 ປີແລ້ວ ພ້ອມຍັງໄດ້ຮັບຄວາມນິຍົມມາຢ່າງຕໍ່ເນື່ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/