ຫົວລ້ານບໍ່ກັງວົນ! ນັກວິໄຈໄທຄິດຄົ້ນສານກະຕຸ້ນຜົມປົ່ງໃໝ່ໄດ້ 80%


ນັກວິໄຈດ້ານເພສັດ ມະຫາວິທະຍາໄລຊຽງໃໝ່ ໄດ້ຄົ້ນພົບສານຊະນິດໃໝ່ຂອງໂລກຈາກເຂົ້າພື້ນເມືອງ ທີ່ຊ່ວຍປ້ອງກັນຜົມຫຼົ່ນ ແລະ ກະຕຸ້ນໃຫ້ຜົມປົ່ງໃໝ່ໄດ້ຮອດ 80% ເຊິ່ງການວິໄຈນີ້ໄດ້ຖືກຕີພິມໃນວາລະສານຊັ້ນນຳຂອງໂລກ ແຕ່ໄດ້ຄຸນະພາບແບບລາຄາປະຢັດ.

ຮອງສາສະດາຈານ ດຣ. ເພສັດຊະກອນ ວະລິນທອນ ຣັກສິຣິວານິດ ເຈົ້າຂອງຜົນງານວິໄຈ ໄດ້ອອກມາເປີດເຜີຍວ່າ ບັນຫາຜົມຫຼົ່ນເປັນບັນຫາທີ່ຫຼາຍຄົນຕ້ອງພົບ ເຊິ່ງມີສາເຫດມາຈາກຫຼາຍບ່ອນ ແຕ່ສາເຫດຫຼັກທີ່ພົບເຫັນໄດ້ຫຼາຍແມ່ນມາຈາກກຳມະພັນໃນເພດຊາຍ ໂດຍປັດຈຸບັນມີຜະລິດຕະພັນທີ່ມາຊ່ວຍຫຼາຍຢ່າງ ແຕ່ມີລາຄາສູງ ຈຶ່ງນຳໄປສູ່ການວິໄຈໃນເທື່ອນີ້.

ໂດຍການວີໄຈໃນຄັ້ງນີ້ໄດ້ສ້າງສານຊະນິດໃໝ່ຂອງໂລກອອກມາທີ່ມີຊື່ວ່າ Hair Rise complex ເປັນການນຳສານສະກັດຊະນິດຕ່າງໆມາປະສົມໃຫ້ກາຍເປັນສູດສະເພາະ ພ້ອມມີການທົດລອງກັບອາສາສະໝັກ 20 ຄົນ ອາຍຸ 25-70 ປີ ຈົນສາມາດຢືນຢັນໄດ້ວ່າຊ່ວຍປ້ອງກັນຜົມຫຼົ່ນ ແລະ ກະຕຸ້ນໃຫ້ຜົມປົ່ງໃໝ່ໄດ້ຮອດ 80% ໃນເວລາພຽງ 3 ເດືອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/