ງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນຢຸນນານ ເພີ່ມຊ່ອງທາງຂະຫຍາຍການຄ້າ ແລະ ການລົງທຶນຮ່ວມກັນ ລາວ-ຈີນ


ງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ 2024 ຈັດຂຶ້ນໃນລະຫວ່າງ ວັນທີ 2-5 ກຸມພາ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໄດ້ເພີ່ມຊ່ອງທາງຂະຫຍາຍການຄ້າ ແລະ ການລົງທຶນຮ່ວມກັນ ໂດຍສະເພາະພາກທຸລະກິດ ຂະໜາດນ້ອຍ-ຂະໜາດກາງ (SME) ແລະ ຈຸນລະວິສາຫະກິດ ຂະໜາດນ້ອຍ-ຂະໜາດກາງ (MSME).

ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ (ຢຸນນານ) ຄັ້ງນີ້, ເປັນໝາກຜົນໜຶ່ງຂອງແຜນແມ່ນບົດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງສອງຝ່າຍ ລາວ-ຈີນ ເປັນເວທີເພີ່ມທະວີດ້ານການຄ້າ, ການລົງທຶນຂອງສອງປະເທດ ຢ່າງເປັນຮູບປະທຳ. ນອກຈາກນີ້, ຍັງເປັນການພົບປະແລກປ່ຽນບົດຮຽນນຳກັນ ລະຫວ່າງພາກລັດ ແລະ ພາກທຸລະກິດຂອງລາວ-ຈີນ (ຢຸນນານ) ແລະ ກ້າວໄປເຖິງການຮ່ວມມືຈັດງານວາງສະແດງສິນຄ້າຮ່ວມກັນໃນອະນາຄົດ.

ພາຍໃນງານໄດ້ຮວມຮວບ ເອົາສິນຄ້າອຸປະໂພກ ແລະ ບໍລິໂພກ ມາວາງສະແດງ 30 ຮ້ານ. ໃນນັ້ນ, ຮ້ານຜະລິດຕະພັນລາວ 27 ຮ້ານ ແລະ ຜະລິດຕະພັນຈີນ 3 ຮ້ານ.

ຕະຫຼອດໄລຍະຜ່ານມາ, ລັດຖະບານຂອງສອງປະເທດ ໄດ້ຊຸກຍູ້ສົ່ງເສີມການຮ່ວມມືຢ່າງຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນກ້າວໜ້າໃຫ້ກັບປະເທດຊາດ, ສ້າງຄວາມເປັນຢູ່ທີ່ດີຂຶ້ນໃຫ້ແກ່ປະຊາຊົນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທຸລະກິດ ຂອງທັງສອງປະເທດ ໄດ້ມີການລົງທຶນຄ້າ-ຂາຍຮ່ວມກັນ.

ແຂວງຢຸນນານ ເປັນແຂວງໜຶ່ງ ທີ່ນັກລົງທຶນເຂົ້າມາລົງທຶນຢູ່ລາວຈຳນວນຫຼາຍສົມຄວນ ແລະ ເປັນແຂວງທີ່ເປັນປ້ອມດ່ານໜ້າ ກໍຄື ເປັນປະຕູເຂົ້າສູ່ ສປ ຈີນ ຂອງ ສປປ ລາວ ເຊິ່ງການເດີນທາງຂອງປະຊາຊົນ ກໍຄື ສິນຄ້າຜ່ານທາງລົດ, ທາງລົດໄຟ ຕ້ອງໄປຜ່ານແຂວງຢູນນານ ເຊິ່ງສະດວກໃນການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

ອີງຕາມຂໍ້ມູນໃຫ້ຮູ້ວ່າ: ໃນປີ 2023, ວິສາຫະກິດແຂວງຢຸນນານ ໄດ້ມາລົງທຶນຢູ່ໃນ ສປປ ລາວ ທັງໝົດ 289 ແຫ່ງ, ມູນຄ່າການລົງທຶນທັງໝົດ 4,231 ຕື້ໂດລາສະຫະລັດ, ແຕ່ປີ 2019-2022, ມູນຄ່າການຄ້າຂອງແຂວງຢຸນນານ ກັບລາວທັງໝົດແມ່ນ 5,434 ຕື້ໂດລາສະຫະລັດ, ອັດຕາການຄ້າລະຫວ່າງແຂວງ ຢຸນນານກັບລາວເພີ່ມຂຶ້ນ 33,7% ເມື່ອທຽບໃສ່ປີຜ່ານມາ.

ນອກຈາກນີ້, ແຂວງຢຸນນານ ແລະ ລາວ ໄດ້ສຸມໃສ່ພັດທະນາ ແລະ ກໍ່ສ້າງຕາມເຂດແລວທາງລົດໄຟຈີນ-ລາວ, ໂຄງການກໍ່ສ້າງເຂດຮ່ວມມືເສດຖະກິດລາວ-ຈີນ ບໍ່ຫານ-ບໍ່ເຕັນ, ໂຄງການເຂດພັດທະນາກວມ ລວມໄຊເສດຖາ ແລະ ໂຄງການທາງດ່ວນລາວ-ຈີນ ນະຄອນຫຼວງວຽງຈັນ-ບໍ່ເຕັນ, ມີຫຼາຍວິສາຫະກິດທີ່ດີເດັ່ນຂອງແຂວງຢຸນນານ ມາລົງທຶນຢູ່ລາວ, ຊຸກຍູ້ການລ້ຽງງົວ, ຄວາຍ ແລະ ຜະລິດຕະພັນກະສິກຳອື່ນໆ ຂອງລາວເຂົ້າສູ່ຕະຫລາດຈີນ ແລະ ຍົກລະດັບປະສິດທິຜົນຂອງກົນໄກຮ່ວມມືລະຫວ່າງ ແຂວງຢຸນນານກັບ 10 ແຂວງພາກເໜືອຂອງລາວ. ນອກນັ້ນ, ກົມກອງ ແລະ ວິສາຫະກິດທີ່ກ່ຽວຂ້ອງຂອງແຂວງຢຸນນານ ແລະ ລາວ ໄດ້ລົງນາມໃນໂຄງການຮ່ວມມືຫຼາຍຂະແໜງເຊັ່ນ: ດ້ານການເງິນ, ພະລັງງານ, ກະສິກຳ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ.

https://www.facebook.com/photo.php?fbid=823043719849936&set=pb.100064329476403.-2207520000&type=3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/